ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 13 ຄຳເຫັນ ແລະ 0 trackback(s)

ມື້ທຳອິດທີ່ໄປຮຽນ ໂຄດມີກຳລັງໃຈເລີຍ. ສາວຄູກະໜ້າຮັກ ຮຽນກະງ່າຍໆ ຮຽນຕົວພິ່ນຢິ່ງ Pingyin

a: ອ່າ, o:ອໍ່, e:ເອີ່, u:ອູ, i:ອີ່ ລະກະ ü:ອີ່(ປາກຈູ)      d: ຕ, t: ທ.... ມີແຕ່ຕົວງ່າຍໆໆໆ

ມາມື້ທີ່ສອງ ກະຍັງສະບາຍຢູ່ ແນວວ່າມີສຽງຄືສຽງໃນພາສາລາວເນາະ ສະບາຍສະບາຍ.

ມາມື້ທີ່ສາມ ວັນພຸດ ມື້ວານນີ້. ເຂົ້າມາທວນບົດຮຽນເກົ່າກ່ອນ ຈາກນັ້ນກະຫຼິ້ນເກມໜ້ອຍໜຶ່ງ ພໍເອີ້ນນ້ຳຍ່ອຍ. ບຸດໜຶ່ງ ເອົາຕົວພິ່ງຢິ່ນໃໝ່ຂຶ້ນມາ "Z" ຕົວນີ້ລະ ຕົວບັນຫາເຮົາ. ສຽງບໍ່ຄືກັບຕົວຫຍັງໃນພາສາລາວເລີຍ ໃນພາສາຝຣັ່ງກະບໍ່ມີ ເຮັດຈັ່ງໃດກະອອກສຽງບໍ່ໄດ້ ຊິ "จ" ກະບໍ່ແມ່ນ ງົງເປັນໄກ້ຕາແຕກບັກດົນໆ ກ່ອນພັກຜ່ອນ ພໍດີນັກຮຽນຢູ່ທາງຫຼັງເຂົາເຈົ້າບອກວ່າ ສຽງນີ້ງ່າຍໆໜຶ່ງ ໃນພາສາມົ້ງກະມີ, ເຮົາກະເລີຍຮຽນນຳລາວ. ເລີກຫຼິ້ນ ບາດນິ ເຮົາກະຊ້ອມເອົາແທ້ເອົາວ່າລະນໍ້ ຢາກໃຫ້ມັນເປັນຄາຫ້ອງຫັ້ນລະ ຢ້ານວ່າຖ້າເລີກຮຽນ ຈະລືມກ່ອນ. ຊ້ອມອອກສຽງໂຕ "z" ກັບສາວມົ້ງໂຕະຂ້າງໆ (ລາວກະເປັນຄົນງາມ, ຜິວນຽນຂາວ ເວົ້າລວມໜ້າຮັກ),  ລາວກໍ່ຊ່ວຍເຮົາຂະໜາດເລີຍ ອອກສຽງໃຫ້ຟັງ ບອກວິທີຜັນສຽງ ເອົາປາຍລີ້ນແຕະແຂ້ວເທິງ ວ່າຊັ້ນ(ບອກຄຳສາວຄູບອກເລີຍ) ເຮົາກະລອງຜິດລອງຖືກ ຈົນໝົດເວລາເລີກຫຼິ້ນສິບນາທີ ຈົນເມື່ອຍ. ເຂົ້າມາຊົ່ວໂມງຕໍ່ໄປ ພໍດີຖືກຝຽນເຮົາອອກສຽງ ເຮົາກະອອກສຽງຄືດັ່ງທີ່ຊ້ອມຕອນເລີກຫຼິ້ນ. ໂອ້ຟ້າເອັ້ນເອີ້ຍ, ສາວຄູຍ້ອງວ່າ "ເຫີ່ນຫ້າວ" ເຮົາລະດີໃຈຂະໜາດ ສົມແລ້ວທີ່ຊ້ອມເອົາແທ້ເອົາວ່າ(ກັບຄົນໜ້າຮັກ ຮິຮິ)

