
ຂຽນເມື່ອ: ມ.ນ.. 31, 2009
| ມີ
12 ຄຳເຫັນ
ແລະ
0 trackback(s)
ຍ້ອນຄຳວ່າ Blog ຄຳນີ້ທີ່ຄັ້ງໜຶ່ງເປັນຄຳທີ່ຂ້ອຍບໍ່ແນ່ໃຈວ່າມີໄວ້ເຮັດຫຍັງ? ແລະຂ້ອຍກະໄດ້ຄຳຕອບຈາກຜູ້ທີ່ຂຽນຫຼາຍໆທ່ານຈາກເລື່ອງລາວທີ່ກະເຈົ້າບອກເລົ່າຜ່ານໜ້າໂລກອອນໄລ໌.
ເຊິ່ງຄົນສາມາດສະມັກສ້າງBlogຂອງຕົນຜ່ານເວັບໄຊໄດ້ຫຼາຍຂຶ້ນມາຮອດປະຈຸບັນມີBloggerຢູ່ໃນໂລກcyberມີເປັນພັນລ້ານໆໆຄົນໄດ້ສະແດງຄວາມເຫັນຂອງຕົນອອກຜ່ານລະບົບອອນໄລ໌.
ເປັນການຂີດຂຽນອອກຄຳຄິດຄຳເຫັນຂອງຜູ້ຂຽນເອງຜ່ານນິ້ວມື້Keyboadແທນບິກຫຼືຊໍ.
ແລະທີ່ສຳຄັນແມ່ນການສ້າງBlogແມ່ນເປັນການເປີດໂອກາດໃຫ້ຄົນໄດ້ສະແດງຄວາມຄິດເລື່ອງຕ່າງໆໄດ້
ໂດຍບໍ່ມີຂອບເຂດ(ຖ້າບໍ່ໄປກະທົບໃຜໂດຍຕົງ).
ເບິ່ງຄືວ່າບໍ່ດົນທີ່ຂ້ອຍເປັນສະມາຊິກພັນລາວມາ2ເດືອນແລ້ວ.
ບົດຄວາມທີ່ແຈ້ງເກີດBlog Diaryໃນນາມໂນເວມເບີ້ແມ່ນ
ເລື່ອງເບຍເລີຍເນາະ(ບາງຄົນກໍ່ວ່າຕ້ອງມັກເບຍແລະຈິ່ງຂຽນອອກມາ).
ຖືວ່າເປັນຄັ້ງທຳອິດທີ່ຕັ້ງໃຈສ້າງບລ໋ອກໄດອະຣີ່ແບບຈິ່ງໆຈັງໆ(ຢູ່ພັນລາວ) ເພາະກ່ອນໜ້ານີ້ແມ່ນມັກໄປອ່ານບົດຄວາມຄັກໆຂອງບລ໋ອກປະເທດຕິດບ້ານເຮົາມາຕະຫຼອດ,
ເລີ່ມຈາກເວັບ Wordpressທີ່ເປັນເວັບທຳອິດທີ່ເຮັດໃຫ້ຂຽນຮູ້ເລື່ອງຄຳວ່າ --Blog--
(ເສຍດາຍເປັນອັງກິດ,ອ່ານບໍ່ໄດ້ປານໃດ),ແຕ່ຂອ້ຍກໍ່ຍັງມີBlogເປັນຂອງຕົນເອງຢູ່ເວັບຫັນ.
