ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 1, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ອໍ່ແກ້ນ ແມ່ນຊື່ນ້ອຍ ທີ່ພໍ່ແມ່ຍາດຕິພີ່ນ້ອງ ແລະໝູ່ເພື່ອນໃຊ້ເອີ້້ນເຮົາເນາະ. ຊື່ນີ້ມີທີ່ມາເໝືອນກັນ: ເລີ່ມເລີຍ ແມ່ເຮົາເຄີຍເປັນນັກຟ້ອນປະຈຳໂຮງຮຽນ ເພາະເພິ່ນມີດົນຕີໃນຫົວໃຈ ເພິ່ນກໍ່ເລີຍທັງຮຽນຟ້ອນຮຽນຮ້ອງເພງຈົນຈັດໃນຂັ້ນດີ; ສ່ວນພໍ່ເຮົາ ເພິ່ນກໍ່ມີດົນຕີໃນຫົວໃຈເຊັ່ນກັນ ແຕ່ຂາດພອນສະຫວັນທາງດ້ານການຮ້ອງເພງ ແລະ ການຟ້ອນ ເພິ່ນຈິ່ງໃຊ້ພອນສະແຫວງໃນການຫຼິ້ນດົນຕີ ຈົນເປັນນັກດົນຕີປະຈຳໂຮງຮຽນ. ແມ່ເລົ່າວ່າ ພວກເພິ່ນທັງສອງເຈິກັນຍ້ອນກິດຈະກຳຂອງໂຮງຮຽນ ແມ່ລະໄປຟ້ອນ ພໍ່ລະໄປເສບດົນຕີ ດົນໄປກໍ່ລຶ້ງເຄີຍກັນ ແລະກໍ່ເກີດເປັນຄວາມຮັກ. ຈົນກະທັັ້ງ ປັດໄຈຄົບຖ້ວນ ພວກເພິ່ນທັງສອງຈິ່ງຕົກລົງປົງໃຈກັນ ຮ່ວມຊີວິດແຕ່ງດອງກັນ ໜຶ່ງປີຈາກນັ້ນ ກໍ່ມີເຮົາເປັນພະຍານຮັກຂອງພວກເພິ່ນ, ຍ້ອນຄວາມມັກຮັກໃນດົນຕີ ປະກອບກັບໄລຍະນັ້ນ ອໍ່ແກ້ນ ອີເລັກໂທຣນິກກຳລັງເປັນທີ່ນຳຍົມ ກໍ່ເລີຍຕັ້ງຊື່ເຮົາວ່າ ອໍ່ແກ້ນ.

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ມື້ທຳອິດທີ່ໄປຮຽນ ໂຄດມີກຳລັງໃຈເລີຍ. ສາວຄູກະໜ້າຮັກ ຮຽນກະງ່າຍໆ ຮຽນຕົວພິ່ນຢິ່ງ Pingyin

a: ອ່າ, o:ອໍ່, e:ເອີ່, u:ອູ, i:ອີ່ ລະກະ ü:ອີ່(ປາກຈູ)      d: ຕ, t: ທ.... ມີແຕ່ຕົວງ່າຍໆໆໆ

ມາມື້ທີ່ສອງ ກະຍັງສະບາຍຢູ່ ແນວວ່າມີສຽງຄືສຽງໃນພາສາລາວເນາະ ສະບາຍສະບາຍ.