ມື້ນີ້ ຫົກໂມງ ກໍ່ຈະຮຽນອີກ. ສູ້ເວີ້ຍ

Delicious Digg Fark Twitter
ຄຳເຫັນ (14)
ກ.ຍ.. 4, 2011 11:50 AM
ບາງໜັງສືບອກວ່າເຊັກ ຄືຢາອາຍຸວັດທະນະ.
ແຕ່ກະຕ້ອງເຂົ້າວ່າລະບົບຕອບຮັບຂອງຄົນເຮົາມັນບໍ່ເທົ່າກັນ.
ມັນກະບໍ່ຕ່າງຫຍັງກັບເຈົ້າກິນເຜັດໄດ້ຫຼາຍ ແຕ່ຂ້ອຍກິນໄດ້ໜ້ອຍ..
ແຕ່ທາງທີ່ດີມີປະມານກໍ່ໄດ້ ຢ່າໝົກໝຸ້ນຫຼາຍເປັນພໍໂອະ 
ກ.ຍ.. 4, 2011 07:30 AM
ຕາມທີ່ອ່ານຂ້າງເທິງມາມີແຕ່ຂັ້ນປະສົບການທັງນັ້ນ
ຮາໆໆຈັກສິເອົາຫຍັງມາວ່ານຳຂະເຈົ້າດີນໍ ແນວວ່າໂຕເອງຍັງບໍ່ທັນເຈີ ອິອິອິ  
ກ.ຍ.. 4, 2011 06:54 AM
ຂ້ອຍສັງເກດໄດ້ອີກອັນນຶ່ງ, ຜູ່ຊາຍທີ່ແຕ່ງງານແລ້ວຈະບໍ່ມີສິວຄືຊາຍໂສດ. 
ກ.ຍ.. 3, 2011 09:10 PM
ສັງເກດບໍວ່າຜູ້ຊາຍໄດ້ເມຍລະຊິເບິ່ງມີຊີວິດຊີວາກວ່າຫນຸ່ມໂສດ ແຕ່ຜູ້ຍິງໄດ້ຜົວພັດໂຊມລົງ 
ກ.ຍ.. 3, 2011 06:28 PM
ອອຍເນາະ 
ກ.ຍ.. 3, 2011 04:41 PM
ການມີເພດສຳພັນກໍ່ເປັນການອອກກຳລັງກາຍອີກແບບໜຶ່ງຄືກັນ ຕາມທີ່ໄດ້ຮຽນມາທາງຈິດຕະວິທະຍາ ການມີເພດສຳພັນໜຶ່ງຄັ້ງ ແມ່ນທຽບເທົ່າກັບການແລ່ນອ້ອມວິທະຍາເຂດດົງໂດກ 10 ຮອບ 
ກ.ຍ.. 3, 2011 04:38 PM
”ສຳລັບພຣະສົງສາຍວັດປ່າ ຜູ້ຈະເລີນພາວະນາໃນຮົ່ມຜ້າກາສາວະພັດ ຖືພົມມະຈັນເປັນອາຈິນ ສ່ວນໃຫຍ່ມີອາຍຸຍ່າງເຂົ້າ 90 ຂື້ນໄປ. ອັນນີ້ກໍສາມາດຢືນຢັນວ່າ ການບໍ່ໝົກໝົ້ນໃນກິດຈະກຳຂອງການເສບກາມ ເປັນຫົນທາງສູ່ຄວາມມີອາຍຸວັດທະນະ”

ເຂົາເຈົ້າເຫຼົ່ານັ້ນບໍ່ໄດ້ເຮັດວຽກໜັກ ບໍ່ໄດ້ໃຊ້ສະໝອງຄິດຫຼາຍ ບໍ່ໄດ້ປະເຊີນກັບຄວາມຕືງຄຽດ ມີແຕ່ນັ່ງພາວະນາຈະເລີນສະມາທິ ເຂົ້າກໍ່ມີຄົນຖວາຍໃຫ້ ອາຍຸກໍ່ຍືນກວ່າເປັນທຳມະດາ 
ກ.ຍ.. 3, 2011 11:58 AM
ມັນກໍ່ດີຖ້າຫາກວ່າຢູ່ໃນຄວາມເໝາະສົມ ແຕ່ຖ້າຫາກຂັ້ນຂັ້ນຄວາມສຸມກໍ່ເຮັດໃຫ້ເປັນອັນຕະລາຍເຊັ່ນກັນ 
ກ.ຍ.. 3, 2011 09:55 AM
ສຳລັບຂ້ອຍແລ້ວ ບໍ່ເຊື່ອວ່າ ການມີເພດສຳພັນ ເຮັດໃຫ້ອາຍຸຍືນ ເພາະວ່າສະຖິຕິເລື່ອງເກນອາຍຸ life expectancy ຂອງຜູ້ຊາຍ ສ່ວນໃຫຍ່ຈະຕ່ຳລົງ ເນື່ອງຈາກວ່າ ຜູ້ຊາຍໃນຍຸກປັດຈຸບັນ ສ່ວນໃຫຍ່ມົ້ວສຸມໃນກາມ ມີກິກບໍ່ເລືອກໜ້າ ເກນອາຍຸຮອດແຕ່ປະມານ 50 ປີເທົ່ານັ້ນ. ຜົນການວິໄຈເປັນພຽງແຕ່ສິ່ງມານຍາໃນວົງການບູຊາກາມາລົມ.

