ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 16, 2009 | ມີ 4 ຄຳເຫັນ ແລະ 0 trackback(s)

 

ມື້ນິ້ເຮົາຈະມາເລົ່າເລື່ອງມະນຸດ(ອີກແລ້ວ). ເລື່ອງນີ້ເປັນເລື່ອງຈິ່ງ,
ແຕ່ງຂຶ້ນມາເພື່ອຄວາມຫັນສາ(ປົນກັບອາລົມກວນປະສາດ), ເປັນຕາລົກ(ຝຶດໆໆ)ທີ່ຂພຈຕ້ອງການແບ່ງປັນໃຫ້ໝູ່ໆທຸກຄົນໄດ້ຫົວນຳກັນ.
ຂຽນຂຶ້ນມາເປັນການຢ໋ອກລໍ້ຊື່ໆໆໆ,ບໍ່ໄດ້ແປວ່າມະນຸດດັ່ງກ່າວຈະເປັນຄົນບໍ່ດີ,
ໃນມຸມກັບກັນມະນຸດ(ມະນຸດທຸກປະເພດທີ່ຂພຈຂຽນ)ອາດເປັນຄົນດີກວ່າເຮົາ,ເຈົ້າ,ຂ້ອຍກະມີ.
 
ມະນຸດໃນບົດຄວາມຂພຈຂຽນ,ໃຊ້ແທນການກະທຳ(ຈຸດເດັ່ນ)ບາງຢ່າງທີ່ເຮັດໃຫ້ເປັນຕົວແທນຂອງຄົນໆນັ້ນ.
ຈິ່ງເອີ້ນວ່າ : ມະນຸດ.ເຊັ່ນມະນຸດກົດວາງ,ມະນຸດເມົາງ່າຍ….ເປັນຕົ້ນ.
(ບໍ່ໄດ້ເຈາະຈົງບຸກຄົນໃດ,ເປັນການຕັ້ງຂຶ້ນມາເພື່ອຄວາມຫັນສາປະສົມຄວາມໄຣ້ສາລະ ອິອິອິ).
 
ເລີ່ມກັນເລີຍ……………………ກັບມະນຸດກະຕູນ.
 
ມະນຸດກະຕູນນີ້,ຂພຈໄດ້ແຮງບັນດານໃຈມາຈາກເວັບພັນລາວນີ້ແລະ.
ເພາະເວລາອ່ານບົດໄດລະຣີ່ຂອງໃຜກະມັກຈະເຫັນມະນຸດດັ່ງກ່າວມັກເຂົ້າໄປຄອມເມັ້ນດວ້ຍໂຕກະຕູນຢ່າງດຽວ.
ບໍ່ວ່າບົດຄວາມນັ້ນຈະດີ,ຈະມ່ວນ,ຕະລົກ,ເສົ້າ,ຈະເປັນເລື່ອງຈິ່ງອິຫຍັງກະຢ່ານະ,ປະມານວ່າຂ້ອຍກໍ່ຊິເອົາແຕ່ກະຕູນບັນຍາຍແທນໂຕໜັງສື(ໃຜຊິວ່າຫຍັງ,ມັນສິດສ່ວນຕົວຂ້ອຍ). ເຫັນເປັນແນວນີ້ຕະຫຼອດກະອິຕົນຄົນຂຽນບາງລາຍ,ເພາະກະເຈົ້າຂຽນມາກະຢາກໃຫ້ຄົນອ່ານ,
ເມື່ອອ່ານແລ້ວກະຄອມເມັນກະໄດ້,ບໍ່ຄອມເມັນກະບໍ່ເປັນຫຍັງ(ຊິຄອມເມັ້ນມີໂຕໜັງສືບວກກະຕູນກະໄດ້,ແຮງດີໃຈນະ).
ແຕ່ມະນຸດດັ່ງກ່າວກັບບໍ່ສົນໃຈໆໆໆໆຫຼິ້ນເອົາແຕ່ໂຕກະຕູນມາຄອມເມັນ.
ຈາກທີ່ຂພຈເຫັນມາ, ຈະມີຢູ່2ຄົນທີ່ເພິ່ນມັກໆໆໆເຮັດແນວນິ.ທຸກບົດຄວາມຂພຈ,ບົດສຳຫຼວດ,
ມະນຸດດັ່ງກ່າວ,ເພິ່ນກໍ່ຈະເຮັດແນວນິ້ເປັນປະຈຳ(ອິອິອິ),ກວນປະສາດຂ້ານ້ອຍເລັກໜ້ອຍເຖິງປານກາງ 5555.
 ມີບາງເທື່ອເຂົ້າມາຄອມເມັ້ນບົດຄວາມດຽວຕັ້ງວ່າ2ຄັ້ງ(ຕອນເຊົ້າ,ກັບຕອນແລງ--ສຸດຍອດດດ--)”
ສະແດງວ່າຜູ້ກ່ຽວເປັນຄົນດຸໝັ້ນ,ເພາະມີການເຊັກເລດຕິ້ງວ່າມີໃຜມາຄອມເມັ້ນບົດຄວາມດັງກ່າວແບບຕາລົກບໍ່?
ຖ້າມີ,ດຽວຂ້ອຍກະຊິເອົາກະຕູນມາເຮັດຫົວຂັວນແທນອາລົມໃຫ້ເບິ່ງຈັກ2-3ຄອມເມັ້ນໃນໄດອະຣີ່ດຽວຫັນແລະ---ປະມານນັ້ນ---”5555
 
