ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 2, 2009 | ມີ 16 ຄຳເຫັນ ແລະ 0 trackback(s)

 

ເອົາເຂົ້າໄປ,ອ້າວເຂົ່າປາຍຍຍ.ມັນແປກປານນັ້ນພຸ້ນຫວ່າ,
ທີ່ຂີ່ລົດເມຈາກຕະຫຼາດເຊົ້າໄປກິນເບຍຢູ່ໜອງເຊືອມ?
ອື່ມຂ້ອຍນີ້ແລະຂີ່ນະ,ເວົ້າມາໃຜກະຕົກໃຈ.
-        ຂັ້ນເທບກະງົງວ່າຊິໄປເຮັດຫຍັງ,ມັນມີຫຍັງຢູ່ຫັນ?
-        ຫຼານກະວ່າເຈົ້າເປັນເສັ້ນຫວາຄືໄປ,ຄືບໍ່ໃຫ້ໝູ່ມາຮັບ?
-       ເພິ່ນເວົ້າແທ້ຫວາ,ບໍ່ຕ້ອງຕັວະເດາະ ຈ້າງພວກເຂົາບໍ່ເຊື່ອເດາະ,ຈ້າວວຊິນຳມາແນວໃດ ພວກເຂົາຖ້າຈ້າວວວຢູ່ເດີ,ໄວແນ່.
------>    ສາຍໄປແລ້ວ,ຂພຈນີ້ແລະ,ຕັດສິນໃຈໄປແລ້ວ,
ຂພຈບໍ່ໄດ້ແຄວ່າມັນແມ່ນລົດຫຍັງຂໍໃຫ້ຮອດລະເປັນພໍ.ເພາະການຂີ່ລົດເມບໍ່ໄດ້ໄປຢຽບຫົວໃຈໃຜຢູ່.
ຂ້ອຍອາດເປັນຄົນແຣກຕິເບາະທີ່ໄປໜອງເຊືອມດ້ວຍລົດເມ
(ຄົນສ່ວນຫຼາຍຂີ່ລົດໃຫຍ່ບັກງາມໆໄປໜອງເຊືອມ)--- ຟັງ​ແລ້ວ​ຄື​ວ່າ​ປະ​ຊົດ​ຊີ​ວິດ​​ແນວ​ໃດ​ບຸ໋-----.
 
ຂ້ອຍເປັນຄົນແນວນີ້ແລະ ມັກບໍ່ຄືບ້ານ​ເມືອງເພິ່ນເດາະ,ຄິດຫັຍງເວົ້າຫຍັງ
ຄົນອອ້ມຂ້າງກະຫາວ່າ >>>ຄວາມຄິດໂງ່ໆ​ໂງ່<<<<
 
  1. ປະສົບ​ການ+​ຄວາມ​ບໍ່​ຕັ້ງ​ໃຈ = ​ເປັນຄວາມ​ຈຳ​ເປັນ.
ສຳລັບຂ້ອຍການຂີ່ລົດເມຖືວ່າເປັນເລື່ອງທຳມະດາຢູ່ແລ້ວ ເພາະ2ປີຫຼັງມານີ້ຕອ້ງໄດ້ໄປທະນາຄານໄທໃຫ້ພີ່ນ້ອງ,
ກະອາໃສລົດເມທ່າເດືອນີ້ແລະເປັນພະຫານະ ເພາະຍ້ອນລຳຄານຕຸກໆທ່າເດືອຊົ່ວຊິອອກຈາກຄິ້ວບັກດົນໆໆໆໆ
ແຖມກະມັກກົດລາຄາສຸດຍອດດດ.ແຖມຄ່າຈ້າງໄປແລ່ນວຽກກະໄດ້ແຄ່ພັນ1,2ພັນບາດ,
ຖ້າບໍ່ປະຫຍັດຄືຊິບໍ່ມີເງີນຄ່າຂະໜົມແນ່ນອນ ເພາະທັງກິນແລະຫຼິ້ນ.