ອີງຕາມວາລະສານອັບເດດ ເຊິ່ງເປັນສະບັບທີ່ເຮີຮາເລື່ອງເຮືອຂື້ນມາຈາກພື້ນນ້ຳນັ້ນ ມີບົດຄວາມອັນໜຶ່ງທີ່ກ່ຽວຂ້ອງກັບແມ່ຕູ້ຄົນໜຶ່ງທີ່ອາຍຸຍືນທີ່ສຸດ ໄດ້ບອກວ່າ ແມ່ຕູ້ນັ້ນ ບໍ່ເຄີຍແຕ່ງງານ ມັນເປັນສິ່ງຢືນຢັນວ່າ ການບໍ່ໝົກມົ້ນໃນກາມ ເປັນຫົນທາງຂອງການມີອາຍຸວັດທະນະ. ເມື່ອປະມານເດືອນກັນຍາປີຜ່ານມາ ໜັງສືພິມສະບັບພາສາອັງກິດຂອງອິນເດຍ ໄດ້ຕີພິມເລື່ອງຂອງຜູ້ຍິງທີ່ອາຍຸຍືນ 109ປີ ໃນອັງກິດ ໄດ້ບອກເຄັດລັບການມີອາຍຸຍືນວ່າ ລາວບໍ່ເຄີຍມີເພດສຳພັນຈັກເທື່ອໃນຊີວິດ ເປັນສິ່ງທີ່ບໍ່ໜ້າເຊື່ອສຳລັບຫລາຍໆຄົນ.

ນອກຈາກນີ້ແລ້ວ ສິ່ງທີ່ມັກສັງເກດເຫັນເລື້ອຍ ສຳລັບພຣະສົງສາຍວັດປ່າ ຜູ້ຈະເລີນພາວະນາໃນຮົ່ມຜ້າກາສາວະພັດ ຖືພົມມະຈັນເປັນອາຈິນ ສ່ວນໃຫຍ່ມີອາຍຸຍ່າງເຂົ້າ 90 ຂື້ນໄປ. ອັນນີ້ກໍສາມາດຢືນຢັນວ່າ ການບໍ່ໝົກໝົ້ນໃນກິດຈະກຳຂອງການເສບກາມ ເປັນຫົນທາງສູ່ຄວາມມີອາຍຸວັດທະນະ. ແຕ່ກົງກັນຂ້າມ ການກ່ຽວຂ້ອງໃນກິດຈະກຳຂອງກາມຫລາຍ ມັກອາຍຸສັ້ນ....ເປັນໂລກຫົວໃຈ...ໃຈວາຍເປັນຕົ້ນ.

 
ກ.ຍ.. 3, 2011 08:29 AM
ຊອບຢູ່ແລ້ວ ຈັດໃຫ້ ອິອິອິອິ 
ກ.ຍ.. 3, 2011 08:23 AM
ມີສາລະດີ
ມື້ໜ້າຫາມາໃຫ້ອ່ານອີກແດ່ເດີ 
ກ.ຍ.. 3, 2011 06:48 AM
ກະຢາກເຮັດຕາມຄໍາແນະນໍາຂອງແພດຢູ່ ແຕ່ບໍ່ມີຄູ່ :( 
ກ.ຍ.. 3, 2011 02:33 AM
ເບິ່ງແຕ່ຮູບກາເຂົ້າໃຈແລ້ວ 
ກ.ຍ.. 3, 2011 01:34 AM
ມີດູຫລາຍ ສູຂະພາບກະເສີຍຄຶກິນເດ໋ 55555