ຂຽນເມື່ອ: ມ.ນ.. 13, 2011
| ມີ
7 ຄຳເຫັນ
ແລະ
0 trackback(s)
ຮັກສາວພັນລາວ
ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ຄົນພັນລາວ
*** ສາວພັນລາວ ອ້າຍເຫັນໜ້າເຈົ້າທຸກເຊົ້າທຸກແລງ
ອ້າຍໄດ້ແຕ່ແອບລັກແຍງ ສົບຕານ້ອງຢູ່ທີ່ໜ້າຈໍ
ເດິກດື່ນທ່ຽງຄືນ ອ້າຍຍັງອອນລາຍກັບນວນລະອໍ
ຊ່າງເປັນຕາຮັກກະດໍ້ ຜູ້ສາວໃນຈໍທາງເວັບພັນລາວ
*** ອ້າຍມາເຫັນເຈົ້າ ເຫັນນ້ອງນົງເຍົາຫຼາຍໆໂປໄຟຣ໌
ແຕ່ຢາກເຫັນໜ້າຄົນຈິງໃຈ ພໍຊິມີຢູ່ບໍ່ຜູ້ສາວ
ຢາກເຫັນເດເນາະ ອ້າຍຈັ່ງມາເປີດເບິ່ງເວັບພັນລາວ
ກະຍ້ອນແອບຮັກຜູ້ສາວ ອ້າຍຈື່ງອ່ອຍເຈົ້າຢູ່ເວັບແຫ່ງນີ້
R-*** ອ້າຍຮັກອີ່ຫຼີ ຮັກອີ່ຫຼີແທ້ໃດນ້ອງເອີຍ
ອ້າຍນີ້ບໍ່ເຄີຍ ຫຼອກໃຜໃຫ້ຊ້ຳຈັກທີ
ຖ້ານ້ອງບໍ່ເຊື່ອ ລອງມາຮັກກັບຊາຍຄົນນີ້
ຮັບຮອງໄດ້ເລີຍຄົນດີ ຮັກອ້າຍນີ້ບໍ່ມີຜິດຫວັງ
*** ສາວພັນລາວ ອ້າຍແຊັດກັບເຈົ້າແລ້ວເປັນສຸກໃຈ
ບ່າວນິດນິລັນອອນລາຍຍາມໃດ ກະຍ້ອນວ່າໃຈຄິດຮອດບໍ່ຈາງ
ສົ່ງມາຫຼັງໄມ ພໍໄດ້ຮູ້ແຕ່ບ້ານຂອງນາງ
ໜ້າຮັກແທ້ເດແອວບາງ ຜູ້ສາວທາງພັນລາວແຫ່ງນີ້....
....ບ່າວນິດນິລັນມືໃໝ່ຫັດຂຽນ....