ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 17, 2009 | ມີ 6 ຄຳເຫັນ ແລະ 0 trackback(s)

ນີ້ແມ່ນພາກ2ຕໍ່ຈາກບອດແລ້ວນີ້ເນາະ,ຖ້າໃຜບໍ່ໄດ້ອ່ານບອດທຳອິດ,ອາດຈະງົງນ້ອຍໜຶ່ງ.
ຖ້າມີເວລາເຫຼືອກະກັບໄປອ່ານໄດ້ເດີຈາກລິ້ງນີ້
 http://punlao.com/webboard/topic/21/index/7424 .
ແຕ່ກະບໍ່ເປັນຫຍັງຂ້ອຍຊິພະຍາຍາມເວົ້າເລື່ອງພາກ2ນີ້ໃຫ້ເຂົ້າໃຈງ່າຍໆເລີຍເນາະ.
ເຮົາມາເລີ່ມຈາກຄຳຖາມທີ່ວ່າ
: ກົນລະຍຸດການຕະຫຼາດຂອງ ຕັນ-ໂອອິຊິ(ປະມານແນວໃດ?).
ສະໄຕລ໌ການຕະຫຼາດຂອງລາວແມ່ນ…
ລາວຈະບໍ່ລໍຖ້າໃຫ້ນັກການຕະຫຼາດໄປຫາສຳຫຼວດພຽງແຕ່ຝ່າຍດຽວ, ເພາະລາວຖືວ່າຖ້າຢາກຮູ້ຫຍັງ,ຕ້ອງໄປເຫັນດ້ວຍຕົວເອງ, ປະມານວ່າຖ້າຢາກໄດ້ລູກເສືອຕ້ອງອອກໄປຖ້ຳເສືອ,
ຖ້າບໍ່ເຫັນຖ້ຳາເສືອ,ກໍ່ໃຫ້ອອກໄປຊອກຢູ່ໃນສ່ວນສັດ
(ອິອິອິ ອັນຫຼັງນີ້ຂ້ອຍເວົ້າເອງ ອິກອິກອິກ).
ການສຳຫຼວດທີ່ໄດ້ຂໍ້ມູນແລະໄດ້ຜົນສຸດໆໆແມ່ນ(ສູດນີ້ຂ້ອຍເວົ້າເອົາເອງແບບລວມໆ):
7-ELEVEN+ Customer = ຕັນໂອອີຊິ.
ອາດຈະງົງແມ່ນບໍ,ວ່າແມ່ນມັນກ່ຽວຫຍັງກັນແທ້ກັບຮ້ານ7-eleven?
ຂໍຕອບວ່າກ່ຽວຢ່າງແຮງໆໆເດີພີ່ນ້ອງ. ມີຄົນເວົ້າວ່າ, ທ່ານສາມາດເຫັນຕັນໂອອິຊິໄດ້ຕາມຮ້ານ7-elevenແຖວຈຸດຊຸ່ມຊົນດັ່ງໆໆຢູ່ເມືອງຫຼວງປະເທດເພິ່ນ.
ປະຕິບັດການທຳອິດ: ດັ່ງນີ້……….
ເພາະສະໄໝ່ທີ່ເປີດຜະລິດຕະພັນໄດ້ໃໝ່ໆຈົນຮອດມື້ທີ່ຜະລິດຕະພັນເປັນທີ່ຮູ້ຈັກຂອງສັງຄົມ ,ຕັນກໍ່ອາໃສ່ຮ້ານພວກນີ້ແລະໃນການສຳຫຼວດວິໃຈ,ພຶດຕິກຳຂອງຜູ້ບໍລິໂພກວ່າ,
ມື້ໜຶ່ງຈະມີຄົນມາຈັບເອົາສິນຄ້າປະເພດເຄື່ອງດືມໃດຫຼາຍກວ່າ,ແລະກຸ່ມລູກຄ້າອະຍຸເທົ່າໃດແດ່ທີ່ມັກກິນຊາຍີ່ຫໍ້ໂອອິຊິ?
ແລ້ວກໍ່ຈະໄປສຳຫຼວດວ່າຊາໂອອິຊີໄດ້ຈັດວາງແນວໃດ,ໂປຼສະເຕີ,ແບນເນີ້,ລູກສາມາດແນມເຫັນໄດ້ງ່າຍບໍ?
ປະຕິບັດການຂັ້ນຕໍ່ມາ….ລາວຈະອາໃສ່ໄປຄຸກຄີ້, ລົມກັບບັນດາພະນັກງານຮ້ານດັ່ງກ່າວ,ອາດຈະຖາມວ່າມື້ນີ້ນ້ຳຊາຂອງລາວຂາຍໄດ້ຈັກຕຸກ ,ຊ່ວຍກວດສອບຍອດໃຫ້ແດ່ໄດ້ບໍ?,
ຫຼືສິ້ນຄ້າໃດຂາຍດີ? ຖ້າສິນຄ້າຂອງລາວບໍ່ຢູ່ໃນຕູ່ແຊ່ໃນຈຸດລູກຄ້າເບິ່ງເຫັນໄດ້ແຈ້ງ, ລາວກໍ່ອາດຈະຂໍໃຫ້ພະນັກງານຮ້ານປ່ຽນມຸມໄປຈັດວາງໄວ້ຊັນອື່ນຕໍ່ໄປແທນ.
ຖືວ່າເປັນການລົງໄປສຳຫຼວດໄດ້ຖືກທີ່ຖືກເວລາ,ເປັນການສຳຫຼວດທີ່ບໍ່ຈຳເປັນມີຕົ້ນທຶນຫຍັງຫຼາຍຊຳ.ແຖມໄດ້ຂໍ້ມູນເປັນປະໂຫຍດແລະຊັດເຈນອີກ,
ຖືວ່າເປັນການຍິງນົກນັດດຽວໄດ້ລູກປືນບັກຫຼາຍໆໆອັນ 5555
(ເວົ້າຜິດ,ເວົ້າປີ້ນອີກແລ້ວ,ຕະລົກຝຶດໆໆ).
ໂດຍທີ່ພະນັກງານຮ້ານ7-elevenຈະຮູ້ຈັກສະໜິດກັບລາວຫຼາຍກວ່າພະນັກບາງຄົນຂອງລາວອີກ.

