ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ພ.. 6, 2015 | ມີ 1 ຄຳເຫັນ ແລະ 0 trackback(s)

ເມື່ອເຮົາເດີນທາງມາໄກແລ້ວເຮົາຫຼຽວມອງເບິ່ງທົນທາງທີ່ເຮົາກາຍມາແລ້ວນັ້ນ ເຮົາຈະຮູ້ວ່າເຮົາເດີນທາງມາໄກຊໍ່າໃດ. ຈາກວັນທີ່ຈາກບ້ານເກີດເມືອງນອນ ເພື່ອມາຮໍ່າຮຽນເອົາວິຊາຄວາມຮູ້ ຈົນຮອດມື້ນີ້ກະເປັນເວລາເກືອບ 4ປີແລ້ວ. ຕະຫຼອດໄລຍະເວລາກວ່າສາມປີນີ້ ໜະຈຸດນີ້ເວລານີ້ ເບິ່ງຍ້ອນຫຼັງ ຄືອະດີດທີ່ຫາກໍ່ຜ່ານມາ ມື້ວານມື້ກ່ອນ ຄວາມຮູ້ສຶກຂອງເຮົາດັ່ງຄືພິບຕາດຽວນີ້ລະ.ແຕ່ເຫດການຕ່າງໆບໍ່ວ່າຈະດີຫຼືຮ້າຍ ຈະສຸກຫຼືໂສກທີ່ຜ່ານພົບ, ປະສົບການອັນລໍ້າຄ່າແລະຄວາມຮູ້ທີ່ໄດ້ຮັບນັ້ນ ມີຫຼວງຫຼາຍເກີນບັນຍາຍ ຈົນເຮົາເອງຄິດວ່າໃຫ້ເລົ່າອອກມາອັດເປັນສຽງແບບເອັບພີສາມກະຄົງຊິເປັນໄຟລ໌ໃຫຍ່ຫຼາຍສິບກິ໋ກ. ເປັນຫຍັງມື້ນີ້ຈັ່ງພິມເປັນອັກສອນຢູ່ເວບພັນລາວນີ້ ງ່າຍໆສັ້ນໆ ຢາກລະບາຍ ຊື່ໆ, ຢາກໃຫ້ຜູ້ອ່ານຮູ້ວ່າ ຂ້າພະເຈົ້າ ບົ້ງກືນ້ອຍແຫ່ງພັນລາວ ກຳລັງຊິຮຽນຈົບໃນມໍ່ໆນີ້. ທ້າຍສຸດສຳລັບ ບົດອ່ານນີ້ ຢາກຝາກໃຫ້ສະມາຊິກພັນລາວແລະຜູ້ທີ່ຜ່ານທາງທີ່ເຂົ້າມາອ່ານ ບັນທຶກຂອງຂ້າພະເຈົ້າບົດນີ້ ວ່າ: "ການອ່ານຄືອາຫານສະໝອງ" "ການອ່ານຊ່ວຍກະຕຸ້ນໃຫ້ເກີດຄວາມຄິດ" "ອ່ານແລ້ວ ບໍ່ໄດ້ເສຍຫຍັງ" ພາກັນອ່ານເທາະ ເພາະພວກເຮົາຄືຜູ້ທີ່ມີປັນຍາ.