ເຖິງວ່າມັນຊິແອອັດໄປຫຼາຍເຕີບ,ແຕ່ມັນຈຳເປັນ ເພາະຂພຈຂັບລົດບໍ່ເປັນ(ອິພໍ່ບໍ່ໃຫ້ຈັບ,ຢ້ານຖ້າເປັນລະແຮງຊິໄປເກັ່ງ).
----à ໃນແງ່ໜຶ່ງຍ້ອນວ່າ ຢາກລອງເປັນຄືຄົນອື່ນເປັນເບິ່ງ ,ການເຂົ້າໃຈຄວາມຮູ້ສຶກຂອງຄົນອື່ນມັນເປັນຈັງໃດກັນແທ້,
ບໍ່ມັກໄດ້ຍິນຈາກປາກຄົນອື່ນຫຼາຍ,ມັກລອງດ້ວຍຕົນເອງ,ຫາປະສົບການໃໝ່ໆ.ເມື່ອມີຄົນມາເວົ້າໃຫ້ຟັງ,ເຮົາກະຈິ່ງບໍ່ຕົກໂງ່
ວ່າ ໂອ໊ໆໆໆຈັງຊີຫວາ....(ໃນໃຈກະບອກວ່າເອິໆໆ,ຄ້ອຍກະຮູ້ ມາຕັວະຄ້ອຍອີກກກຈ້າວນະ).
ປະສົບການຊ່ວຍຊີວິດຄົນເຮົາໄດ້ຫຼາຍໄດ ສອນໃຫ້ເຮົາຮູ້ຈັກເອົາໂຕເອງໃຫ້ມັນຫຼອດ,
ຖ້າເຮົາຍັງບໍ່ກ້າຫຼືຍ້ານແຕ່ມັນຊິເໝື່ອຍ,ມັນໜ້າລັງກຽດ…ແລ້ວມື້ໃດເຮົາຊິເຮົາວ່າໂລກມັນເປັນແນວໃດ.
----à ເຫັນໄດ້ຈາກບາງປະເທດໃກ້ຄ້ຽງເຮົາ,(ບໍ່ບອກກະຮູ້ຕັວະ) ໂດຍສະເພາະພວກໄວຣຸ່ນເມືອງຫຼວງປະເທດນີ້,
ມີແຕ່ວ່າເຮົາໂງ່ກວ່າ,ບໍ່ທັນເຫດການ,ບໍ່ຮູ້ຈັກຫຍັງ,ລາວກະມີອິນເຕິເນັດຫວາ,…..ຫຼາຍອັນທີ່ໄດ້ຍິນມາ.
Þ    ພວກທ່ານຮູ້ບໍ່ເປັນເພາະຫຍັງ? ກໍ່ເພາະຄວາມຮັບຮູ້ຂ່າວສານໂລກພາຍນອກຂອງເຂົາມັນສັ້ນ,
ຢູ່ແຕ່ກັບຄ່ານິຍົມ,ບໍ່ເຄີຍໄດ້ມາເຫັນດ້ວຍຕົນເອງ,ຟັງແຕ່ຄົນອື່ນເວົ້າ.
ຈົນມາເຈິກັບຕາຈິ່ງຮູ້ວ່າ ອ້າວວວວວ! ຄິດວ່າມ້າຍມີ (ບໍ່ມີ).
ຄິດເບິ່ງຄະໜາດບອກວ່າ ມາທ່ຽວລາວ,ອອກຈາກປະເທດໂຕເອງແນວໃດມັນກະຍັງບໍ່ຮູ້ວ່າ ບໍຂໍສໍບາດສະເຕເຊິນໄປຈັງໃດ,
ເປັນຄົນໃນເມືອງລະຫຼ່າ. ທັງທີ່ຄົນລາວເຮົາຍັງຮັບຮູ້ໂລກຈາກຂ່າວຫຼາຍຄົນກວ່າຊຳ (ອິອິອິ ບໍ່ໄດ້ຍ້ອງເດີ).  ຫ້າມອ່ານ Sensor ເອງ,ໄວ້ອ່ານຄົນດຽວ ກະໄດ້.