ບຸນຊ່ວງເຮືອວຽງຈັນ+ຄົນລາວ = ຕັນໂອອິຊິ.
ຄຳຖາມຂ້າງເທິ່ງພໍເຂົ້າໃຈແລ້ວແມ່ນບໍ?ຕໍ່ມາອາດຈະງົງວ່າເປັນຫຍັງຈິ່ງບຸນຊ່ວງເຮືອ?
ກະຫັນແລະ……ກຳລັງຊິບອກວ່າ
….. ຄັ້ງໜຶ່ງຂ້ອຍໄດ້ເຈິກັບຕັນ-ໂອອິຊິກະຢູ່ບຸນຊ່ວງເຮືອແຄມຂອງນີ້ແລະ.
ປະມານ 4ປີ ຫຼື 5ປີກ່ອນນີ້ແລະ(
ຖ້າຈື່ບໍ່ຜິດ),
ໂອອີຊິໄດ້ຕັດສິນໃຈຂ້າມນ້ຳຂອງມາເປີດຕົວຜະລິດຕະພັນຄັ້ງແລກຢູ່ປະເທດລາວ, ໂດຍໄດ້ເອົາບຸນຊ່ວງເຮືອຢູ່ແຄມຂອງເປັນການໂຄສະນາໃຫ້ຄົນລາວຮັບຮູ້ສື່ຂອງໂອອິຊິ.
ຄັ້ງນັ້ນຂ້ອຍໄດ້ໄປຫຼິ້ນບຸນນຳໝູ່ແລະໄດ້ໄປຢືນມາງ໊ອງ-ມະແງ໋ງ.. ຢູ່ແຖວໜ້າຮ້ານໂອອິຊີ, ຍ້ອນວ່າໄປຢືນເປັນໜ້າມ້າໃຫ້ວົງອ້າຍໝູ່ຂ້ອຍສະໄໝບໍ່ດັ່ງປານໃດຂຶ້ນຮ້ອງເພັງໃຫ້ບູດໂອອິຊີ
(ດຽວນີ້ເປັນວົງRockອັນດັບ1ຂອງລາວເຮົາໄປແລ້ວ). ແລະແລ້ວຂ້ອຍກະໄປຊື້ນ້ຳຊານັ້ນມາກິນ
(ຍ້ອນປະກາດວ່າຊື້1ແຖມ1), ຂ້ອຍກະເລີຍຊື້ມາຊິມ6ກະຕຸກ(ແຖວບ້ານກະເຈົ້າເອິ້ນວ່າ ແດ໋ກວ່າຊັນ).ແຕ່ຍ້ອນວ່າໂລບມາກຫຼືວ່າຂີ້ຊ່ວຍ (ຄືດັ່ງເພງເຊວກຳລັງຮ້ອງຢູ່ຕອນນັ້ນບໍ່ຈັກ),ພະນັກງານບໍ່ເອົາຂອງແຖມໃຫ້ຂ້ອຍ T__T.
November:ກະເລີຍວ່າຍ່າງມາຫາໝູ່ແບບງົງເອົາຊື່ໆໆ.
My Society Gang:ກະເລີຍວ່າປອບໃຈແບບໜ້າຮັກໜ້າຫັກ..ຈັງແມ່ນMeungຊວຍ,ທັງດຳ,ທັງເຕ້ຍ--ແຖມຫູເບົາອີກຕ່າງຫາກ--
November:ເອິ້ໆໆຂອບໃຈພວກຫ່າ,ເຮັດຈັງໃດ,ເສຍຄ່າໂງ່ໄປລະເດະ,ກິນຈົນເມົາຊູ,ກິນໆໆໆລົງໄປ.