ມາມື້ທີ່ສາມ ວັນພຸດ ມື້ວານນີ້. ເຂົ້າມາທວນບົດຮຽນເກົ່າກ່ອນ ຈາກນັ້ນກະຫຼິ້ນເກມໜ້ອຍໜຶ່ງ ພໍເອີ້ນນ້ຳຍ່ອຍ. ບຸດໜຶ່ງ ເອົາຕົວພິ່ງຢິ່ນໃໝ່ຂຶ້ນມາ "Z" ຕົວນີ້ລະ ຕົວບັນຫາເຮົາ. ສຽງບໍ່ຄືກັບຕົວຫຍັງໃນພາສາລາວເລີຍ ໃນພາສາຝຣັ່ງກະບໍ່ມີ ເຮັດຈັ່ງໃດກະອອກສຽງບໍ່ໄດ້ ຊິ "จ" ກະບໍ່ແມ່ນ ງົງເປັນໄກ້ຕາແຕກບັກດົນໆ ກ່ອນພັກຜ່ອນ ພໍດີນັກຮຽນຢູ່ທາງຫຼັງເຂົາເຈົ້າບອກວ່າ ສຽງນີ້ງ່າຍໆໜຶ່ງ ໃນພາສາມົ້ງກະມີ, ເຮົາກະເລີຍຮຽນນຳລາວ. ເລີກຫຼິ້ນ ບາດນິ ເຮົາກະຊ້ອມເອົາແທ້ເອົາວ່າລະນໍ້ ຢາກໃຫ້ມັນເປັນຄາຫ້ອງຫັ້ນລະ ຢ້ານວ່າຖ້າເລີກຮຽນ ຈະລືມກ່ອນ. ຊ້ອມອອກສຽງໂຕ "z" ກັບສາວມົ້ງໂຕະຂ້າງໆ (ລາວກະເປັນຄົນງາມ, ຜິວນຽນຂາວ ເວົ້າລວມໜ້າຮັກ),  ລາວກໍ່ຊ່ວຍເຮົາຂະໜາດເລີຍ ອອກສຽງໃຫ້ຟັງ ບອກວິທີຜັນສຽງ ເອົາປາຍລີ້ນແຕະແຂ້ວເທິງ ວ່າຊັ້ນ(ບອກຄຳສາວຄູບອກເລີຍ) ເຮົາກະລອງຜິດລອງຖືກ ຈົນໝົດເວລາເລີກຫຼິ້ນສິບນາທີ ຈົນເມື່ອຍ. ເຂົ້າມາຊົ່ວໂມງຕໍ່ໄປ ພໍດີຖືກຝຽນເຮົາອອກສຽງ ເຮົາກະອອກສຽງຄືດັ່ງທີ່ຊ້ອມຕອນເລີກຫຼິ້ນ. ໂອ້ຟ້າເອັ້ນເອີ້ຍ, ສາວຄູຍ້ອງວ່າ "ເຫີ່ນຫ້າວ" ເຮົາລະດີໃຈຂະໜາດ ສົມແລ້ວທີ່ຊ້ອມເອົາແທ້ເອົາວ່າ(ກັບຄົນໜ້າຮັກ ຮິຮິ)

ມື້ນີ້ ຫົກໂມງ ກໍ່ຈະຮຽນອີກ. ສູ້ເວີ້ຍ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2010 | ມີ 20 ຄຳເຫັນ ແລະ 0 trackback(s)

ມື້ວານນີ້ ວັນຈັນ ທີ20ກັນຍາ2010. ເຮົາໄດ້ເລີ່ມຮຽນພາສາຈີນ ລະດັບເລີ່ມຕົ້ນ ນຳສະຖາບັນພາສາຈີນ ຂົງຈື້ ໃນ ມະຫາວິທະຍາໄລແຫ່ງຊາດ.

ດ້ວຍຄວາມຕື່ນເຕັ້ນ ເຮົາກະເລີຍມາຖ້າແຕ່ຕອນຫົກໂມງຍັງສິບຫ້າ, ຄົນມາລວມຕົວກັນຢູ່ກະດານແຈ້ງຊື່ ບັກຫຼາຍໆສະ, ມີທັງພະນັກງານ ມີທັງນັກຮຽນນັກສຶກສາ. ເຮົາກະຫ້ອງເຮົາ (ເພາະຕອນເຊົ້າ ແມ່ໄດ້ມາເອົາປຶ້ມແບບຮຽນກັບເບິ່ງຫ້ອງໃຫ້ແລ້ວ) ເຮົາໄດ້ຖືກຫ້ອງ ແຊັດສູນຫ້າ, ໝວດຮຽນເຊສອງ.

ຕອນໄປຮອດຫ້ອງ, ຄົນໃນຫ້ອງບໍ່ທັນຫຼາຍເທື່ອ ມີປະມານ ສອງສາມຄົນ. ເຮົາກະເລີຍຈອງໂຕະທີ່ໜຶ່ງໃນແຖວທຳອິດ ເຮົາມັກຢູ່ທາງໜ້າໝູ່ ຈັ່ງໄດ້ບັງຄົນຕົວຕ່ຳ (ຮິຮິ). ພໍຮອດ ຫົກໂມງຕົງປຸ໊ບ, ຄົນກະເຮ່ກັນເຂົ້າຫ້ອງປັບ ພໍດີມີຈຳນວນ ສິບຫ້າຄົນ. ໜ້ອຍໜຶ່ງ ສາວຄູກໍ່ເຂົ້າມາໃນຫ້ອງຮຽນ.

