ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນຂະນະພັກເລີກຫຼິ້ນກ່ອນທ່ຽງ,​ ໂຕ່ໂຕ້ ກັບ ມະລິ ເດັກນ້ອຍໄວ 6 ປີ ສອງຄົນ ກຳລັງລົມກັນຢູ່ກ້ອງກົກໄມ້ໃຫຍ່ ຂ້າງໂຮງຮຽນ.

- ໂຕ່ໂຕ້,​ ອ້າຍເພິ່ນເຫັນເຂົາເປັນຄົນຈັ່ງໃດ

- ອື່ມ... ເຂົາກະວ່າເພິ່ນເປັນຄົນທີ່ໜ້າຮັກທີ່ສຸດໃນຫ້ອງ

- ຄັນຊັ້ນ, ບາດເຮົາໃຫຍ່ຂຶ້ນມາລະເຮົາແຕ່ງງານກັນເນາະ

- ຮ່າໆໆໆ, ເປັນໄປບໍ່ໄດ້ດອກມະລິ

- ເປັນຫຍັງ? ມື້ກີ້ນິ ອ້າຍເພິ່ນຄືວ່າເຂົາເປັນຄົນໜ້າຮັກທີ່ສຸດໃນຫ້ອງຢູ່!

- ບໍ່ແມ່ນວ່າເຂົາບໍ່ມັກເພິ່ນໃດ. ແຕ່ວ່າຄົນບ້ານເຂົາແຕ່ງງານກັນເປັນຄູ່ແບບນີ້ນະ: ພໍ່ຕູ້ ແຕ່ງກັບ ແມ່ຕູ້, ລຸງ ແຕ່ງກັບ ປ້າ, ພໍ່ແຕ່ງກັບແມ່. ມັນເປັນແບບນີ້ນະ, ເພິ່ນຕ້ອງເຂົ້າໃຈເຂົາເດີ້ 

- ??

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໂຕ່ໂຕ້: ພໍ່ໆ ເປັນຫຍັງນົກຄືບິນໄດ້?

ພໍ່: ພໍ່ບໍ່ຮູ້ດອກ ລູກ

ໂຕ່ໂຕ້: ລະເປັນຫຍັງ ທ້ອງຟ້າມັນຄືເປັນສີຟ້າລະພໍ່

ພໍ່: ພໍ່ກະບໍ່ຮູ້ນະ

ໂຕ່ໂຕ້: ເປັນຫຍັງຄົນເຮົາຕ້ອງມີຜົມເບາະ

ພໍ່: ຢ່າຖາມຫຼາຍດຸ ພໍ່ຢາກມີສະມາທິເຮັດວຽກ

ໂຕ່ໂຕ້: ເຮົາສໍ້ພໍ່ໂພດຫວາ

ພໍ່: ບໍ່ດອກລູກ ຖ້າລູກບໍ່ຖາມ ລູກກະຊິບໍ່ສະຫຼາດ ລະກະຊິບໍ່ຮູ້ຫຍັງ

ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 1, 2009 | ມີ 12 ຄຳເຫັນ ແລະ 0 trackback(s)

ໃນເວລາກັບຮອດບ້ານ ແມ່ຂອງທ້າວໂຕ່ໂຕ້ ໄດ້ແລ່ເຫັນວ່າ ລາວກຳລັງຮ້ອງໄຫ້ມາແຕ່ໄກ

-ເປັນຫຍັງລູກ? ແມ່ຖາມ.

- ບັກອັນນັ້ນມັນຕີລູກ alt ໂຕ່ໂຕ້ນ້ອຍຕອບທັງນ້ຳຕາໄຫຼ

- ເປັນຫຍັງມັນຄືຕີລູກ?

- ເພາະວ່າລູກຮັກລາວ ລະຫອມແກ້ມລາວ

ຂຽນເມື່ອ ຂຽນເມື່ອ: ມ.ກ.. 23, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ແມ່ ໄດ້ ສັ່ງສອນ ລູກວ່າ:

- ຖ້າລູກຄຳຮູ້alt ລູກຈະໄດ້ໄປສະຫວັນalt. ແຕ່ຖ້າລູກຂີ້ດື້alt ລູກຈະຕ້ອງໄປນາຮົກalt.

- ລະເຮັດຈັ່ງໃດ ລູກຈັ່ງຈິໄດ້ໄປໂຮງກາຍະສິນ? alt 

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 9 ຄຳເຫັນ ແລະ 0 trackback(s)

ຖ້າວ່າເລື່ອງນີ້ຫາກ ຊ້ຳກັບເລື່ອງທີ່ຊາວພັນລາວເຄີຍອ່ານ ກະຕ້ອງຂໍໂທດນຳຫຼາຍໆ.

ທ້າວໂຕ່ໂຕ້ ຍ່າງໄປຫາ ແມ່  ທັງໄຫ້

- ແມ່ ແມ່ ເຮົາເຈັບໜະ ຮື້ໆ.alt

- ໃສໃສ ເຈັບຢູ່ໃສ?

- ຢູ່ພູ້ນ..ເດະ ໜ້າບ້ານພຸ້ນ

- ....alt

 

ມັນເປັນເລື່ອງອີກ1ເລື່ອງທີ່ແປຈາກພາສາຕ່າງບ້ານ ແປຜິດຈັ່ງໃດກະຂໍອະໄພ (ເປີດອ່ານໄດ້ຕາມhttp://www.blague.info/blagues/meilleur-blague.php)

ຂຽນເມື່ອ ຂຽນເມື່ອ: ມ.ກ.. 21, 2009 | ມີ 11 ຄຳເຫັນ ແລະ 0 trackback(s)

ມັນເປັນເລື່ອງທີ່ແປຈາກພາສາຕ່າງບ້ານ ແປຜິດຈັ່ງໃດກະຂໍອະໄພ (ເປີດອ່ານໄດ້ຕາມhttp://www.blague.info/blagues/meilleur-blague.php)

ສາວຜົມທອງຄົນໜຶ່ງ ກຳລັງອອກລູກແຝດ ທີ່ເປັນຕາຮັກ ຕາຊັງ ຢູ່ໂຮງໝໍແຫ່ງໜຶ່ງ. ໃນຂະນະທີ່ກຳລັງຄອດລູກນັ້ນ ລາວກໍໂຮ່ສຽງໄຫ້ຂຶ້ນalt. ດ້ວຍຄວາມປະຫຼາດໃຈalt ສາວພະຍາບານຈຶ່ງຖາມຂຶ້ນວ່າ: - ເປັນຫຍັງເຈົ້າຈຶ່ງຮ້ອງໄຫ້? ເບິ່ງແມ້ ເຈົ້າໄດ້ລູກແຝດທີ່ໜ້າຮັກຕັ້ງ໒ຄົນ ລະຍັງສຸຂະພາບດີອີກ!

ສາວຜົມທອງ: ຂ້ອຍກະຮູ້alt. ແຕ່ຂ້ອຍບໍ່ຮູ້ວ່າ ໃຜເປັນພໍ່ຂອງເດັກຜູ້ທີ່໒ ຫັ້ນໜາ!

ສາວພະຍາບານ: alt??!!