ໃນຄະນະທີ່ຢືນເບິ່ງຄອນເສີດໄປກິນນ້ຳຊາ(ບວກຄ່າໂງ່)ແບບຝຶດໆໆໆໄປ.
ຢູ່ດີໆໆກະມີລຸງຄົນໄທຜູ້ໜຶ່ງຍ່າງມາຖາມວ່າເປັນແນວໃດ,ແຊບບໍ?ຊື້ຈັກຕຸກແລ້ວ?

November:ແຊບຢູ່,ຊື້6ຕຸກ(ຖືຂຶ້ນມາໂຊໃຫ້ເບິ່ງເຕັມໜ້າລູງນັ້ນເລີຍຂ້ອຍ).
ລຸງອວບໆໆ:ກິນຄົນດຽວຫວາ,ແລ້ວໄດ້ຂອງແຖມຫຼືຍັງ?
November:ກິນຜູ້ດຽວ,ແຕ່ບໍ່ເຫັນໄດ້ຂອງແຖມຊຳ,ກະເຈົ້າບໍ່ໃຫ້ວ່າຊັນ .(ເຮັດໜ້າ+ບີບອາລົມເສຍດາຍຢ່າງໃຫຍ່ເພາະແອບແຄ້ນໃນໃຈທີ່ບໍ່ໄດ້ຂອງແຖມອິອິອິ).
ລຸງອວບ : ເຫຼິໆໆ….(= ລາວຮ້ອງໃສ່ພະນັກງານວ່າ-ອ້າວວວມາໃຫ້ຕົວເລັກດ້ວຍອີກ6ກະປ໋ອງ(ເຫິ້ໆໆກິນຈົນຕາຍແທ້ຂ້ອຍບາດນິ ).
November:ຂອບໃຈເດີລຸງ(ວ່າຊັນ)….ແອບເຮັດໜ້າຊະໃຈໃສ່ພະນັກງານອີກກກ

ແລ້ວກະເຕັ້ນຢູ່ແຖວຄອນເສີດແອນກິ໊ດ,ກິ໊ດໆໆໆໃຜຢຽບຕີນຂ້ອຍຍຍຍ555 ໂອ໊ເວິ້ອີກແຍ້ວວ.
ສ່ວນລຸງກະຫາຍໄປໃນຝຸງຊົນ.
ການສົນທະນາກະຈົບລົງເທົ່ານີ້.