ລາວເປັນສາວຄູທີ່ງາມຄົນໜຶ່ງ ຮ່າງຕ່ຳ ມີຊວດຊົງອົງແອວຄັກແນ່, ລາວກໍຈັດກຽມເອກະສານລາວປະມານສາມນາທີນີ້ລະ ແລ້ວກໍ່ເວົ້າພາສາລາວວ່າ: ສະບາຍດີ (ສຳນຽງຄົນຈີນ). ພວກເຮົາກໍຕອບກັບສະບາຍດີ, ບາງຄົນທີ່ຮູ້ພາສາຈີນມາກ່ອນ ກະວ່າ ໜີຮ່າວ ກັບຄືນ. ລາວແນະນຳຕົວເອງແລະຂຽນຊື່ໃສ່ກະດານເປັນຕົວອັກສອນລາຕິນວ່າ: Wei Qin. ເຮົາອ່ານໃນໃຈວ່າ ເວີຍຄິນ, ແຕ່ສາວຄູພັດອອກສຽງວ່າ ເວີ້ຍຈິນ. (ເອົາລະຕົ້ວ ບາດນິ ທຳອິດກະອອກສຽງຜິດແລ້ວ ຄິດໃນໃຈ) 

ບັນຍາກາດການຮຽນກະສະບາຍສະບາຍ ບໍ່ຕຶງຄຽດ: ເລີ່ມຕົ້ນດ້ວຍການໃຫ້ນັກຮຽນແນະນຳຕົວເອງ ຊື່ຫຍັງ ມາແຕ່ໃສ ເປັນຫຍັງຈັ່ງຮຽນພາສາຈີນ. ນັກຮຽນແຕ່ລະຄົນ ກໍແນະນຳຕົວເອງ ສ່ວນຫຼາຍແມ່ນນັກສຶກສາມະຫາວິທະຍາໄລແຫ່ງຊາດ, ຕໍ່ມາກໍ່ແມ່ນ ເດັກນ້ອຍຈາກອຸດົມວຽງຈັນ, ຄູບາອົງໜຶ່ງ ແລະ ຄູສອງຄົນ(ນັບທັງເຮົາເອງ). ເຫດຜົນທີ່ມາຮຽນພາສາຈີນ ມີຫຼາກຫຼາຍ: ບາງຄົນກໍ່ຍ້ອນຢາກໂອ້ລົມກັບຄົນຈີນ, ຄ້າຂາຍກັບຄົນຈີນ, ໄປຮຽນຕໍ່ ແລະ ພິເສດ ແຕ່ງງານກັບຄົນຈີນ (ເຂົາເຈົ້າເວົ້າຢອກກັນ)

ການຮຽນແມ່ນກ່ຽວກັບການອອກສຽງຫຼາຍກວ່າ ຮຽນຕົວPingying ຕົວອອກສຽງຢ່າງດຽວເລີຍ. ຈົນຮອດແປດໂມງກາງຄືນ ສາວຄູກໍພາເລີກຮຽນ.

ເນື້່ອໃນການຮຽນ ແລ້ວຈະວ່າໃຫ້ຮູ້ໃນຕອນຕໍ່ໄປ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 6, 2010 | ມີ 14 ຄຳເຫັນ ແລະ 0 trackback(s)

ເຮົາຫາກະອ່ານວາລະສານມະຫາຊົນ ເຫຼັ້ມທີ່95ມາ ກະເລີຍ ລອກມາໃຫ້ອ່ານໃຫ້ຮູ້ນຳກັນ ໂດຍສະເພາະແມ່ນສາວໆພັນລາວເຮົານີ້

ເຂົາວ່າ: ແມ່ຍິງຈ່ອງນອນ ສ່ຽງເປັນພະຍາດຫົວໃຈຫຼາຍກວ່າຊາຍ.

