ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 1 ຄຳເຫັນ ແລະ 0 trackback(s)

ກໍາແພງເມືອງວຽງຈັນ
ພາຍຫຼັງທີ່ເຈົ້າຟ້າງຸ່ມໄດ້ເ

ຕົ້າໂຮມເມືອງລາວບູຮານ ເຂົ້າເປັນອານາຈັກລ້ານຊ້າງແລ້ວ ກໍຈັດລະບຽບການປົກ ຄອງຂຶ້ນ ເພື່ອນຳພາປະເທດໄປສູ່ຄວາມຈະເລີນຮຸ່ງເຮືອງ ພ້ອມກັນນີ້ກໍໄດ້ເສີມຄວາມແຂງແກ່ນໃຫ້ແກ່ກອງທັບພະອົງ ທັງ ສ້າງທ່າສະໜາມປ້ອງກັນໃຫ້ໝັ້ນຄົງ ໃນຕົວເມືອງໃຫຍ່ຕ່າງໆ. ມາຮອດສະໄໝລາຊະການຂອງເຈົ້າໄຊເຊດຖາ ຊຶ່ງມີວິໄສທັດຫຼຽວເຫັນການໄກວ່າ: ຖ້າຈະສືບຕໍ່ເອົາເມືອງຊຽງ ທອງ ຫຼື ຫຼວງພະບາງ ເປັນເມືອງເອກຕໍ່ໄປແລ້ວ ອຸປະສັກ ຫຼື ຄວາມຫຍຸ້ງຍາກຕາມມາຄົງມີຫຼາຍ ໂດຍສະເພາະການວິໄຈ ແຫຼ່ງຂ່າວ ຫຼື ການໃຈ້ແຍກເຫດການພໍຮູ້ວ່າ ສັກດີນາຕ່າງປະເທດທີ່ຢູ່ພາກຕາເວັນຕົກສຽງເໜືອຂອງປະເທດ ພວມກຽມ ເຂົ້າຮຸກຮານອານາຈັກລ້ານຊ້າງ ແລະ ລ້ານນາ ຊຶ່ງມີກະສັດລາວອົງດຽວກັນໃນເວລານັ້ນ.
ດ້ວຍເຫັນວ່າທີ່ຕັ້ງຂອງການຍ້
າຍມາຢູ່ທາງວຽງຈັນ ມີຄວາມເໝາະສົມກ່ວາຊຽງທອງ ເຈົ້າໄຊເຊດຖາ ຈຶ່ງຮຽກ ປະຊຸມບັນດາເສນາມຸນຕີ ເພື່ອການວາງແຜນປ້ອງກັນການຮຸກຮານຈາກສັກດີນາພະມ້າ ສະພາທີ່ປຶກສາເຈົ້າແຜ່ນດິນເຫັນ ພ້ອມກັນວ່າ ນະຄອນຊຽງທອງ ບໍ່ເໝາະສົມທີ່ຈະເປັນເມືອງຫຼວງຕໍ່ໄປ ເພາະຢູ່ໃກ້ກັບພະມ້າ ຊຶ່ງພວມເປັນປໍລະປັກກັນ ອາດ ຈະຍົກທັບມາຕີໄດ້ທຸກຍາມດ້ານໜຶ່ງນະຄອນຊຽງທອງ ມີແຕ່ພູເຂົາອ້ອມຮອບ ບໍ່ມີທາງຂະຫຍາຍ ສ່ວນວຽງຈັນ ເປັນເມືອງ ໃຫຍ່ ບໍລິເວນກວ້າງໃຫຍ່ໄພສານ ອຸດົມສົມບູນ ແລະ ຕັ້ງຢູ່ເຄິ່ງກາງອານາຈັກ ສະດວກແກ່ການປົກຄອງພາກເໜືອ ພາກໃຕ້ ດ້ານໜຶ່ງປະຊາຊົນນະຄອນວຽງຈັນ ກໍໜາແໜ້ນ ເປັນຊຸມທາງຄົມມະນາຄົມທາງບົກ ແລະ ທາງນ້ຳ ທັງເປັນບ່ອນສະດວກ ໃນການຕິດຕໍ່ລະຫວ່າງປະເທດ ໃນຍາມສະຫງົບ ນະຄອນຫຼວງວຽງຈັນ ເປັນສູນກາງປົກຄອງເສດຖະກິດ ວັດທະນະທຳ ເປັນຕົວແທນໃຫ້ແກ່ທົ່ວລ້ານຊ້າງ ໃນຍາມສົງຄາມ ກໍສາມາດສົ່ງກຳລັງຫຼວງອອກໄປປ້ອງກັນຕາມຊາຍແດນໄດ້ທັນເວລາ ຫຼື ສາມາດເຄື່ອນທັບຂອງທ້ອງຖິ່ນມາໄດ້ສະດວກດີ ຍ້ອນສະພາບການດັ່ງກ່າວຈຶ່ງຕົກລົງຍົກຍ້າຍນະຄອນຫຼວງປະເທດ ລາວລ້ານຊ້າງ ຈາກນະຄອນຊຽງທອງ ຫຼວງພະບາງ ມາຕັ້ງຢູ່ນະຄອນວຽງຈັນ ໃນປີ ຄ.ສ 1560 ແລະ ຕັ້ງຊື່ວ່າ: ນະຄອນ ວຽງຈັນທະບູລີ ສີສັດຕະນາຄະນະຫຸດ ອຸດຕະມະລາຊະທານີ.