ມາຮູ້ໂຕອີກເທື່ອໜຶ່ງວ່າລາວແມ່ນໃຜກະຕອນທີ່ເບິ່ງໂທລະທາບ(2ປີໃຫ້ຫຼັງ), ຕອນທີ່ລາວຈັບລາງວັນຝາໂອອິຊິລຸ້ນເງີນລ້ານ.ເບິ່ງໄປກະງົງໆໆເອະໆໆໆ ລຸງນີ້ໜ້າຄືໃຜຫວາ???ເຫັນຢູ່ໃສ່ຫວາ??? ສຸດທ້າຍກະໄດ້ຄຳຕອບຈາກອ້າຍບັງເກີດກ້າວວ່າ : ລາວເປັນເຈົ້າຂອງໂອອິຊິນີ້ແລະ?ບໍ່ຮູ້ຈັກຊ້ຳເບາະ?ຖາມເຮັດຫຍັງ?
ໂອ໊ໆໆໆລຸງນີ້ເອງ,ສົມພໍເດາະ,ມາຢືນຝອຍນຳເຮົາເລື່ອງຊາໂອອິຊິຢູ່ຕອນນັ້ນ
(ຄິດວ່າເຊຍຊິມາຫຼອກໄປຂາຍສັນເດາະ555ຕົກຈ້າຍຍຍ).
ເປັນຈັງໃດພໍຈະເຂົ້າໃຈການຕະຫຼາດແບບກັນເອງລະບໍ?
ບໍ່ບອກກະບໍ່ຮູ້ວ່າຜູ້ບໍລິຫານຮ້ອຍລ້ານຈະໃສ່ເສື້ອຜ້າທຳມະດາໆໆເຮັດຕົວຕິດດິນ.

***ຂ້ອຍເອງກະບໍ່ໄດ້ຮູ້ຫຍັງເລິກເຊິ່ງເດາະ,ແຕ່ອາໃສ່ເຫັນຕະຫຼອດຈາກຂ່າວ, ຈາກການໂປຼໂມດກົນລະຍຸດຕ່າງໆໆຂອງສິນຄ້າບາງອັນ. ເພາະຖືວ່າສ້າງຄວາມຕື້ນເຕັ້ນສຳລັບຂ້ອຍນະ.ຖືວ່າໄດ້ເຫັນຄົນແຂ່ງຂັນກັນ, ຍາດສ່ວນຄ່ອງຕະຫຼາດກັນ.>>>ຊະໃຈດີ,ປະມານວ່າໃຜດີໃຜຢູ່<<<
****ຈະເວົ້າໄປແລ້ວຂ້ອຍກະເລີ່ມສົນໃຈເລື່ອງການແຂ່ງຂັນໂຄສະນາກະຍ້ອນແນວນີ້ແລະ.
ບໍ່ໜ້າແປກໃຈເລີຍທີ່ຕັນ -ໂອອິຊິສາມາດຍາດສ່ວນຄອງຕະຫຼາດໄດ້ຫຼາຍກວ່າຊາສະໜິດອື່ນ, ເພາະວ່າຄ່ານິຍົມໃນສາຍຕາຂອງຜູ້ບໍລິໂພກ,ຮູ້ແລະຮັບສື່ຂອງລາວຫຼາຍກ່ວາຍ້ອນ
:
1.ລາວເປັນເຈົ້າທຳອິດທີ່ເປັນຜູ້ບຸກເບີກຕະຫຼາດຊາກະຕຸກຢູ່ໄທ.
2.ການໂຄສະນາ(ຈູງໃຈ)ຄົນເບິ່ງໄດ້ດີກວ່າແລະທຸ່ມເງີນລາງວັນແກ່ຜູ້ບໍລິໂພກໄດ້ດີກວ່າ
.
**** ໂຄສະນາລາວເຮັດໃຫ້ຜູ້ເບີ່ງມີສ່ວນຮ່ວມວ່າເຮົາເອງກໍ່ສາມາດເປັນຄົນໜຶ່ງທີ່ອາດຖືກຝາລາງວັນໄດ້ (ຕາມນັ້ນ)….ເປັນອາລົມເຝິ້ຝັນໄປແນວໜຶ່ງ. ໃນຄວາມເປັນຈິ່ງແລ້ວ,ເງີນທີ່ລາວໄດ້ແຈກໄປທັງ 2ຄັ້ງໃນສາຍຕາຜູ້ບໍລິໂພກຖືວ່າຫຼາຍເລີຍກະວ່າໄດ້, ແຕ່ໃນທາງກັບກັນຖືວ່າຄຸ່ມຄ່າກັບຊື່ສຽງແລະສາມາດຊື້ໃຈຜູ້ບໍລິໂພກທີ່ມີຕໍ່ແບນເນີ້ຍີ່ຫໍ້ລາວໄດ້ດີເກີນຄາດ .ຖືວ່າເມັດເງີນທີ່ຈ່າຍໄປນຳການໂຄສະນາທຸກດ້ານຖືວ່າເລັກໜ້ອຍ, ຖ້າທຽບໃສ່ກັບທີ່ລາວຂາຍພາຍໃນແລະສົ່ງອອກນອກປະເທດຖືວ່າຄຸ່ມແທ້ໆໆ.