ຜົນການສຶກສາວິໄຈຂອງມະຫາວິທະຍາໄລຄອນເລດ ໃນລອນດອນ ແລະ ມະຫາວິທະຍາໄລວໍວິກ ໃນອັງກິດ, ແມ່ຍິງທີ່ນອນບໍ່ພໍ ຫຼື ຈ່ອງນອນ ຈະມີຄວາມສ່ຽງເປັນພະຍາດຫົວໃຈໄດ້ຫຼາຍກວ່າຜູ້ຊາຍ (ທີ່ນອນໜ້ອຍ). ຈາກການວິໄຈເທື່ອກ່ອນ, ກໍມີຜົນວ່າ ແມ່ຍິງທີ່ນອນໜ໊ອຍກວ່າ ແປດຊົ່ວໂມງ ມີອັດຕາຄວາມສ່ຽງໃຫ້ເກີດບັນຫາກ່ຽວກັບຫົວໃຈເພີ່ມຫຼາຍຂຶ້ນ, ສ່ວນຄົນທີ່ນອນໜ້ອຍກວ່າ ຄືນລະ 5 ຊົ່ວໂມງ ຈະມີຄວາມສ່ຽງເພີ່ມຂຶ້ນ ທີ່ຈະເສຍຊີວິດ ຈາກພະຍາດທີ່ກ່ຽວຂ້ອງກັບເສັ້ນເລືອດ ທີ່ໄປລ້ຽງຫົວໃຈ. ຈາກການວິໄຈ ເທື່ອຫຼ້າສຸດ ພົບວ່າ: ແມ່ຍິງທີ່ນອນມື້ລະ ແປດຊົ່ວໂມງ ຈະມີລະດັບຂອງໂມເລກຸນທີ່ມີຊື່ວ່າ: "ອິນເຕີຄິວລີນ-6" ຫຼື "IL-6" ເຊິ່ງເປັນໂມເລກຸນທີ່ກະຕຸ້ນການອັກເສບ ແລະ ການຕິດເຊື້ອຫຼຸດລົງຫຼາຍ, ສ່ວນໂມເລກຸນອີກຕົວໜຶ່ງ ຊື່: "hs-CRP" ເຊິ່ງເຊື່ອມໂຍງກັບບັນຫາຫົວໃຈ ຈະມີເພີ່ມຂຶ້ນຫຼາຍໃນແມ່ຍິງທີ່ນອນໜ້ອຍກວ່າມື້ລະ 5ຊົ່ວໂມງ (ຕ້ອງນອນມື້ລະ 7-8ຊົ່ວໂມງຕໍ່ຄືນ ຈິ່ງພຽງພໍສຳລັບຮ່າງກາຍ). ແນວໃດກໍຕາມ ກໍຍັງມີການສຶກສາຕໍ່ໄປວ່າ ເປັນຫຍັງຜູ້ຍິງທີ່ນອນຈ່ອງ ຈຶ່ງມີ ຄວາມສ່ຽງ ເປັນພະຍາດຫົວໃຈຫຼາຍກວ່າຜູ້ຊາຍ ໂດຍມີກຸນແຈສຳຄັນຄື ອາດຈະເປັນຍ້ອນ ຮໍໂມນໃນຮ່າງກາຍ ຂອງເພດຊາຍ ແລະ ຍິງ ທີ່ມີຄວາມແຕກຕ່າງກັນ.

ທ້າຍນີ້ ຂໍຝາກໃຫ້ສາວພັນລາວທີ່ມັກນອນໜ້ອຍໃນແຕ່ລະມື້ ຈົ່ງຮັກສາສຸຂະພາບແນ່ເດີ້

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 26, 2010 | ມີ 18 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ເລື່ອງມັນມີຢູ່ວ່າ: ເວລາຄ້ອນຈະແຈ້ງແລ້ວ ປະມານສອງສາມໂມງນີ້ລະ ເຮົາກະນອນຢູ່ຕອນນັ້ນ ລະໄດ້ຍິນສຽງອຶກກະທຶກຄຶກໂຄມ

