ຫຼັງຈາກຈົບບົດຄວາມຫົວຂໍ້ແລ້ວນັ້ນ ໄດ້ເຫັນຄອມເມນຂອງຄົນພັນລາວ ຂພຈກໍ່ໄດ້ຖືກສະກັດດາວຣຸ່ງຈາກຄວາມຄິດ2ດ້ານຂອງຕົວເອງ
ວ່າຄວນຊິຂຽນຕໍ່ໄປບໍ? ຫຼື ຢຸດການຂຽນໄວ້ແຄ່ບົດຄວາມທີ່ມີໃນຫົວໄວເທົ່ານີ້, ທຸກສິ່ງທີ່ຢາກຂຽນ,ທຸກສິ່ງທີ່ມັນອອກມາຈາກຫົວບໍ່ໄດ້ຄິດຢາກເວົ້າໃຫ້ໃຜ
ແຕ່ບັງເອິ້ນມັນໄປໄດ້ຢູ່ເທິງກົດເກນ ເລີຍຮູ້ສຶກວ່າຢາກເຊົາຂຽນເລື່ອງຕ່າງໆ.
(ສົງໃສໃຜອ່ານມາຮອດບ່ອນນີ້ ຄືຊິບອກວ່າ ເອິ ! ສັນມຶງກະອອກໄປສະ, ຄິດວ່າແນ່ຫວ່າມຶງ) ບໍ່ເປັນຫຍັງ,ດ່າໂລດຍອມຮັບຜິດ.)
ເລີຍຢາກໄປຂຽນຢູ່ Blog ຂອງຕ່າງປະເທດ,ຂພຈຈະຂຽນເປັນພາສາລາວ ເພາະຄົນອື່ນຈິ່ງບໍ່ເຂົ້າໃຈວ່າຂ້ອຍຂຽນຫັຍງ,
ເພາະໃນໃຈຂພຈບໍ່ໄດ້ຂຽນເລື່ອງຕ່າງໆເພື່ອອວດໃຜ,ບໍ່ໄດ້ຂຽນເພື່ອສ້າງຄວາມດູດີໃຫ້ຕົນເອງ..
ຂພຈເຫັນຄົນອື່ນເອົາເລື່ອງຕ່າງໆມາຂຽນເປັນພາສາລາວໄດອະລີຂອງຕົນຫຼາຍ(ອັນນີ້ບໍ່ໄດ້ເວົ້າໃຫ້ໃຜເດີ),
ຂພຈບໍ່ມັກເອົາເລື່ອງຄົນອື່ນຂຽນມາຂຽນມາລົງໃນBlog ເພາະຂີ້ຄານແປ,ພິມຕາມທີ່ຄົນອື່ນຂຽນ ມັກພີມຕາມທີ່ຕົນເອງເຈິກັບເຫດການຕົວຈິ່ງຫຼາຍກວ່າ ຄິດຫຍັງກະເວົ້າອອກມາ.
ມື້ນີ້ຂຽນເລື່ອງກິລາໜ້ອຍໜຶ່ງ ເວົ້າແຕ່ເລື່ອງຄົນອື່ນຂຽນດຽວມັນຊິໜ້າເບື່ອ.
ມີເລື່ອງໃນຫົວຢາກຂຽນຫຼາຍໆໆໆໆເລື່ອງ ແຕ່ພໍມີຄິດວ່າມັນຜິດ ກະເລີຍບໍ່ມີກຳລັງຢາກຂຽນ,
ຂພຈກໍ່ພະຍາຍາມປ່ຽນເລື່ອງຂຽນໃຫ້ມັນດີຂຶ້ນ ບໍ່ເວົ້າອັນທີ່ບໍ່ໃຫ້ເວົ້າ.ຖ້າຄິດອອກລະຊິພະຍາຍາມຂຽນລອງເບິ່ງ.
ສັນກະຂໍຝາກທ້າຍດ້ວຍບົດຄວາມນີ້ດີກວ່າ ….. ອ່ານແນ່ເດີ…..
5 6 ມື້ມານີ້ນັ່ງເບິ່ງ Austarian Open, ນັ່ງເຊຍນັກກິລາສຸດໂປດ Serena William ກັບຂັ້ນເທບມື້ວານກັບມື້ນີ້ຈົນໃຈຊິຂາດ,
ໂດຍສະເພາະ2ມື້ກ່ອນນີ້ Serena ເກືອບເສຍໃຫ້ Sova, ນັ່ງເຊຍຈົນຄົນແຖວບ້ານວ່າມັນເບິ່ງມວຍບໍ ຄືມາຈິງຈັງແທ້ 55555.
ໃນທີ່ສຸດກະໄດ້ເປັນແຊມທັງ2ລາຍການ,ແຊມຍິງດຽວ ແລະ ແຊມຄູ່(2ເອື່ອຍນ້ອງຄູ່ກັນ)
ໂດຍສະເພາະຂັ້ນເທບມັກເບິ່ງເປັນຊີວິດຈິດໃຈ ອິອິອິ ບໍ່ຮູ້ວ່າໃຜເປັນໃຜເດາະ ຂໍພຽງແຕ່ວ່າແມ່ນແຂ່ງ ກູເບິ່ງໂລດ.
