ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 28, 2011 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ໃນຊີວິດ ຂອງຄົນໆໜຶ່ງ, ຕ້ອງໄດ້ພົບທາງແຍກຂອງຊີວິດ ຫຼາຍແຍກ, ບາງເສັ້ນທາງ ເຮົາອາດເລືອກໂດຍງ່າຍດາຍ ເພາະຕົວເລືອກອາດມີຫຼາຍ ແລະ ບໍ່ໄດ້ມະເທືອນຈິດໃຈ; ແຕ່ບາງແຍກ, ໃນເສັ້ນທາງແຕ່ລະເສັ້ນ ພັດມີຄວາມຈຳເປັນຕໍ່ຕົນເອງທີ່ສຸດ ສຳຄັນໜ້ອຍຫຼາຍປານໃດ ໃນຕອນນີ້ເຮົາກະຍັງຊັ່ງຊາບໍ່ໄດ້ ຖ້າໄປຊ້າຍ ຕ້ອງໄດ້ທຳລາຍເສັ້ນທາງເບື້ອງຂວາ, ແຕ່ໃນທາງກົງກັນຂ້າມ, ໄປເສັ້ນຂວາຕ້ອງໄດ້ທຳລາຍເສັ້ນເບື້ອງຊ້າຍ, ແບບວ່າເປັນເສັ້ນໃດ ກະຕ້ອງໄປເສັ້ນນັ້ນ ບໍ່ສາມາດອວາຍຕ່າວກັບຄືນມາເລີ່ມໃໝ່ໄດ້.

ເຫີ້ ອຸກໃຈເດ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງມັນມີຢູ່ວ່າ: ເວລາຄ້ອນຈະແຈ້ງແລ້ວ ປະມານສອງສາມໂມງນີ້ລະ ເຮົາກະນອນຢູ່ຕອນນັ້ນ ລະໄດ້ຍິນສຽງອຶກກະທຶກຄຶກໂຄມ

ຄວາມທີ່ເຮົາບໍ່ມັກສົນເລື່ອງຜູ້ອື່ນ ກະລຸກຂຶ້ນຟ້າວໄປເບິ່ງວ່າເກີດຫຍັງຂຶ້ນ. ພໍແຕ່ໄຂປະຕູໜ້າບ້ານອອກ, OMG! ມັນເປັນພາບທີ່ໜ້າຢ້ານຫຼາຍ, ເລືອດທັງນັ້ນ ເຂົາເຈົ້າຕີກັນ ບໍ່ຈັກຕີນ ບໍ່ຈັກແຂ້ວ. ແຕ່ທີ່ໜ້າຕົກໃຈ ເຂົາເຈົ້າເປັນອ້າຍນ້ອງກັນ ຫ່າງກັນບໍ່ຮອດຊົ່ວໂມງ. ທັງຕີກັນ ທັງຮ້ອງໃສ່ກັນ ຟົດໝົດບ້ານອຶກກະທຶກ: ແມວ ມ້າວ ມາວ ມາວ.​ຮ້ອງບໍ່ເປັນຄວາມຄົນເລີຍ. ເຮົາກະຍ່າງໄປ ຈັບເຂົາເຈົ້າອອກຈາກກັນ ຊຸມເລືອດທັງສອງໂຕ. ມື້ຖັດມາ ກະພາທັງສອງໂຕ ໄປຄຼີນິກປົວສັດ. ອີກສອງສາມມື້ ເຮົາຈັ່ງຮູ້ສາເຫດທີ່ສອງອ້າຍນ້ອງຕີກັນ ໂດຍການສັງເກດ ວ່າເປັນຍ້ອນຍາດແມວສາວໂຕດຽວກັນ.

ເປັນອ້າຍນ້ອງກັນແທ້ໆ ຍາດຜູ້ສາວໂຕດຽວກັນ.