ຂຽນເມື່ອ: ມ.ສ.. 11, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
*** ປີໃໝ່ປີນີ້ ຂໍໃຫ້ໂຊກດີເຖີດທ່ານທຸກຄົນ
ຂໍພອນເທວາເບື້ອງບົນ ຈົ່ງຊ່ວຍດົນໃຫ້ທ່ານໂຊກດີ
ພໍຮອດເມສາ ສົງການ ມີບຸນປະຈຳປີ
ທົ່ວແຄ້ນດິນລາວເຮົານີ້ ຫົດນ້ຳໃຫ້ຄວາມຮົ່ມເຢັນ
*** ປີໃໝ່ເຮົາມາ ຫົດສົງນ້ຳຜູ້ເຖົ້າຜູ້ແກ່
ທັງພໍ່ແລະແມ່ ອວຍພອນຫາຍທຸກຫາຍເຂັນ
ອະໂຫສິກຳ ຢ່າໄດ້ມີກຳມີເວນ
ພໍ່ແມ່ເຫັນລູກຫຼານເຫຼນ ຫົດສົງທ່ານກໍ່ດີໃຈ,,,
R - *** ພໍຮອດປີໃໝ່ ອວຍໄຊໃຫ້ທ່ານໂຊກດີ
ປີໃໝ່ປີນີ້ ຂໍຢ່າໄດ້ມີໂພຍໄພ
ທ່ານໃດເຈັບປ່ວຍ ຂໍຈົ່ງໄດ້ຄ່ອຍຈາງຫາຍ
ທຸກຄວາມຊົ່ວຮ້າຍ ໃຫ້ຫາຍໄປກັບປີເກົາ
*** ປີໃໝ່ປີນີ້ ຈົ່ງໂຊກດີໃຫ້ທ່ານມີໂຊກ
ຄວາມທຸກຄວາມໂສກ ຢ່າໄດ້ມີເຖີດທ່ານຊາວລາວ
ຂໍພອນສັກສິດ ມາປົກປ້ອງເຂດແຄ້ນແດນລາວ
ໃຫ້ຢູ່ອາຍຸຍືນຍາວ ປີໃໝ່ລາວໃຫ້ທ່ານມີໄຊ,,,
(ຈົບແລ້ວ)
ເນື້ອຮ້ອງ-ທຳນອງໂດຍ: ບ່າວນິດນິລັນ ມືໃໝ່ຫັດຂຽນ