ທຳອິດກະງົງໆໆໆຢູ່ວ່າ : ເອະ,ກະເຈົ້າອ່ານບໍ່ຈົບຍ້ອນໄດອະຣີ່ຂ້ອຍມັນຍາວໂພດບໍ? ເລີຍເອົາກະຕູນເປັນສິ່ງຕອບແທນທີ່ເຮົາຂຽນມາໃຫ້ເພິ່ນອ່ານ.
ແຕ່ພໍຂພຈໄປອ່ານໄດອະຣີ່ຂອງຄົນອື່ນ...ກະເຈິແບບດຽວກັນນີ້ຕະຫຼອດ.ຈົນມາຮ້ອງ ອໍໆໆໆໆແບບນີ້ນິເອງ.
ຫຼິ້ນເອົາຂ້ອຍຄິດຫຼາຍຕັ້ງແຕ່ດົນໆໆວ່າເປັນຍ້ອນຂ້ອຍຂຽນຫຼາຍ,ຂຽນບໍ່ມ່ວນສັນເດາະ ເພິ່ນກະເລີຍເອົາກະຕູນມາຄອມເມັ້ນເພື່ອບໍ່ໃຫ້ຂ້ອຍເສຍໃຈ.
ທີ່ແທ້ Koo ກະຄິດຜິດໄປເອງເນາະ(ຈັງແມ່ນເຈົ້າໂງ່ເນາະNovember).
ທີ່ຈິ່ງມະນຸດດັ່ງກ່າວຕ້ອງການປ້ຳເງີນໃຫ້ຕົວເອງນັ້ນເອງ 55555(ຈັງແມ່ນຂ້ອຍຄິດບໍ່ຮອດ).
ກະເລີຍໃຫ້ສາຍາເປັນ : ມະນຸດລ່າເງີນພັນລາວວິ້ງຟັດໂລກ(ເອົາໄວ້ໄປແປງຄູ່ແຂ່ງກັບ ເສິ້ນຫລົງ ອິອິອິ) ຫຼື ອີກຊື່ໜຶ່ງກໍ່ຄື : ມະນຸດກະຕູນ.
ພວກທ່ານພໍຈະພາກັນມ່ວນໆໆ,ຣ່າໆໆກັບບົດຄາມນີ້ ບໍ? 555 ບອກແລ້ວວ່າຂ້ອຍຂຽນເປັນແຕ່ແນວຕະລົກຝຶດໆໆໆງົງໆໆໆກວນໆໆປະສາດ.
ມາຮອດນີ້ກະຂໍລາໄປກ່ອນ,ເຈິກັນກັບເລື່ອງມະນຸດ…..(ມະນຸດໃດດີນໍ???) ຕິດຕາມຕໍ່ໄປ.
 
ຕ້ຽມໂຕຖືກມະນຸດດັ່ງກ່າວດ່າລະຂ້ອຍ,ຍ້ານຖືກເນັບຢູ່ບາດນີ້ ອິອິອິອິ.ສ້ຽວສັນຫຼັງເດະ ຫື່ໆໆ.
 
ປ.ລ ນີ້ແມ່ນຍັນກັນຜີທີ່ຂພຈຂຽນດັກໄວ້ເພື່ອບໍ່ໃຫ້ມະນຸດກະຕູນຄອມເມັ້ນກວນໆໆໃນບົດຄວາມໜຶ່ງທີ່ຜ່ານມາ,
ແຕ່ກະບໍ່ໄດ້ຜົນ ເພາະຜູ້ກ່ຽວກະເຮັດຢູ່ດີ 55555 (ກວນປະສາດຂ້ອຍສຸດຍອດດດ).
 
ກົດຂອງການຄອມເມັ້ນຄື:ຈາກບັນຫາທີ່ມີການໃຊ້ກະຕູນແທນພາສາຂຽນຢ່າງດຽວ.
ເມື່ອເຂົ້າມາແລ້ວ,ມີໜ້າທີ່ອ່ານກະອ່ານໄປ,ບໍ່ຄອມເມັ້ນກະບໍວ່າກັນ(ຂພຈຍັງຮູ້ສຶກດີຂອບໃຈ).
ແຕ່ຢ່າໃຊ້ແຕ່ກະຕູນແທນການຄອມເມັ້ນຢ່າງດຽວ
.
ເພາະອາດເຮັດໃຫ້ຜູ້ຂຽນອາລົມນ້ອຍໃຈລຸກຂຶ້ນມາຍິ້ມໃຫ້ເດີ.
ຄວນເຄົາລົບສິດຂອງຄົນຂຽນແດ່.
ຖ້າຊິໃສ່ແຕ່ກະຕູນລະກະບໍ່ຄອມເມັ້ນມັນຊິດີກວ່າ.
ບໍ່ເຂົ້າມາອ່ານບົດຂ້ອຍຕໍ່ໄປກະໄດ້ຖ້າມັນໄລສາລະນະສຳລັບພວກທ່ານ(ກະຕູນ).
ຂໍຂອບໃຈທີ່ໃຫ້ຄວາມຮ່ວມມື ^ ^.
Delicious Digg Fark Twitter