ການສ້າງສານະຄອນຫຼວງວຽງຈັນ ອັນຕົ້ນຕໍກ່ວາໝູ່ແມ່ນການສ້າ
ງທ່າສະໜາມປ້ອງກັນ ລະບົບປ້ອງກັນເມືອງ ຫຼວງ ໂດຍເພິ່ນໄດ້ນຳພາກໍ່ສ້າງບູລະນະກຳແພງເມືອງທີ່ມີມາກ່ອນທັງ 3 ຊັ້ນ ອັນເປັນລະບົບປ້ອງກັນໄພທຳມະຊາດ ເຊັ່ນ: ໄພນ້ຳຖ້ວມ ແລະ ປ້ອງກັນຂ້າເສິກສັດຕູກຳແພງນີ້ ເພິ່ນໄດ້ສ້າງປ້ອມຍາມເປັນໄລຍະຫ່າງກັນພໍສາຍຕາຫຼຽວເຫັນໄດ້ຄັກໜ້າ ກຳແພງກໍຂຸດຮ່ອງນ້ຳຂະໜານໄປຕາມຄວາມຍາວຂອງກຳແພງ ຮ່ອງນ້ຳກວ້າງ 5-8 ແມັດ ເລິກຖ້ວມຫົວຄົນຢືນ ກຳແພງ ສູງກ່ວາຫຼັງຊ້າງໃຫຍ່ ມີຄົນຢືນ ຊຶ່ງຖືວ່າເປັນລະບົບປ້ອງກັນໄພທີ່ດີທີ່ສຸດໃນສະໄໝນັ້ນ ຖັດຈາກນັ້ນມາເພິ່ນກໍໄດ້ເອົາໃຈໃສ່ ບູລະນະ ແລະ ກໍ່ສ້າງທາງພຸດທະສາດສະໜາ ສ້າງວັດວາອາຮາມ ສ້າງພະພຸດທະຮູບ ພິເສດແມ່ນການກໍ່ສ້າງທາດຫຼວງ ວຽງຈັນ ໂດຍສ້າງກວມທາດເກົ່າໜ່ວຍໜຶ່ງ ສ້າງມາແຕ່ຄັ້ງສ້າງວຽງຈັນທຳອິດ ເມື່ອສ້າງທາດຫຼວງແລ້ວເພິ່ນກໍໃສ່ຊື່ວ່າ: "ທາດເຈດີໂລກະຈຸນລະມະນີ" ແຕ່ຄົນທົ່ວໄປເອີ້ນວ່າ ທາດຫຼວງ ແລະ ໃຊ້ເວລາກໍ່ສ້າງເຖິງ 6 ປີຈຶ່ງສຳເລັດ.