 
2. ໜູ່ຂູ່(ຄູ່) + ຈຳ​ໃຈ​ໄປ = ໜອງ​ເຊືອມ​(ມື້​ນີ້).
----- ມີຄົນຖາມວ່າຄືໄປໜອງເຊືອມຄົນດຽວດ້ວຍລົດເມ?-----
ທີ່ແທ້ກະບໍ່ໄດ້ຢາກໄປເດາະໜອງເຊືອມມື້ນີ້ ເພາະໝູ່ມັນໂທມາຊວນ, ຄັນບໍ່ໄປກະຊິໄດ້ຍິນຄຳນີ້ :
 
My Gang ; ​ໂພດ​ຫຼາຍ,ໄປໜອງເຊືອມນຳພວກເຂົາແນ່,ເພິ່ນໂພດຫຼາຍ,ຈັງແມ່ນເພິ່ນ,ທີ່ພວກເຂົາກະຍັງໄປນຳ.
November : ໄປບໍ່ໄດ້ນະ ມື້ໜ້າເດີ,ມື້ນີ້ເຝົ້າຮ້ານ,ຂັ້ນເທບອອກໄປນອກ.
My Gang ; ໂອ໋ຍໆໆໆ ເພິ່ນ u*&%#_)))(&#*$&#_@ ຊົ່ວ.
November : ເອິ ສັ້ນ​ອອກໄປກ່ອນໂລດ ລະເຂົາຊິນຳໄປ,ຖ້າຂັ້ນເທບມາລະຊິນຳໄປ.
My Gang ; ອ້າວ!!!!! ​ເວົ້າ​ແມວໆໆໆ​ແທ້.​ຢ່າ​ອໍ​ແອ້​ນະ, ລະເພິ່ນຊິບິນໄປຫວາ.ພວກເຂົາໃກ້ຊິຮອດລະໃດ.
ໂທຫາບັກOodເດີ,ມັນແລ້ວວຽກລະຊິນຳມາ,ມັນຊິໄປຮັບ.
November : ບໍ່, ເຂົາຂີ່ຄານຖ້າ,ບໍ່ຮູ້ວ່າວຽກມັນຊິແລ້ວຍາມໃດແລະຂັ້ນເທບເຂົາຊິມາຍາມໃດ, ໃຜຊິແລ້ວກ່ອນ?
.ເຂົາວ່າໄປກະໄປຕັວະ,ເຂົາຊິຂີ້ລົດເມໄປກະໄດ້.ຊິລອງນັ່ງເບິ່ງ.
My Gang ; ??????? @$&^%@$&^%$ (ພາກັນງົງໝົດ ພາຍຫຼັງວາງສາຍ).
 
  1. ຈຸດໝາຍປາຍ​ທາງ + ​ເງີນ5000ກີບ = ​ມູມມອງ​ໃໝ່.