ຄວາມທີ່ເຮົາບໍ່ມັກສົນເລື່ອງຜູ້ອື່ນ ກະລຸກຂຶ້ນຟ້າວໄປເບິ່ງວ່າເກີດຫຍັງຂຶ້ນ. ພໍແຕ່ໄຂປະຕູໜ້າບ້ານອອກ, OMG! ມັນເປັນພາບທີ່ໜ້າຢ້ານຫຼາຍ, ເລືອດທັງນັ້ນ ເຂົາເຈົ້າຕີກັນ ບໍ່ຈັກຕີນ ບໍ່ຈັກແຂ້ວ. ແຕ່ທີ່ໜ້າຕົກໃຈ ເຂົາເຈົ້າເປັນອ້າຍນ້ອງກັນ ຫ່າງກັນບໍ່ຮອດຊົ່ວໂມງ. ທັງຕີກັນ ທັງຮ້ອງໃສ່ກັນ ຟົດໝົດບ້ານອຶກກະທຶກ: ແມວ ມ້າວ ມາວ ມາວ.​ຮ້ອງບໍ່ເປັນຄວາມຄົນເລີຍ. ເຮົາກະຍ່າງໄປ ຈັບເຂົາເຈົ້າອອກຈາກກັນ ຊຸມເລືອດທັງສອງໂຕ. ມື້ຖັດມາ ກະພາທັງສອງໂຕ ໄປຄຼີນິກປົວສັດ. ອີກສອງສາມມື້ ເຮົາຈັ່ງຮູ້ສາເຫດທີ່ສອງອ້າຍນ້ອງຕີກັນ ໂດຍການສັງເກດ ວ່າເປັນຍ້ອນຍາດແມວສາວໂຕດຽວກັນ.

ເປັນອ້າຍນ້ອງກັນແທ້ໆ ຍາດຜູ້ສາວໂຕດຽວກັນ.

ຂຽນເມື່ອ ຂຽນເມື່ອ: ສ.ຫ.. 25, 2010 | ມີ 7 ຄຳເຫັນ ແລະ 0 trackback(s)

ໃນຂະນະພັກເລີກຫຼິ້ນກ່ອນທ່ຽງ,​ ໂຕ່ໂຕ້ ກັບ ມະລິ ເດັກນ້ອຍໄວ 6 ປີ ສອງຄົນ ກຳລັງລົມກັນຢູ່ກ້ອງກົກໄມ້ໃຫຍ່ ຂ້າງໂຮງຮຽນ.

- ໂຕ່ໂຕ້,​ ອ້າຍເພິ່ນເຫັນເຂົາເປັນຄົນຈັ່ງໃດ

- ອື່ມ... ເຂົາກະວ່າເພິ່ນເປັນຄົນທີ່ໜ້າຮັກທີ່ສຸດໃນຫ້ອງ

- ຄັນຊັ້ນ, ບາດເຮົາໃຫຍ່ຂຶ້ນມາລະເຮົາແຕ່ງງານກັນເນາະ

- ຮ່າໆໆໆ, ເປັນໄປບໍ່ໄດ້ດອກມະລິ

- ເປັນຫຍັງ? ມື້ກີ້ນິ ອ້າຍເພິ່ນຄືວ່າເຂົາເປັນຄົນໜ້າຮັກທີ່ສຸດໃນຫ້ອງຢູ່!

- ບໍ່ແມ່ນວ່າເຂົາບໍ່ມັກເພິ່ນໃດ. ແຕ່ວ່າຄົນບ້ານເຂົາແຕ່ງງານກັນເປັນຄູ່ແບບນີ້ນະ: ພໍ່ຕູ້ ແຕ່ງກັບ ແມ່ຕູ້, ລຸງ ແຕ່ງກັບ ປ້າ, ພໍ່ແຕ່ງກັບແມ່. ມັນເປັນແບບນີ້ນະ, ເພິ່ນຕ້ອງເຂົ້າໃຈເຂົາເດີ້ 

- ??

 

 

ຂຽນເມື່ອ ຂຽນເມື່ອ: ກ.ລ.. 31, 2010 | ມີ 4 ຄຳເຫັນ ແລະ 0 trackback(s)

ໂຕ່ໂຕ້: ພໍ່ໆ ເປັນຫຍັງນົກຄືບິນໄດ້?

ພໍ່: ພໍ່ບໍ່ຮູ້ດອກ ລູກ

ໂຕ່ໂຕ້: ລະເປັນຫຍັງ ທ້ອງຟ້າມັນຄືເປັນສີຟ້າລະພໍ່

ພໍ່: ພໍ່ກະບໍ່ຮູ້ນະ

ໂຕ່ໂຕ້: ເປັນຫຍັງຄົນເຮົາຕ້ອງມີຜົມເບາະ

ພໍ່: ຢ່າຖາມຫຼາຍດຸ ພໍ່ຢາກມີສະມາທິເຮັດວຽກ

ໂຕ່ໂຕ້: ເຮົາສໍ້ພໍ່ໂພດຫວາ

ພໍ່: ບໍ່ດອກລູກ ຖ້າລູກບໍ່ຖາມ ລູກກະຊິບໍ່ສະຫຼາດ ລະກະຊິບໍ່ຮູ້ຫຍັງ