ໃນມື້ວັນທີ 16 ພະຈິກ 1641 ທ່ານ ວັນວຸດສະຕົບ ພໍ່ຄ້າໂຮນລັງ ທີ່ໄດ້ເຂົ້າມາເຝົ້າເຈົ້າຊີວ
ິດສຸລິຍະວົງສາ ທີ່ທາດ ຫຼວງນັ້ນ ພວກເພິ່ນໄດ້ຂຶ້ນຂີ່ຊ້າງທັງ 6 ໂຕ ແຫ່ໄປເຝົ້າເຈົ້າຊີວິດ ເພື່ອນຳຈົດໝາຍນາຍພົນ ວັນເດີເມັນ ຊຶ່ງເປັນຜູ້ວ່າການ ເຂດອານານິ ຄົມສົ່ງມາຂາບຖວາຍ ທ່ານ ວັນວຸດສະຕົບ ໄດ້ບັນທຶກສິ່ງທີ່ຕົນພົບເຫັນກຳແພງເມືອງນີ້ວ່າ: ລະຫວ່າງ 2 ຟາກຂ້າງແຖວທະຫານສຸດແລ້ວ ກໍໄດ້ໄປເຖິງປະຕູວຽງດ້ານຊົນນະບົດ (ດ້ານນອກ) ຂະນະນັ້ນ ພວກເຮົາເຫັນວ່າ: ຕົວວຽງ ຖືກອ້ອມຮອບດ້ວຍກຳແພງຫີນສີແດງ ສູງກ່ວາຄົນທີ່ຢືນຢູ່ເທິງຫຼັງຊ້າງ ຢູ່ຕີນກຳແພງ ມີຄອງນ້ຳ... ການເວລາຢູ່ໃນຂອບເຂດຂອງ 450 ປີນັ້ນ ພວກເຮົາຍັງພໍເຫັນກຳແພງເມືອງທີ່ຍັງເຫຼືອຢູ່ ເນື່ອງຈາກໄລຍະ ຫຼັງໆ ເສດຖະກິດສັງຄົມມີການຂະຫຍາຍຕົວ ການກໍ່ສ້າງ ການລ້ຽງສັດ-ປູກຝັງໄດ້ກືນເອົາອານາເຂດທີ່ເປັນກຳແພງເມືອງ ໄປຈົນເກືອບໝົດ
ສິ່ງທີ່ເຫຼືອຢູ່ກໍຍັງພໍມີໃຫ
້ເຫັນຮ່ອງຮອຍບໍ່ເຕັມ 100% ຢູ່ທີ່ບ້ານໜອງໄຮໃຕ້ ເມືອງຫາດຊາຍຟອງ ຊຶ່ງມີປ້າຍຂຽນ ບອກເຂດອະນຸຮັກ ແລະ ອີກແຫ່ງໜຶ່ງຢູ່ທີ່ຮ່ອງໄກ່ແກ້ວ ໃກ້ໆກັບພັດຕະຄານຊ້າງເຜືອກ ກໍມີຮ່ອງຮອຍເປັນຄູຂຶ້ນໃຫ້ເຫັນ ເຊັ່ນກັນ ຖ້າທຽບໃສ່ກັບທ່ານ ວັນວຸດສະຕົບ ຂຽນແລ້ວແມ່ນໄກກັບເພິ່ນບອກ ວ່າສູງເທົ່າຊ້າງຕົວໃຫຍ່ຕົວໜຶ່ງ ບວກກັບຄົນ ຢືນ ສ່ວນລວງຍາວແຕ່ໃສຫາໃສນັ້ນ ຜູ້ຂຽນເຄີຍຂຽນແນະນຳມາແລ້ວໃນໜັງສືພິມສະບັບນີ້ ເມື່ອວັນທີ 16/3/2009 ຜ່ານມາ ເພື່ອໃຫ້ຜູ້ອ່ານໄດ້ໃກ້ຊິດກັບກຳແພງນີ້ ແລະ ພາລູກຫຼານມາເບິ່ງໄດ້.
