ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ

ທ່ານເຄີຍພົບບັນຫາແບບຂ້ອຍບໍ່?
ສ້າງເມື່ອ ທ.ວ.. 6, 2010 25 ຄົນໂຫວດ, 21 ຄຳເຫັນ, ອ່ານ 341 ເທື່ອ
ເວລາໄປຊື້ສິນຄ້າປະເພດເຄື່ອງໄຟຟ້າຫລືເຄື່ອງເທັກໂນໂລຢີຕ່າງໆໃນຕະຫລາດເຊົ້າມັກຈະຖືກເອົາປຽບຈາກແມ່ຄ້າເລື້ອຍໆ...
ພໍ່ຄ້າແມ່ຄ້າສ່ວນໃຫຍ່ໃນຕະຫລາດເຊົ້າມັກຈະເອົາປຽບລູກຄ້າ(ບໍ່ແມ່ນເປັນໝົດທຸກຄົນເດີ້)ເຊັ່ນວ່າເວລາທີ່ເຮົາໄປຊື້ເຄື່ອງມື້ແລກເພິ່ນຈະເວົ້ານົວຫົວມ່ວນນຳຄຳເວົ້າຂອງເພີ່ນຈັ່ງແມ່ນກິນໃຈລູກຄ້າເອົາແທ້ເອົາວ່າ ແຕ່ວ່າເວລາຜ່ານໄປບໍ່ນານສິນຄ້າທີ່ຊື້ມາພັດເພກ່ອນທັ້ງໆທີ່ວ່າຢູ່ໃນໄລຍະຮັບປະກັນແຕ່ພໍເຮົາກັບເຂົ້າໄປຮ້ານແມ່ຄ້າຈະບໍ່ສົນນຳຊ້ຳບໍ່ໜຳຮ້າຍແຮງໄປກວ່ານັ້ນແມ່ຄ້າບາງຮ້ານຍັງເວົ້າບໍ່ມ່ວນຫູອີກດ້ວຍບໍ່ຄືມື້ທີ່ໄປຊື້ທຳອິດ ປະກົດການແບບນີ້ຂ້າພະເຈົ້າເຄີຍພົບຫລາຍໆຄັ້ງໃນເມື່ອໄປຊື້ສິນຄ້າປະເພດເຄື່ອງໄຟຟ້າແລະເຄື່ອງເທັກໂນໂລຢີຕ່າງໆ... ແລ້ວທ່ານເດເຄີຍພົບເຫດການແບບນີ້ບໍ່?