ແຕ່ຕໍ່ມາຂ້ອຍໄດ້ເລີ່ມສົນໃຈຕິດຕາມອ່ານເລື່ອງຕ່າງໆຂອງເວັບ Exteen ເພາະວ່າມີBloggerສຸດຍອດຫຼາຍທ່ານທີ່ຂຽນໄດອະຣີ່ເປັນສະໄຕລ໌ຂອງຕົນທີ່ຊັດເຈນຫຼາຍ,ເປັນຂຽນເລື່ອງທີ່ກະເຈົ້າເຈິຫຼືຢາກແນະນຳແນວທາງປະສົບການ,ສິ່ງທີ່ເຫັນຫຼືການອ່ານຂ່າວແບບລວມໆແລ້ວມາສະຫຼບງ່າຍໆໃຫ້ຄົນອື່ນໄດ້ຮັບຮູ້ຜ່ານໃນBlog diary,
ເຊັ່ນດຽວກັບກຸ່ມອື່ນໆໆທີ່ຂຽນໄດ້ສຸດຍອດແທ້ໆ. ດຽວນີ້ຕິດຕາມອ່ານບລ໋ອກຂອງOknation,ແນ່ນອນວ່າເປັນເວັບໄຊເລື່ອງຂ່າວທີ່ເກີດຂື້ນຂອງໄທແລະຕ່າງປະເທດ.
ແລະມື້ນີ້ຂ້ອຍບັງເອີ້ນໄປເຈິ Bloggerທີ່ເປັນຄົນລາວໃນເວັບໄທຊື່ດັ່ງ oknation.
ສົງໃສຜູ້ກ່ຽວຕ້ອງເຮັດວຽກກ່ຽວຂ້ອງກັບຄົນໄທແນ່ນອນ,ເພາະວ່າຂຽນເປັນພາສາໄທ(ໄດ້ເກັ່ງຫຼາຍ) ແຕ່ວ່າບົດຄວາມທີ່ຂຽນເປັນການເຜີຍແຜ່ເລື່ອງຂອງລາວເຮົາ. ເຫັນບົດຄວາມທີ່ລາວເອົາໄປລົງແຕ່ລະຄັ້ງມີຄົນຕິດຕາມອ່ານແລະຄອມເມັນຫຼາຍຕະຫຼອດ.ສ່ວນຫຼາຍຈະເປັນການອະທິບາຍດ້ວຍຮູບພາບຫຼາຍກວ່າການຂຽນ
ນີ້ແມ່ນພາບທີ່ຢູ່ໃນໄດອະຣີ່ລ່າສຸດທີ່ລາວຂຽນ ເອົາມາໃຫ້ເບິ່ງກັນຫຼິ້ນໆ,ເບິ່ງລະໃຫ້ແນວຄິດດີ(ແລ້ວແຕ່ໃຜຈະຄິດໃນແງ່ໃດເດີ).
ມີການເຊັນເຊິຄຳສຸດທ້າຍໄວ ເພາະຂ້ອຍຍ້ານຄົນຊິດ່າ.
ຈັງໃດ,ພັນລາວເຮົາພ້ອມທີ່ຈະເລີ່ມຂຽນເລື່ອງທີ່ຕົນໄດ້ພົບເຈິ ຫຼື ສິ່ງທີ່ຄິດວ່າໜ້າຈະດີຖ້າປ່ຽນໄດ້(ຂອງຕົນແລະຄົນອື່ນ),ກໍ່ໜ້າຈະເອົາມາshareຄວາມຮູ້ສຶກດີໆໆໃຫ້ຄົນອື່ນໄດ້ຮັບຟັງກັນແນ່ເດີ.ເຮົາມາເລີ່ມຂຽນກັນເພື່ອວ່າມື້ໜ້າລາວເຮົາຈະມີBloggerເກັ່ງໆໆເຕັມໂລກອອນໄລ໌ ເພື່ອໃຫ້ຄົນລາວເຮົາເກັ່ງແລະມີຄວາມຄິດດີໆ,ເວົ້າບໍ່ໄດ້ມື້ໜຶ່ງເຮົາອາດຈະມີນັກຂຽນ.ນັກປະພັນອອກມາໃນຮູບແບບຂອງປື້ມພິມກໍ່ມີ.ສັນເຮົາຕ້ອງມາເລີ່ມຝຶກຫັດດ້ວຍການຄິດຫຍັງ,ທຳຫຍັງຜ່ານBlogກ່ອນ. ເພື່ອສ້າງໃຫ້ສະໝອງມີແນວຄິດໃໝ່ຕະຫຼອດ.