ແຕ່ເຖິງວ່າການປົກປັກຮັກສາໃຫ
້ຄົງໄວ້ຢ່າງເດີມນັ້ນເປັນໄປໄດ້ຍາກກໍຕາມ ແຕ່ເວລານີ້ຫາອະນາຄົດນັ້ນ ຄົງຈະ ພໍມີຫວັງ ເນື່ອງຈາກມີການຈັດຕັ້ງຮັບຜິດຊອບຄັກແນ່ຄົບຖ້ວນ ສຳຄັນມີປ້າຍບອກອະທິບາຍລະອຽດພໍຄວນ ດັ່ງນັ້ນ ຜູ້ໄປຊົມ ຈຶ່ງບໍ່ຈຳເປັນຕ້ອງມີຜູ້ນຳທ່ຽວໄປຮ່ວມກໍໄດ້ ແລະ ກໍແມ່ນສິ່ງໜຶ່ງທີ່ສຳຄັນໃນໄລຍະ 450 ປີ ແຫ່ງການຍ້າຍນະຄອນຫຼວງ ຈາກນະຄອນຊຽງທອງ ຫຼວງພະບາງ ມາສູ່ນະຄອນຫຼວງວຽງຈັນ.


ຂຽນເມື່ອ ຂຽນເມື່ອ: ພ.ຈ.. 28, 2011 | ມີ 0 ຄຳເຫັນ ແລະ 0 trackback(s)

ປະຫວັດວັດລົບປາກດີໂພນທັນ
ວັດລົບປາກດີໂພນທັນ, ເປັນວັດໜຶ່ງທີ່ມີມູນເຊື້ອໃນ

ການສ້າງ ສາພັດທະນາທາງດ້ານຊີວິດ ວັດທະນະທັມ ສັງຄົມ ແລະ ທາງພຣະ ພຸດທະສາສນາ ໃນເຂດສີພັນດອນ ຫຼືເມືອງໂຂງ ແຂວງຈຳປາສັກ ມາ ຕັ້ງແຕ່ເຫິງນານພໍສົມຄວນ, ເຫັນໄດ້ຈາກສາສນາວັດຖຸ ສະຖາປັຕຕະ ຍະກັມ ແລະ ປາຕິມາກັມບູຮານ ທີ່ປາກົດຫຼົງເຫຼືອເປັນຮ່ອງໄວ້ ຮອດ ປັດຈຸບັນນີ້, ເປັນຕົ້ນແມ່ນສີມາ(ສີມ), ພຣະພຸດທະຮູບບູຮານ, ສີລາ ຈາຣືກ ແລະ ຄຳພີດີກາຕ່າງໆ ທີ່ບຸບພະຈາຣຍ໌ໄດ້ສ້າງ ແລະ ແລະ ປົກ ຮັກສາໄວ້ ຊົ່ວລູກຊົ່ວຫຼານມາຮອດບັດນີ້, ສິ່ງຕ່າງໆເຫຼົ່ານີ້ໄດ້ ກາຍ ມາເປັນຄັງຄວາມຮູ້ອັນມະຫາສານຂອງຊຸມຊົນຊາວທ້ອງຖິ່ນ ກໍຄືຊາດ ສາສນາຂອງລາວ, ທີ່ມີເອກະລັກ ແລະ ພະລັງເຊື່ອງຊ້ອນ ທີ່ເປັນທ່າ ແຮງໃຫ້ແກ່ພື້ນຖານວັດທະທັມ, ພູມປັນຍາທ້ອງຖິ່ນ ກັບທັງສັນຍາລັກ ທີ່ສະແດງເຖິງຄວາມເປັນເອກະຣາດ ທີ່ເອກອ້າງທະນົງໃຈ ຂອງຊົນ ຊາວລົບປະດີ ກໍຄືຊາວສີທັນດອນ(ສີພັນດອນ) ແລະ ຂອງມວນຊົນ ຊາວລາວທັງມວນ.
ດ້ວຍເຫດນັ້ນ, ທາງຄຣູບາອາຈາຣຍ໌ ແລະ ເຖົ້າແກ່ແນວໂຮມ ຈຶ່ງໄດ້ພ້ອມກພຽງສາມັກຄີກັນ ທາງດ້ານວັດຖຸ ແລະ ປັດໄຈ ສ້າງຫໍ ພຣະໄຕຣປິດົກຫຼັງນີ້ຂຶ້ນ ເພື່ອເປັນສະຖານທີ່ທ້ອນໂຮມໜັ
ງ ສືຜູກ ອັກສອນທັມລາວ ອັນສອນລາວເດີມ ແລະ ອັກສອນຂອມ ທີ່ຈານລົງໃສ່ ໄວ້ໃນໃບລານ ໃຫ້ເປັນບ່ອນປົກປັກຮັກ ສາມູນມັງມໍຣະດົກອັນລໍ້າຄ່ານີ້ ໄວ້ ເຊິ່ງເປັນທີ່ສະດວກໃນການສຶກສາ ຂອງພຣະສົງສາມະເນນ, ຊາວບ້ານເອງ ກໍຄືປັນຍາຊົນທົ່ວໄປ ທັງທີ່ຢູ່ໃນບ້ານ ກໍຄືອານາບໍຣິເວນ ນັ້ນ ຫຼືເປັນມູນມັງມໍຣະດົກສຶກສາຫາຄວາມຮູ້ ຂອງອະນຸຊົນຄົນຮຸ່ນ ຫຼັງສືບຕໍ່ໄປ.