----ພໍ​ລົດ​ເມ້​ແລ່ນ​ອອກ​ຈາກ​ສະຖານ​ນີ້​ກະ​ຮູ້​ສຶກດີ(ຮ້ອນໆໆຫຼາຍ), ດີ​ທີ່​ມື້​ນີ້​ວັນ​ທິດ​ລົດ​ເມ​ທີ່​ນັງ​ໄປຄົນ​ບໍ່ຫຼາຍປານ​ໃດ,
ພໍ​ໄດ້​ນັ່ງ​ແບບ​ສະບາຍ​ອາລົມ.​ໂດຍ​ມີ​ໂທລະສັບ​ຄູ່​ຊີ​ວິດ​ເອົາ​ມາ​ເປີດ​ເພັງ​ຟັງ Can’t believe that I was fool again,
u never told me ບລາໆໆໆໆໆ ຟັງ​ໄປໝົດທາງ. ການ​​ເອົາ​ເພັງ​ເກົ່າ​ມາ​ຟັງ​ມັນ​ກະ​ມ່ວນ​ດີ ​
ໂດຍ​ສະ​ເພາະ​ເພັງ​ນີ້​ຟັງ​ລະ​ຮູ້​ສຶກວ່າ >>>>​ເອິ ຈັງ​ແມ່ນ​ຖືກ​ຊີ​ວິດ​ເດະ @_@ <<<<<
---à ການ​ນັ່ງ​ລົດ​ເມ​ເຮັດ​ໃຫ້​ຂອ້ຍ​ໄດ້​ເຂົ້າ​ໃຈ​ຫຍັງ​ຫຼາຍຂຶ້ນ,​ໄດ້​ເຫັນ​ບັນຍາກາດ​ພາຍ​ນອກ​ວຽງ​ຈັນ​ຈາກມຸມ​ມອງ​ລົ​ດ​ເມ​ຫຼາຍຂຶ້ນ.
​ເປັນ​ທາງ​ເລືອກ​ໃໝ່​ທີ່​ແປກ​ດີລະຫວ່າງ​ທາງ​ຈາກ​ຕະຫຼາດ​ເຊົ້າຈົນ​ຮອດ​ທາງ​ໄປ​ທ່າ​ງອນ.​
ໄດ້​ເຫັນ​ວ່າການ​ນັ່ງ​ລົດ​ເມ​ນັ້ນ​ໃນ​ສາຍ​ຕາ​ຂອງ​ຄົນ​ມີ​ລົດ​ຂີ່(ພວກ​ທີ່​ມີ​​ເງີນ​ແລ້ວ​ຄິດ​ວ່າ​ບໍ່​ມີ​ໃນ​ຫົວ​ເລື່ອງ​ການ​ຂີ່​ລົດ​ເມ)
ມັນ​ກະ​​ເປັນ​ເລື່ອງທີ່​ບໍ່​ຈຳ​ເປັນ,​ແຖມ​ວ່າໜ້າລຳ​ຄານ​ເສ​ຍອີກ.​ແຕ່​ໃນ​ອີກ​ມຸມ​ມອງໜຶ່ງຂອງ​ຄົນ​ທີ່​ຫາ​ເຊົ້າ​ກິນ​ຄ່ຳ​,
ຊີ​ວິດ​ຕິ​ດພັນ​ນຳຕະຫຼາດທີ່​ອາ​ໃສ​ລົດ​ເມ​ເປັນ​ພະ​ຫາ​ນະ​ຂົ່ນສົ່ງ​ຖື​ວ່າ​ສຳຄັນ​ຫຼາຍປານ​ໃດ.​​ເ
ຂົ້າ​ໃຈ​ເຖິງ​ຄວາມ​ເຫມື​ອຍ ​ແຕ່​ກະ​ຍັງ​ອົດ​ທົນ.ຊີ​ວິດ​ອາດ​ຖືກ​ຄົນ​ອື່ນດູ​ຖູ​ກ,​ແຕ່​ກະ​ບໍ່​ໄດ້​ເຮັດ​ໃຫ້​ຍອມ​ແພ້​ກັບ​ຄຳ​ເວົ້າ​ຄົນ,
ຕາບ​ໃດ​ທີ່​ບໍ່​ໄດ້​ຂໍ້​ເງີນກິນ​.
---à ຖ້າ​ໃຜ​​ເບື່ອ,​ຢາກ​ລອງ​ເຮັດ​ຫຍັງ​ທີ່​ຄິດ​ວ່າ​ມັນ​ແປກ​ສຳລັບ​​​ຄັ້ງໜຶ່ງ​ໃນຊີ​ວິດຢາກ​ເຮັດ​ຫຍັງ​ຄື​ຄົນ​ອື່ນກະ​ເຈົ້າ​ເຮັດ​ປະຈຳ.
