ຂຽນເມື່ອ: ກ.ພ.. 3, 2009
| ມີ
15 ຄຳເຫັນ
ແລະ
0 trackback(s)
ສະບາຍດີທ່ານຜູ້ອ່ານທີ່ໜ້າຮັກຢູ່ແລ້ວ!!!
ຂ້າພະເຈົ້າຂໍຖາມເຄັດລັບໃນການລືມເຂົາຈັກໜ່ອຍແດ່?ທ່ານໃດມີປະສົບການຫລາຍກ່ຽວກັບເລື່ອງຂອງຄວາມຮັກຊ່ວຍອະພິບາຍໃຫ້ຂ້າພະເຈົ້າແດ່!ເປັນຫຍັງເວລາທີ່ເຮົາຮັກໃຜຄົນໜື່ງມັນຄືງ່າຍແທ້-ແຕ່ເປັນຫຍັງບາດເວລາທີ່ເຮົາຢາກລືມໃຜຄົນໜື່ງມັນຄືຍາກແທ້ ຜ່ານມານີ້ຂ້າພະເຈົ້າບໍ່ໄດ້ໂທດໃຜເລີຍ,ໂທດຕົວເອງຕັ້ງຫາກທີ່ໄປຮັກເຂົາຈົນໝົດໃຈ,ຂ້າພະເຈົ້າລົງໂທດຕົວເອງໂດຍບໍ່ມີຄວາມປານີຕົວເອງເລີຍລົງໂທດໂດຍການບໍ່ກິນເຂົ້າ3ມື້3ຄືນ ເພາະບໍ່ມີເຂົ້າກິນ ແຕ່ກັບມາກິນເຫລົ້າຂາວແທນນີ້ເປັນການລົງໂທດທີ່ໄປຕາບອດຍ້ອນຄວາມຮັກເພາະວ່າຄວາມຮັກບໍ່ໄດ້ເຮັດໃຫ້ຄົນຕາບອດແຕ່ຄົນຕ່າງຫາກທີ່ໄປຕາບອດຍ້ອນຄວາມຮັກ ຂ້າພະເຈົ້າຢາກລືມເຂົາໄປໃຫ້ໝົດແຕ່ວ່າພາບວັນເກົ່າມັນກັບມາຫລອກຫລອນຢູ່ບໍ່ເຊົາ ແມ່ນແຕ່ຄວາມເປັນອ້າຍຮັກຂ້າພະເຈົ້າກໍ່ບໍ່ຢາກມີໃຫ້ເຂົາເລີຍ ຢາກລືມ!ຢາກລືມ!ຢາກລືມ!
ຊ່ວຍແດ່ຂ້າພະເຈົ້າແດ່ ຊິເຮັດຈັ່ງໃດໃຫ້ລືມເຂົາໄດ້ທ່ານໃດເຄີຍປະສົບຜົນສຳເລັດໃນການລືມຊ່ວຍບອກແດ່ຂອບໃຈລ່ວງໜ້າ...
ນິດນິລັນ ຄົນພັນລາວ