ຂຽນເມື່ອ: ມ.ນ.. 4, 2009
| ມີ
5 ຄຳເຫັນ
ແລະ
0 trackback(s)
ສູ່ມື້ອາກາດຈັ່ງແມ່ນຮ້ອນຫລາຍເນາະ! ຊິເຮັດຈັ່ງໃດດີຫວະ? ຮອດຍາມຊິນອນຈັ່ງແມ່ນນອນຍາກເອົາແທ້ເອົາວ່າ ໃນຍາມອາກາດຮ້ອນອົບເອົ້າແບບນີ້ໃຈຂອງຄົນເຮົາສ່ວນໃຫຍ່ມັກຈະຫງຸດງິດ,ແຕ່ເຖິງຢ່າງໃດກໍ່ຕາມເຮົາຕ້ອງເປັນຄົນໃຈເຢັນໆໃຫ້ເໝືອນກັບນ້ຳແຂງ,ກ່ອນຊິຕັດສິນໃຈເຮັດສີ່ງໃດໜື່ງຢ່າໄປໃຈຮ້ອນຄືອາກາດເດີ... ໃນອາກາດຮ້ອນແບບນີ້ເຮັດຫຍັງກະຍາກໄປໂຮງຮຽນກະຂີ້ຄ້ານມັນເປັນງຶກໆງັກໆຈັ່ງໃດແຫລະ ຢາກໄປຫລີ້ນຢູ່ຖ້ຳຈັງຈັກ3ມື້ເດເນາະ!!! ທ່ານຕ້ອງການຫຍັງແດ່ໃນອາກາດຮ້ອນແບບນີ້ ສຳລັບຂ້າພະເຈົ້າແລ້ວຕ້ອງການແຟນຈັກ2ຄົນເດ!!! ໂອ໋ ໂອຍ ບໍ່ແມ່ນເດີ!!! ຕ້ອງການແຟນຈັກສອງໜ່ວຍຊັ້ນດອກ ຮ໋າ ໆໆໆ...
ບ່າວນິດນິລັນ ຄົນພັນລາວ