ກະ​ລອງ​ຫາ​ໂອກາດ​ໄປ​ໄດ້​ເດີ​.ລະ​ຈະ​ຮູ້​ວ່າ…….(​ເອົາ​ໄວ້​ໃຫ້​ພວກ​ທີ່​ເຄີຍ​ຂີ່​ມາ​ແລ້ວ​ຕອບ​ເອງ) ວ່າ​ແມ່ນ….?.
---à ສຳລັບ​ຂ້ອຍ​ແລ້ວ​ການ​ນັ່ງ​ລົດ​​​ແລ້ວ​ໄດ້​ເບິ່ງ​ອອກ​ໄປ​ຂ້າງ​ນອກ,ມັນ​ເປັນຄວາມ​ຮູ້​ສຶກທີ່​ສະບາຍ​ໃຈ​,ສະບາຍ​ຕາຫຼາຍອາລົມປະມານວ່າ
.​>>>ໃຜ​ຊິ​ເວົ້າ​ຫຍັງ​ກະ​ບໍ່​ໄດ້​ສົນ​ໃຈ ຂອ້ຍຢູ່​ໂລກ​ຂອງ​ຂ້ອຍ​ແລ້ວ(ປະມານ​ນີ້​ແລະ)<<<<
​ແລະ ​ເຄີຍ​ບອກ​ກັບ​ໂຕ​ເອງ​​ແຕ່​ດົນວ່າ​ຖ້າ​ມີ​ໂອກາດ​ດີໆໆໆ​ຫຼືບໍ່​ສະບາຍ​ໃຈ ຈະ​ລອງ​ນັ່ງ​ລົດ​ເມ​​ໄປ​ວັດຊຽງຄວນ​ລອງ​ເບິ່ງ ​
ເຫັນ​ຕ່າງ​ປະ​ເທດ​ມັກ​ໄປ​ຕະຫຼອດ. ຂອ້ຍ​ເປັນ​ຄົນ​ທີ່​ມັກ​ສັງ​ເກດ​ວ່າ​ຄົນ​ອື່ນມັກ​ເຮັດ​ຫຍັງ, ຄິດ​ຈັງ​ໃດ​ຄື​ມັກ​ຫວາ​ພວກ​ນີ້.....​
ເອິ ດຽວ​ຂ້ອຍກະຊິ​ລອງ​ເບິ່ງ,ຢາກ​ຮູ້​ວ່າ​ຄວາມ​ຮູ້​ສຶກຂອງ​ເຂົາ​ເຈົ້າທີ່​ເຮັດ​ສິ່ງໜຶ່ງລົງ​ໄປ​ແລ້ວ​ມັນ​ຮູ້​ສຶກ​ອອກ​ມາແນວ​ໃດ, ຢາກ​ເຈິ​ກັບ​​ໂຕ​ເອງ​ແດ່.
 
 
ປ.ລ ປ່ຽນໃຫ້ສຸພາບລະເດີ,ເພື່ອໃຫ້ຄົນບໍ່ຊັງຫຼາຍຂື້ນ.
ປ.ລ2 ພວກເຂົາ, ເພິ່ນ,ເຂົາຊິນຳເພິ່ນໄປເດາະ... ອູ່ຍໆໆໆໆ ຖ້າເວົ້າກັບໝູ່ສະໜິດແນວນີ້ໃນຕົວຈິ່ງແລ້ວ,ຟັງລະຄືຂົ່ນແຂນລຸກແນວໃດບຸ່ 55555
ສັ້ນໃຜຢາກອ່ານໃຫ້ສົມຈິງກະເລືອກໃຊ້ພາສາເອົາເດີ ກະຮູ້ຢູ່ວ່າເວລາເຮົາເວົ້ານຳໝູ່ເຮົາວ່າແນວໃດແດ່? ຂ້ອຍ = Gu, ແລະ ເຈົ້າ,ເພິ່ນ = Mg.
Delicious Digg Fark Twitter
ຄຳເຫັນ (16)