
ຂຽນເມື່ອ: ຕ.ລ.. 2, 2012
| ມີ
4 ຄຳເຫັນ
ແລະ
0 trackback(s)
►ວິທິໄລ່ກັບແກ້ ແລະ ຂີ້ກ້ຽມຢູ່ໃນເຮືອນຂອງເຮົາ ໂດຍບໍ່ຕ້ອງໄປຂ້າມັນ ບາງຄົນອາດຈະຍ້ານບາບ ບໍ່ກ້າຂ້າ....
ດັ່ງນັ້ນຈຶ່ມີວິທີ ຂອງຊາວບ້ານເຮົານີ້ແລະ ຮູ້ແລ້ວປະຕິບັດມາແລ້ວກະເອົາມາບອກເລົ່າກັນ 1.ແມ່ນເອົາໃບຫຍ້າຂິວ ຫຼືວ່າໃບເຍລະມັນ ທີ່ບ້ານເຮົາເອີ້ນກັນ, 2. ໃບໝາກເຂບ ທຸກຄົນອາດຈະຮູ້ດີ ເຮົາກະໄປເກັບເອົາມາ ແນວລະກຳມືຂອງເຮົາກະໄດ້ ແລ້ວແຕ່ຊິເຮັດຫຼາຍເຮັດໜ້ອຍ ເມື່ອເກັບເອົາມາແລ້ວກະມາຕຳປະສົມເຂົ້າກັນໃຫ້ມັນມຸນຄັກແນ່ ຈາກນັ້ນກໍ່ຫາແພທີ່ອາກາດລ່ວງໄດ້ດີມາຫໍໃບໝາກເຂບກັບໃບຫຍ້າຂິວທີ່ເຮົາຕຳນັ້ນເພື່ອໃຫ້ກິນມັນອອກສະດວກ ຈາກນັ້ນກໍ່ເອົາໄປວາງໄວ້ບ່ອນທີ່ ຂີ້ກ້ຽວແລະກັບແກ້ມັກຢູ່ ເຊັ່ນ: ບ່ອນດອກໄຟ ຫຼື ຫ້ອງ ທີ່ມັນມັກຢູ່ຫັນແລະ ເມື່ອມັນໄດ້ກິນມັນກໍ່ຈະບໍ່ມາເລີຍ.