ວັດວິທະຍາຣາມ ບ້ານລົບປາກດີໂພນທັນ ເປັນວັດໜຶ່ງທີ່ເກົ່າ ແກ່ໃນດອນລົບປະດີ ແລະ ເປັນວັດສຳຄັນວັດໜຶ່ງໃນເມືອງ
ໂຂງ ແຂວງ ຈຳປາສັກ.
ດອນລົບປະດີ ເຄີຍເປັນດອນໜຶ່ງທີ່ມີຊື່ສຽງ
ແລະ ເປັນດອນ ທີ່ອຸດົມສົມບູນໄປດ້ວຍອູ່ເຂົ້າ ອູ່ປາ ແລະ ທັງເປັນດອນໜຶ່ງທີ່ປູກພືດ ທີ່ ເປັນສິນຄ້າມາແຕ່ບູຮານະການ ສິນຄ້າທີ່ລືຊື່ຂອງບ້ານລົບປາກດີ ຄື ເຂົ້າ, ຢາສູບ ດ່ັງເຮົາຈະໄດ້ຍິນມາແຕ່ເກົ່າກ່ອນວ່າ “ບ້ານນາງາມ ເຂົ້າອ່ອນ, ບ້ານລົບປະດີເສັ້ນຢາປຸກ” ຄຽງຄູ່ກັນ ນັ້ນບ້ານລົບປະດີຍັງ ມີຊື່ສຽງດ້ານການປະມົງຫາປາ ເພາະເປັນດອນທີ່ມີຄັນຫີນແກ້ງ, ຫາດ ນ້ອຍໃຫຍ່ລຽນສະຫຼັບສັບຊ້ອນ ເໝາະສົມກັບການອາໄສຂອງ ປານານາພັນ ມາຮອດປັດຈຸບັນ ປາອາຊິລົດຈຳນວນລົງ ແຕ່ວ່າຊາວ ບ້ານລົບປາກດີກໍຍັງຫາປາເປັນອາຊີບ ສ່ົງຂາຍທ້ອງຕລາດທັງຣະດູ ແລ້ງ ແລະ ຣະດູຝົນ ສຳລັບຢາສູບໃນດຽວນີ້ການປູກຢາອາດຊິລົດ ຄວາມນິຍົມລົງແລ້ວກໍຕາມ ຊາວດອນລົບປະດີ ກໍຫັນໄປປູກພືດທີ່ປ້ອນ ຕລາດໃນເຂດເມືອງໂຂງ ແລະ ແຂວງຈຳປາສັກໄດ້ດີສົມຄວນ, ນອກ ຈາກນັ້ນປະຊາຊົນຊາວລົບປະດີ ຕັ້ງແຕ່ອະດີດຈົນຮອດປັດຈຸບັນ ສ້າງ ບຸກຄະລາກອນທີ່ສຳຄັນໃຫ້ແກ່ຊາດ ແລະ ສາສນາຫຼາຍຄົນ, ຊາວລົບ ປາກດີ ນັ້ນໄດ້ມີລູກຫຼາຍ ໄດ້ເປັນເຈົ້າໃຫຍ່ນາຍໂຕ ທຸກຍຸກ ທຸກສະໄໝ ເຊັ່ນ ຍາຫຼວງຄູນ ເຈົ້າແຂວງສີທັນດອນ
ທ່ານພຣະອາຈາຣຍ໌ຄຣູສາຍ ປັດຈຸບັນນີ້ ລູກຫຼານຊາວດອນລົບປາກດີ ກໍໄດ້ຍືນຢູ່ໃນຖັນແຖວ ຂອງ ພັກ ແລະ ລັດຢ່າງຕັ້ງໜ້າຫ້າວຫານ.
