ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 17, 2009 | ມີ 29 ຄຳເຫັນ ແລະ 0 trackback(s)

ເລື່ອງມັນຫາກໍ່ເກີດໄດ້ບໍ່ຣູ້ຊົ່ວໂມງ, ຂ້ອຍຫາກະເປີດGmailເພື່ອອ່ານຈົດໝາຍ.

ພໍດີຊ່ວງນີ້ມີເລື່ອງຖາມອາຈານ(ທາງເມວ)ຕະຫຼອດ,ກະເລີຍຄິດວ່າແມ່ນອາຈານສົ່ງເມວມາຫາເລື່ອງການຕະຫຼາດທຳມະດາ.

ທຳອິດກະຄິດວ່າອາຈານໃຫ້ໄປຊ່ວຍວິໃຈການຕະຫຼອດສັນເດາະ ເຫັນຫົວຂໍ້EMAIL“I NEED UR ASSISTANT “ ເຫັນລະກະຫື່ໆໆໆຊິໄດ້ມີແນວເຮັດລະ.
 ແຕ່ພໍເປີດເມວອ່ານມັນກະມີຂໍ້ຄວາມຈາກເມວອາຈານສອນການຕະຫຼາດວ່າແນວນີ້ແລະ :
 
How are you today i gat your mail but I am in a hurry writing this mail to you,
I am in some terrible situation and I'm really going to need your urgent help.
I had travelled to uk yesterday to visit a new Researchers' Complex in liverpool,
Unfortunately for me all my money ,diaries and my return ticket was stolen at the hotel where i lodged,
I am so confused right now,I don't know what to do or where to go,I didn't bring my phone here
and the hotel telephone line's was disconnected during the robbery incident,so i have access to only emails,
Please i want you to lend me a sum $1,550 usd today,
just to clear my Hotel bills and get the next plane home, I shall have your money reimbursed immediately on my return.
I want you to send it through western union outlet so i can receive it with my passport.
This is the ddress you will use to send me the money.
Name:Phouth DTS
ADDRESS:St. Nicholas Place,Princes Dock Liverpool
CITY:liverpool
COUNTRY:uk
ZIPCODE:L3 0AA
Please as soon as you are done.Please help me write out the MTCN number given to you by the western official
and the details you used in sending me the money,
or help me scan the receipt and attached it for me.
Thank you so much i would be waiting to hear from
you.Regards,
Phouth DTS.
 
ພໍເປີດອ່ານກະງົງເລີຍ(ງົງພາສານຳອີກ ແຮງວ່າບໍ່ເກັ່ງອັງກິດ). ອ່ານຈົນຈົບກະຕົກໃຈວ່າແມ່ນຫຍັງ.ແມ່ນເລື່ອງແທ້ຊຳເບາະ?
ລາວຄືມາບອກໃຫ້ເຮົາໂອນເງີນໄປໃຫ້ເຮັດຫຍັງ, ທັງທີ່ລາວກະໜ້າຈະບອກອາຈານໃຫຍ່ຢູ່ໂຮງຮຽນກະໄດ້.
ແຕ່ອ່ານຄືນດີໆໆກະເຫັນບອກວ່າໂທລະສັບໂຮງແຣມມັນເຕັມໂທໄປໃສ່ບໍ່ໄດ້,ໄດ້ແຕ່ສົ່ງເມວ.
ຄິດໃນໃຈອາດຈະແມ່ນກະເປັນໄປໄດ້ເພາະອາຈານເຈົ້າຂອງໂຮງຮຽນເພິ່ນຄືຊິບໍ່ມີເວລາເປີດເມວແດ່.
ກະເລີຍບອກເຮົາ(ສົງໃສອີກວ່າ ເອະ ເປັນຫຍັງຄືບໍ່ໄປແຈ້ງກົງສູນກ່ອນ.ລະກົງສູນໜ້າຈະຊ່ວຍໄດ້ເລື່ອງໂທລະສັບເລື່ອງເງີນ).
  1. ຍ້ອນແນວນັ້ນກະເລີຍສົ່ງບອກວ່າອາຈານວ່າ :
aowwwwwwwwww teacher tou?
man thae wa? true story? now teacher u UK wa now?
 
