
ຜ່ານພົ້ນມາ3ມື້ທີ່ບໍ່ໄດ້ເຫັນແສງຕາເວັນ,ຫຼັງຈາກທີ່ເຫັນແຕ່ທ້ອງຟ້າທີ່ເປັນສີເທົາ,ຖ້າບໍ່ເບິ່ງເວລາເກືອບຈະບໍ່ຮູ້ຊຳວ່າ”ມັນແມ່ນຕອນເຊົ້າຫຼືຕອນແລງ,
ເພາະບັນຍາກາດມັນແຍກບໍ່ອອກຍ້ອນອາກາດ”.
ມື້ວານນີ້ກໍ່ເຊັ່ນກັນ,ພິເສດແຕ່ວ່າຝົນຕົກຫຼາຍກວ່າ3ມື້ທຳອິດ.
ມື້ນີ້ເລີຍຕື່ນສວຍ(ອີກມື້ແລ້ວ),ແຕ່ກໍ່ດີທີ່ພໍຕື່ນມາກໍ່ໄດ້ເຫັນແສງຕາເວັນສ່ອງແສງຜ່ານແວນປ່ອງອຽມເຂົ້າມາຫ້ອງນອນຂ້ອຍ,ນັ້ນຖືວ່າມື້ໃໝ່ໄດ້ເລີ່ມຂຶ້ນແລ້ວ(ແມ່ນບໍ).
ເຖິງແມ່ນວ່າມື້ນີ້ມັນອາດຈະແມ່ນວັນເສົາທີ່ໜ້າເບື່ອ,
ແຕ່ກະບໍ່ມີຍັງສາມາດເຮັດໃຫ້ຂ້ອຍຈະຢຸດຄິດຮອດໃຜບາງຄົນ.
ຄົນທີ່ຄັ້ງໜຶ່ງຂ້ອຍເຄີຍເອີ້ນວ່າ “ຄົນສຳຄັນ”.
ຄົນສຳຄັນທີ່ຖືກຝັ່ງໄວ້ໃນອະດິດໄປແລ້ວ.ຄົນສຳຄັນທີ່ເຮັດໃຫ້ຂອ້ຍຮູ້ວ່າບໍ່ມີຍັງແນ່ນອນ.
ຄົນສຳຄັນທີ່ບອກວ່າ ”ບໍ່ເປັນແນວນັ້ນເດາະ” ແຕ່ແລ້ວMeungກໍ່ເປັນເອງ.
ຜົນອອກມາກໍ່ຄື : ມັນເປັນກຳແພງທີ່ແບ່ງອອກເປັນ2ທາງ-ທາງເຈົ້າແລະທາງຂ້ອຍ-
ຈົນກາຍເປັນອະດິດທີ່ຜ່ານໄປແບບບໍ່ມີເລື່ອງໃດໜ້າພູມໃຈເລີຍ.
ຄວາມຈິ່ງແລ້ວຄຳວ່າ(ກາງເດືອນເມສາ)ນີ້ແມ່ນ…
ຂ້ອຍຄິດວ່າຊິໄປຫຼິ້ນປີໃໝ່ນຳໝູ່ຢູ່ຕ່າງແຂວງ,ຟັງເບິ່ງແລ້ວຄືວ່າມ່ວນ,ແຕ່ກໍ່ເປັນແຄ່ແຜນອັນໜຶ່ງທີ່ຄາດວ່າຈະເກີດຂຶ້ນ.
ເພາະຂາດປັດໃຈດັ່ງນີ້ :
1.ເງີນ.
2.ວຽກ
3.ພໍ່ແມ່.
ບໍ່ບອກກະຄືຈະເດົາອອກວ່າເປັນຫຍັງ3ຂໍ້ນີ້ຄືມາກ່ຽວຂ້ອງ.
ຫວັງວ່າມື້ນັ້ນຄືຊິໄດ້ໄປ,ຫວັງວ່າຄືຊິບໍ່ມີໃຜຫ້າມ,ຫວັງວ່າຈະເປັນມື້ທີ່ມ່ວນ,ຫວັງວ່າຊິເຈິຄົນໃໝ່ໆ,
ຫວັງວ່າພາຍຫຼັງປີໃໝ່ຂ້ອຍຊິຊອກວຽກເຮັດໄດ້ນຳໝູ່ແດ່.ເພາະໝູ່ມື້ນີ້ກໍ່ເປັນຄົນເຕະຝຸ່ນໄປແຕ່ລະມື້ລ່າໆ.
ຕອນນີ້ 14:15ໂມງ,ກຳລັງຟັງເພງຕິດອົກຕິດໃຈ.ນຶກຫຼືວ່າມາຍຮູ້ເທິຫຼອກ,ລັກເທິໃຫ້ກັບເຄົາໝົດແລ້ວວ.
ຄວາມຈິ່ງເພງນີກະບໍ່ໄດ້ກ່ຽວຍັງກັບໃຜເດາະ,ຟັງໄປຊື່ໆໆເພາະວ່າບໍ່ໄດ້ຟັງຕັ້ງແຕ່ຢູ່ມໍ5.
ສະໄໜນັ້ນເພັງຈອນນີ້ ກັບLimp bizkitເປັນນັກຮ້ອງທີ່ຂອ້ຍຟັງທຸກມື້.
entryນີ້ແມ່ນຫາກະເອົາມາລົງ ເພາະຂຽນໄດ້ແຕ່ເດືອນແລ້ວນີ້,ຫາກະກໍ່ເອົາມາລົງຍ້ອນວ່າ...
ບໍ່ກ້າລົງຍ້ອນຊ່ວງນັ້ນມີຄົນອັບໄດອະຣີ່ຫຼາຍ,ຍ້ານຖືກທັບ ຮ່າໆໆໆກະເລີຍຫາກໍ່ລົງ
ສະຫຼຸບວ່າ ໄດ້ໄປຫຼິ້ນຕາມຄວາມຄາດໝາຍ ອິອິອິ