
ຂຽນເມື່ອ: ມິ.ຖ.. 30, 2009
| ມີ
13 ຄຳເຫັນ
ແລະ
0 trackback(s)
ບໍ່ໄດ້ບ້ານນອກແລະກະບໍ່ໄດ້ໃນເມືອງເດາະ,ແຕ່ສົງໃສຄົນບາງຄົນບາງຄົນ?
ກຸ່ມທີ່ຄິດວ່າໂຕເທ່,ຟັງເພງສູງ,ເຣີດຣູກວ່າຄົນອື່ນ.ພວກທີ່ບອກວ່າ "ກູເປັນRock,metalປະມານນັ້ນ"
ມາຕັດສິນເພງທີ່ຂ້ອຍເອົາໃສ່ໂປຼຟາຍໃນເວັບລາວອີກເວັບໜຶ່ງ"ຂໍປິດໄວ້"
ຂ້ອຍຂຽນຂໍ້ມູນວ່າ ມັກວົງ No more tear ເພາະມັກທຳນອງ,ເນື້ອເພງທີ່ເວົ້າໄດ້ດີ.
ແລະແລ້ວກໍມີ"ທ້າວຄົນໜຶ່ງ"ມາສະກິດຕ່ອມອາລົມເດືອດຂ້ອຍ,ດ້ວຍການຄອມເມັ້ນແບບກວນໆ (ແຕ່ກູບໍ່ກວນນຳ ມຶ ງ ເວີ້ຍບັກແຫ໋ດ)
"ທ້າວຄົນໜຶ່ງ"ວ່າ : ໂອ໊ຍrockerສາວແຕ່ວ່າມັກວົງpop 5555.
(ສັດດດ....ກູຟັງຫຍັງລະມັນໜັກກົ້ນເນົ່າໆໆຂອງ ມຶ ງ ບໍ?)
ຂ້ອຍກະເລີຍ ບອກໄປວ່າ: ອ້າວ,ໃຜຢາກຟັງເພງຂອງໃຜມັນກ່ຽວຫຍັງວ່າຕ້ອງເປັນRock ຫຼື pop,
ໃຜເປັນຄົນຕັດສິນວ່າແນວເພງຫຍັງຈົນເອີ້ນວ່າRock.
ຂ້ອຍບໍ່ໄດ້ແມ່ນrocker...ຂ້ອຍຄົນທຳມະດາທີ່ບໍ່ໄດ້ຮ້ອງເພງ,ຫຼິ້ນດົນຕີບໍ່ເປັນຈັກອັນ....ພຽງແຕ່ກູມັກວົງນິ.
"ແລະທຳນອງດົນຕີມັນກະບໍ່ໄດ້ອອກPopປານເພງພວກRSຕົວະ"ສັດເອົາຫຍັງມາຕັດສິນວົງກູມັກຫວະ?.
ມັນເປັນໂຕຈັງໃດເກາະ....ອັນວ່າRock,ໜ້າມັນຝັ່ງເພັດຕິດເຫຼັກດັດຟັນຊັນຫວະ
ຫຼື ວ່າສິທິພິເສດຕົກນ້ຳບໍ່ໄຫຼແຕ່ໄຟຕາຍຈ້ອຍ((ແວະ...ຖຸຍ! )).
Rockລະຕ້ອງຮ້າຍກາດສັນຫວະ,Rockລະຕ້ອງຟັງເພງວ໊າກໆຕ້ອງຟັງບໍ່ໄດ້ສັບຊັນຫວະ,ຈຶ່ງແມ່ນRock?
ທຳນອງດົນຕີມັນຕ້ອງໜັກໆປານແຄ້ນທີ່ຖືກສັງຄົມດ່າພໍ່ແມ່ເຈົ້າມາຊັນຫວະ?
ວົງRockເວລາຮ້ອງເພງເທິງເວທີທຳລາຍສິ່ງຂອງມັນໝົດທຸກຢ່າງຫວາ?
ຫຼື ຊິເອົາແບບເດືອດໆສາດິດຄືວົງ slip not ທີ່ມັນກິນຮອດຂີ້ກະເດືອນພຸ້ນວ່າຈິ່ງສາມາດເປັນrockໄດ້?
ເວົ້າເປັນວ່າ ສຸດທ້າຍມັນກະວ່າຍອກຊື່ໆ"ແຕ່ກູສູນ ມຶ ງ ໄປແລ້ວແຫ໋ດ"