
ຂຽນເມື່ອ: ສ.ຫ.. 25, 2010
| ມີ
7 ຄຳເຫັນ
ແລະ
0 trackback(s)
ໃນຂະນະພັກເລີກຫຼິ້ນກ່ອນທ່ຽງ, ໂຕ່ໂຕ້ ກັບ ມະລິ ເດັກນ້ອຍໄວ 6 ປີ ສອງຄົນ ກຳລັງລົມກັນຢູ່ກ້ອງກົກໄມ້ໃຫຍ່ ຂ້າງໂຮງຮຽນ.
- ໂຕ່ໂຕ້, ອ້າຍເພິ່ນເຫັນເຂົາເປັນຄົນຈັ່ງໃດ
- ອື່ມ... ເຂົາກະວ່າເພິ່ນເປັນຄົນທີ່ໜ້າຮັກທີ່ສຸດໃນຫ້ອງ
- ຄັນຊັ້ນ, ບາດເຮົາໃຫຍ່ຂຶ້ນມາລະເຮົາແຕ່ງງານກັນເນາະ
- ຮ່າໆໆໆ, ເປັນໄປບໍ່ໄດ້ດອກມະລິ 
-
ເປັນຫຍັງ? ມື້ກີ້ນິ ອ້າຍເພິ່ນຄືວ່າເຂົາເປັນຄົນໜ້າຮັກທີ່ສຸດໃນຫ້ອງຢູ່!
- ບໍ່ແມ່ນວ່າເຂົາບໍ່ມັກເພິ່ນໃດ. ແຕ່ວ່າຄົນບ້ານເຂົາແຕ່ງງານກັນເປັນຄູ່ແບບນີ້ນະ: ພໍ່ຕູ້ ແຕ່ງກັບ ແມ່ຕູ້, ລຸງ ແຕ່ງກັບ ປ້າ, ພໍ່ແຕ່ງກັບແມ່. ມັນເປັນແບບນີ້ນະ, ເພິ່ນຕ້ອງເຂົ້າໃຈເຂົາເດີ້
-
??