ຖ້າເຈິເຫດການແບບນີ້
ສ້າງເມື່ອ ພ.ພ.. 18, 2014 14 ຄົນໂຫວດ,
12 ຄຳເຫັນ,
ອ່ານ 527 ເທື່ອ
ເຮົາພັກຢູ່ຫໍພັກເຊິ່ງມີທັງໝົດຫ້າຊັ້ນ, ເຮົາພັກຢູ່ຊັ້ນສອງ ຫ້ອງຫ້າຄົນ ຫ້ອງໃຫຍ່ສົມຄວນ. ເຮົາພັກຢູ່ນຳກັນ ຫ້າຄົນ. ເຫດການມີຢູ່ວ່າ ມັນເປັນຕອນຄ່ຳວັນອາທິດ (ຕື່ນຂຶ້ນມາມື້ທີ່ສອງກະເປັນວັນຈັນ ຕ້ອງໄດ້ໄປຮຽນ) ພວກຄົນຢູ່ໃນຫ້ອງເອີ້ນໝູ່ມາສະຫຼອງວັນເກີດເຂົາເຈົ້າ ( ເຮົາກະບໍ່ໄດ້ວ່າຫຍັງດອກຕອນທຳອິດ ກະຄິດວ່າຈະຮູ້ຈັກກິນ) ຄິດວ່າຈະຊຸມແຊວກັນ ຮອດສິບເອັດສິບສອງໂມງກະເຊົາ ແຕ່ບາດກິນເຂົ້າໄປລະບໍ່ມີໂມງເຊົາລະບາດນັ້ນ. ຫ້ອງຫໍພັກເນາະ ເປີດເພງກິນເບຍເນາະ ໜຶ່ງໂມງສອງໂມງເນາະ ເຮົາຢາກນອນກະຢາກນອນລະກະຕ້ອງຕື່ນເຊົ້າ ແລ້ວຖ້າເປັນພວກເຈົ້າຈະເຮັດແນວໃດ
|
ຄຳເຫັນ (12)