ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ພ.. 18, 2009 | ມີ 17 ຄຳເຫັນ ແລະ 0 trackback(s)

alt

(ຂໍອະລຳພະບົດເລື່ອງເສດຖະກິດໜ້ອຍໜຶ່ງ..... ອົດທົນອ່ານແນ່ເດີ T__T)

ເສດຖະກິດປະເທດທົ່ວໂລກກຳລັງປະເຊີນບັນຫາເລື່ອງການເງີນ,
ສ່ວນລາວເຮົາບໍ່ໄດ້ຮັບຜົນກະທົບປານໃດ,ຖ້າທຽບໃສ່ປະເທດທີ່ພັດທະນາຈຳນວນຫຼາຍ.
ຍ້ອນວ່າເຮົາກຳລັງເລີ່ມມີການແຂ່ງຂັນກັນ. ດັ່ງນັ້ນໃນການແຂ່ງເລີຍຕ້ອງອາໃສ່ຊ່ອງທາງການໂຄສະນາຫຼາຍເປັນຕົວຊ່ວຍໃນ
ການນຳສະເໜີສິນຄ້າຂອງຕົນ,ຈະພົບເຫັນຫຼາຍກະຢູ່ໃນໜັງສືພິມ(ໂດຍສະເພາະໜັງສືພິມວຽງຈັນໃໝ່).
ເພາະບັງເອີ້ນອ່ານໜັງສືພີມ, ເຫັນຂ່າວເຫດບ້ານການເມືອງ,ຂ່າວຕ່າງປະເທດ,ອ່ານໄດ້2-3ໃບໝົດລະເດະ,
ເປີດໜ້າຕໍ່ໆໄປກະເຈິຂ່າວໂຄສະນາຫຼາຍກວ່າ
ເພາະເຫັນມີການນຳສະເໜີສິນຄ້າຄຸນນະພາບຂອງບໍລິສັດຕ່າງໆໆ,
ບໍ່ວ່າຈະເປັນໂຄສະນາເລື່ອງ້,ຮັບສະໝັກພະນັກງານ ໂຮງຮຽນພາສາຕ່າງໆ,ໂທລະສັບ,ປະກັນໄພ,
ຂາຍລົດ,ອື່ນໆໆແນ່ນອນ,ລວມໄປເຖິງຂ່າວມໍລະນະກຳ(ແນ່ນອນ,ໃຜກະບໍ່ຢາກປາດຖະນາໃຫ້ມີຮູບຍາດຕິພີ່ນ້ອງໃນນັ້ນເດາະ-..-!).
 
alt
 
ຂ້ານ້ອຍມັກເຫັນທຸລະກິດທີ່ເປັນປະເພດດຽວກັນມັກໂຄສະນາເຖິງຄວາມດີ(ກວ່າທຸລະກິດຄູ່ແຂ່ງຂັນຂອງຕົນສະເໝີ)
ເຊັ່ນ : ທຸລກິດໂທລະມະນາຄົມດັ່ງທີ່ທ່ານເຫັນພາບຂ້າງລຸ່ມນີ້.ທີ່ພະຍາຍາມນຳສະເໜີທາງເລືອກໃໝ່
ໃຫ້ຄົນມາເປັນລູກຄ້າຂອງຕົນ.ບໍ່ວ່າຈະໄດ້ໂປຼໂມຊັນໂທເຄິ່ງລາຄາ,ສົ່ງຂໍ້ຄວາມ,ໂທຫຼາຍໄດ້ເງີນ,ໂຫຼດຮູບໂຫຼດເພັງລຸ່ນຮັບລົດຈັກແລະອື່ນໆໆ.
ເຊິ່ງເປັນກົນລະຍຸດທີ່ຖືວ່າໃຜດີໃຜຢູ່.
 
alt
ແຕ່ແປກໃຈຢູ່ຢ່າງໜຶ່ງວ່າເປັນຫຍັງເຮົາບໍ່ຄ່ອຍເຫັນໂຄສະນາຂອງTigoຢູ່ໃນໜັງສືພິມເນາະ?
ເຫັນມີແຕ່ເຄື່ອຄາຍອື່ນໂຄສະນາໃນໜັງສືພິມ. ຫຼື ເປັນເພາະວ່າກຸ່ມເປົ້າໝາຍຂອງທິໂກ້ແມ່ນໄວຣຸ່ນນັກສຶກສາ,
ເຊິ່ງTigoຈະໄປໂຄສະນາຜ່ານສື່ຕ່າງໆທາງວິທະຍຸ,ວາລະສານ,ໂປຼສະເຕີຫຼາຍກວ່າ,ອາດເປັນເພາະວ່າທາງເຫຼົ່ານີ້
ອາດຈະເຂົ້າເຖິ່ງລູກຄ້າຕົນເອງໄດ້ໄວກວ່າ. (ໜ້າຄິດຢູ່ໄດ້ນິວ່າເປັນຫຍັງ,ໂທໄປຖາມ123ຊຳບໍ?lolzz )
ແຕ່ຕ່າງຈາກMphoneທີ່ກຸ່ມລູກຄ້າແມ່ນນັກທຸລະກິດ,ຄົນເຮັດວຽກຕ່າງໆໆ.ເຄົນເຫຼົ່ານີ້
altalt

 

 

 ຖ່າຍຮູບໂດຍ: Sonyericsson ເນົ່າໆໆ
.ຮູບໂຕຊ້າງ,ໃບທຳອິດຫັນນະມັນແມ່ນບໍລິສັດກ່ຽວກັບຫຍັງບຸ,
ເຫັນມັນງົງໆໆດີກະເລີຍຖ່າຍມາ.
Delicious Digg Fark Twitter