ຂພຈເອງມັກເບິ່ງແຕ່ຕອນນັກກິລາທີ່ມັກແຂ່ງເທົ່ານັ້ນເຊັ່ນ 2ເອືອຍນ້ອງຕະກູນ William ແລະ Novak.
ຂພຈບໍ່ມັກຫຼິ້ນກິລາແລະກະຫຼິ້ນໄດ້ຫ໋ວຍແຕກອີກ ຮາໆໆໆໆ ເຖິງວ່າບ້ານຢູ່ຕິດກັບເດີ່ນເທນນິສແຕ່ກະບໍ່ເຄີຍຄິດຊິໄປຕີ
ເພາະມັນເປັນກິລາຂອງຄົນມີເງີນ,ແຖມຕາກແດດອີກ ແຮງວ່າໂຕດຳນັບມື້. ຂພຈກະເລີຍບໍ່ມັກຫຼິ້ນ.
ພໍໄປວັດໄປວາກະກິລາປິງປ໋ອງ ກັບ ກິລາທີ່ໃຊ້ຂໍ້ມື (ຫຼິ້ນໄພ້) 555555.
ມາເວົ້າເລື່ອງຕະກູນWilliam ຕໍ່, ຖ້າໃຜເຄີຍເບິ່ງກໍ່ຈະຮູ້ໄດ້ເລີຍວ່າ2ຄົນນີ້ອຶດປານໃດ (ບໍ່ແມ່ນ ອຶດເຂົ້າອຶດນ້ຳເດີ),
ຕີບານໄດ້ໜ້ຽວແໜ້ນແທ້ໆ ເພາະ2ຄົນນີ້ຈັບຄູ່ກັນເທື່ອໃດ ເປີເຊັນໄດ້ທີ່1ມີສູງຫຼາຍ.
ແບບວ່າ Serena William ໄດ້ເປັນແຊມ ອອດສະເຕລຽນ ໂອເພັນ 4ສະໄໝຄື : ປີ 2003,2005,2007 ແລະ ປີ 2009 ທີ່ຫາກໍ່ຈົບໄປມື້ນີ້. ເປັນຄົນດຳຄົນທີ່ສາມາດເຂົ້າມາເປັນນັກເທນນິສທີ່ໄດ້ຮັບການຍອມຮັບຈາກແຟນໆເທັນນິສທົ່ວໂລກ.
ແຖມມີເສື້ອຜ້າເທັນນິດຍີ່ຫໍ້ຕົວເອງ,ອີກ ສັງເກດການແຕ່ງໂຕຕອນລົງແຂ່ງແຕ່ລະຄັ້ງ ສ້າງຄວາມຮື້ຮາຕະຫຼອດ
ຂພຈມັກຢູ່ບ່ອນນີ້ແລະ ມັກທີ່ກ້າໃສ່ເຄື່ອງສີສັນ,ບໍ່ຊ້ຳໃຜ 555555 ທຸກປີຈະໃສ່ສີຜ້າແບບໃໝ່ຕະຫຼອດ.
Entry ນີ້ຈົບແບບກິລາໜ້ອຍໜຶ່ງ ບໍ່ໄດ້ຫຼິ້ນກິລາ ແຕ່ກະຂໍເວົ້າແນ່.
ປ.ລ ຄືນນີ້ກໍ່ແມ່ນຄ່ຳຄືນທີ່ເຫົງາອີກມື້ໜຶ່ງເຊັ່ນເຄີຍ, 1ນາທີເບິ່ງຄືວ່າສັ້ນໜ້ອຍດຽວ ແຕ່ເວລາ1ນາທີຂອງແຕ່ລະຄົນມັນຕ່າງກັນປານ100ຊົ່ວໂມງ.
ເພາະ1ນາທີບາງເທື່ອເຮັດໃຫ້ຂ້ອຍມີຄວາມສຸກແລະເສົ້າໃນເວລາຕໍ່ມາໄດ້ເຊັ່ນດຽວກັນ,ນັ້ນກໍ່ຄືຄວາມເຫົງາ.
ອີກບໍ່ປະມານ2ຊົ່ວໂມງກະຈະແມ່ນເດືອນກຸມພາແລ້ວ… ຄົນສ່ວນໃຫຍ່ເອີ້ນວ່າເດືອນແຫ່ງຄວາມຮັກ,
ເຖິງຂພຈຊິບໍ່ມັກເດືອນນີ້ປານໃດແຕ່ກະຂໍໃຫ້ພວກທີ່ມີແຟນທັງຫຼາຍມີຄວາມສຸກເດີ,ຮັກກັນຕະຫຼອດໄປເດີສາທຸ .
ສ່ວນຂພຈບໍ່ໄດ້ມີຄວາມຮັກໃຫ້ໃຜ.ກະຊິປະຕິບັດໜ້າທີ່ເປັນເດັກສົ່ງເຄື່ອງຕໍ່ໄປ Keep sending