ເຫິ໊ໆໆໆຍາວແທ້ໆໆເລີຍ….ຂຽນມາໄດ້ແນວໃດບຸ?(ສະໝອງມັນພາໄປເດີ,ຂໍໂທດທີ).
ເລື່ອງຕໍ່ໄປຈະມາເວົ້າເຖິງຜູ້ນຳ CEOຜູ້ບຸກເບີກນິຄົມອຸດສາຫະກທີ່ໃຫຍ່ທີ່ສຸດຂອງໄທຢູ່ຊົນບຸລີ, ເປັນທັງຜູ້ນຳເຂົ້າແລະສົ່ງອອກຂອງໄທຄົນທຳອິດທີ່ອາຍຸຍັງນ້ອຍ(ແຕ່ກີ້).
ຜູ້ນັ້ນກໍ່ຄື : ວິກົມ ກົມມະດິນ,ປະຈຸບັນໄດ້ເປັນທັງນັກຂຽນ,ນັກສັງຄົມສົງເຄາະ. ບັງເອີ້ນຕອນຄ່ຳນີ້ຊ່ອງ3ລາຍການຈັບເຄົາລົມກັນເຊີນວິກົມມາສຳພາດເວລາ 11ໂມງເຄິ່ງຄືນນີ້,ໄປເບິ່ງກ່ອນກະໄດ້.ຂ້ອຍເບິ່ງຕົວຢ່າງມື້ເຊົ້ານີ້, ລາວເວົ້າທິດທາງເລື່ອງເສດຖະກີດຂອງໄທໄດ້ເກັ່ງແທ້ໆໆ. ໄປເບິ່ງເດີພີ່ນ້ອງແລ້ວມື້ໜ້າຂ້ອຍຊິມາເວົ້າຕື່ມເຖິງວິໃສທັດຂອງຜູ້ນຳ CEOຄົນນີ້ເປັນມາຄືແນວໃດ. ຮັບຮອງທ່ານຕ້ອງມັກແນ່ນອນ, ເພາະການເຮັດບົດວິເຄາະອັດຕາສ່ວນການເງີນສົ່ງອາຈານແບບມົ່ວໆໆໆຈາກເນັດ, ຂ້ອຍກະຮູ້ຈັກຊີວະປະຫວັດລາວ.ເປັນຈຸດເລີ່ມຕົ້ນທີ່ເຮັດໃຫ້ຂ້ອຍຮູ້ຈັກລາວຄົນນີ້
(ວິກົມ ກົມມະດິນ).

Delicious Digg Fark Twitter