Nong c aow money ma tae sai?aow vee thee eun du.
hai nong pai Bork phai hai bor teacher?
maybe kajao help teacher dai?
Bork Teacher somphet bor?
reply me vai vai, c wait ur mail.
ຍ້ານເປັນເມວຕົວະແນ່,ຂພຈກະເລີຍຫາໃຫ້ໝູ່ທີ່ບ້ານຢູ່ໃກ້ໂຮງຮຽນອອກໄປຖາມວ່າອາຈານໄປUKແທ້ຫວາ?
5555555 ອາຈານການຕະຫຼາດໄວຣຸ່ນສຸດສວຍເຮົາຢູ່ຫ້ອງການ.
(ໝູ່​ໂທ​ມາບ​ອກວ່າ......
ເຈົ້າຂອງເມວບັນຫາດັ່ງກ່າວກະນັ່ງຢູ່ໂຮງຮຽນກ້ຽມຊິຂຶ້ນສອນວິຊາການຕະຫຼາດຢູ່ລັດຕະນະ.
ບໍ່ໄດ້ຢູ່UKຄືກັບເມວສົ່ງມາເລີຍຈັກດີ້. 
  1. ສຸດທ້າຍອາຈານສຸດໃຈດີເພິ່ນກະຮີບຟ້າວສົ່ງເມວມາບອກວ່າ :
Email1 ​: Nonononononoooooooooooooooo never!!!! It's cheating from someone!!!
I don't know how can it sent to you???
I never sent this??? don't beleive der
Maybay I will change my acount maybe it's the virus!!!!
Email2 ​: ຫັ້ນແຫຼະ ຂ້ອຍກະບໍ່ໂງ່ປານນັ້ນດອກ ພໍ່ແມ່ອ້າຍເອື້ອຍນ້ອງກະບັກຫຼາຍໆ ສິໄປປ່ອຍໃຫ້ຕົນເອງຢູ່ສະພາບແນວນັ້ນໄດ້ຈັ່ງໃດ???
ພວກໂງ່ນີ້ມັນຄິດວ່າຄົນລາວເຮົາຄຶຊິໂງ່ເອົາແທ້ເອົາວ່າ ຫຼິ້ນແນວນີ້ມັນກະແຮງໂພດໃດວ່າບໍ່
ຂ້ອຍຮັບໂທລະສັບຈົນເມື່ອຍຕັ້ງແຕ່ເຊົ້າ ພວກເວນຫ້າຮ້ອຍນີ້ໝົດທາງຫາກິນແລ້ວ ຂໍໃຫ້ພວກມັນ
ຖ້າເບິ່ງຂ້ອຍຊິຫາເລື້ອງມັນຄືນໃຫ້ເຖິງທີ່ສຸດໂລດພວກນີ້ ຈະສົ່ງເມລໄປຟ້ອງ CIA
ຈັ່ງໃດກໍຂອບໃຈຫຼາຍໆເດີ້ ແຕ່ກໍ່ຢ່າໄປຫຼົງເຊື່ອເມລພວກນີ້ເດີ້ ສື່ສານທາງເມລບາງເທື່ອກໍ່ເຊື່ອຖືບໍ່ໄດ້ດອກ.
 
 
ເຫີ່ໆໆໆໆ ເກືອບຕົກໂງ່, ດີແຕ່ຂ້ອຍບອກໝູ່ໄປຫາລາວຢູ່ໂຮງຮຽນກະເລີຍຮູ້ວ່າຕົວະ.
ທ່ານເດະໄດ້ຮັບເມວແນວນີ້ບໍ່? ຈັງແມ່ນມັນຊົ່ວເນາະ ກ້າເອົາເມວຄົນອື່ນມາຕົວະເຮົາ
ທັງທີ່ເຈົ້າຂອງເມວກະຍັງບໍ່ຮູ້ຕົວຊຳ.ເປັນຕາຍ້ານແທ້ລະບາດນີ້.
 
ປ.ລ ເລື່ອງເລີນບໍ່ເຂົ້າໃຜອອກໃຜ, ກະລຸນາອ່ານເມວດີໆໆ ຖ້າກ່ຽວກັບເລື່ອງເງີນໆໆທອງໆໆແລ້ວໃຫ້ທ່ານລອງໂທ
ໄປສອບຖາມກະເຈົ້າເມວນັ້ນກ່ອນວ່າແມ່ນລາວເປັນຄົນສົ່ງແທ້ຫວາ. ບໍ່ສັນຊິໄດ້ວຸ່ນວາຍປານບ້າຄືຂ້ອຍມື້ເຊົ້ານີ້ ເກືອບຕົກໂງ່.
Delicious Digg Fark Twitter