
ຂຽນເມື່ອ: ມິ.ຖ.. 5, 2010
| ມີ
9 ຄຳເຫັນ
ແລະ
0 trackback(s)

ກ - ເກັບເຈົ້າໄວ້ໃນໃຈ
ຂ - ເຂົ້າໃຈເຈົ້າ
ຄ - ຄອຍເປັນກຳລັງໃຈໃຫ້
ງ - ງໍ້ ເຈົ້າເມື່ອຮູ້ວ່າຜິດ
ຈ - ຈັບມືເມື່ອຕ້ອງການກຳລັງໃຈ
ສ - ເສີຍກັບຄວາມໃຈຮ້ອນຂອງເຈົ້າ
ຊ - ຊ່ວຍເຫຼືອເຈົ້າ
ຍ - ຍົກໂທດໃຫ້ກັບຂໍ້ຜິດພາດຂອງເຈົ້າ
ດ - ດີກັບທຸກສິ່ງທີ່ເປັນເຈົ້າ
ຕ - ຕິດຕາມຂ່າວຄາວເປັນໄປຂອງເຈົ້າ
ຖ - ຖ້າເຈົ້າ ແລ້ວກ້າວໄປພ້ອມໆກັນ
ນ - ນັບຖືເຈົ້າແລະໜ້າຮັກໃນສາຍຕາຂອງເຈົ້າ
ບ - ບອກຄວາມຈິງກັບເຈົ້າ
ປ - ປອບໃຈຍາມເຈົ້າທໍ້ແທ້
ຜ - ຜູກມິດສຳພັນກັບຄວບຄົວແລະໜູ່ຄູ່
ຝ - ຝາກຄວາມຈິງໃຈໄວ້ກັບເຈົ້າ
ພ - ເພີມພູນກຳລັງໃຈໃຫ້ແກ່ກັນຕະຫຼວດ
ຟ - ຟັງເຈົ້າສະເໝີມາ
ມ - ມອບສິ່ງດີໆດ້ວຍຫົວໃຈໃຫ້ແກ່ເຈົ້າ
ຢ - ຢືນຢູ່ຂ້າງໆຕະຫຼອດບໍ່ວ່າທຸກຫຼືສຸກ
ລ - ລະອຽດອ່ອນກັບຄວາມຮູ້ສຶກຂອງເຈົ້າ
ວ - ໄວ້ໃຈກັນແລະກັນ
ຫ - ເຫັນຄຸນຄ່າຂອງເຈົ້າ
ອ - ອະທິບາຍໃນສິ່ງທີ່ເຈົ້າບໍ່ເຂົ້າໃຈ
ຮ - ຮັກເຈົ້າສະເໝີຕົ້ນສະເໝີປາຍ