ຄຳວ່າ ດອນລົບປາກດີ ເປັນຊື່ທາງການ ແຕ່ຄົນທົ່ວໄປ ກໍມັກ ຈະຮຽກວ່າ ດອນລົບປະດີ ຢ່າງໃດກໍຕາມຄຳວ່າ ລົບປາກດີ ຫຼື ລົບປະດີ ມີທີ່ມາຢ່າງນ້ອຍ ໒ ມະຕິດັ່ງນີ້ ຄື:
ລົບປະດີ: ມາຈາກເຣື່ອງທີ່ຄົນທົ່ວເລົ່າ
ກັນມານານວ່າ ມີຄົນ ຈາມ (ຊົນເຜົ່າໜຶ່ງທີ່ມີຫຼາຍຢູ່ຂະເໝນ ຕັ້ງແຕ່ກຳປົງຈາມລົງໄປທາງ ຂະເໝນໃຕ້) ມາຈາກຂະເໝນໃຕ້ ມາທ່ຽວຂາຍຄ້ອງ ເມື່ອມາຮອດ ດອນໜຶ່ງ ທີ່ມີຊື່ວ່າດອນລົບປະດີດຽວນີ້ ກໍເລີຍມາຂໍພັກແຮມຄືນທີ່ວັດ ຫຼັງຈາກ ພຣະສົງໄຫວ້ພຣະ-ສູດມົນແລ້ວ ພວກຈາມກໍເຂົ້າໄປສົນທະ ນາກັບ ເຈົ້າອະທິການວັດໜຶ່ງ ທີ່ຕົນພັກຢູ່ນັ້ນ ເມື່ອສົນທະນາປາໄສ ກັນໄປຫຼາຍເຣື່ອງ ກໍເລີຍສົນທະນາໄປເຖິງວິຊາອາຄົມ ພໍດີທາງຈາມ ກໍໄດ້ກ່າວຂຶ້ນວ່າ ລອງເບິ່ງພຣະອາຈາຣຍ໌ ຄັນວ່າພຣະອາຈາຣຍ໌ ແຄ້ວຄົງແທ້ ຂ້ານ້ອຍຂໍລອງ ຖ້າຫາກຄົງດ່ັງທີ່ວ່າ ຂ້ານ້ອຍຊິໃຫ້ຄ້ອງ ໜ່ວຍນີ້ ໂດຍທີ່ບໍ່ເອົາເງິນນຳຈັກກີບ ຈັກອັດເລີຍ, ທາງພຣະອາ ຈາຣຍ໌ກໍຮັບປາກແລ້ວ ກໍເຂົ້າໄປຂາບພຣະ ໓ ເທື່ອ ຈຶ່ງໃຫ້ຈາມຄົນນັ້ນ ຟັນດ້ວຍ ງ້າວເຖິງ ໙ ຄັ້ງ, ເຮັດໃຫ້ຈາມຄົນນັ້ນຕ້ອງເກີດອັດສະຈັນໃຈ ແລະ ເກີດສັດທາຢ່າງຍິ່ງ, ຈາມຄົນນັ້ນເກີດຄວາມສົງໄສ ຈຶ່ງອຸທານ ອອກມາ ຄ່ອຍໆວ່າ “ໂອ….ທ່ານພຣະຄຣູ ເກັ່ງເນາະ ພຽງແຕ່ນົບ ພຣະຊື່ໆກໍຍັງດີເຖິງພຽງນີ້” ສຽງຊ່າລືອັນນີ້ກໍຖືກເລົ່າຂານ ຈາກປາກ ຕໍ່ປາກປະຊາຊົນ ກໍພາກັນມາໄຫວ້ພຣະເຊິ່ງຊາວທ້ອງຖິ່ນຮຽກວ່າ “ໄຫວ້ນົບພຣະດີ” ຕໍ່ມາຄຳວ່າ “ໄຫວ້” ໄດ້ຫາຍໄປ ຍັງເຫຼືອຄຳວ່າ “ນົບພຣະດີ” ຄຳວ່າ “ນົບພຣະດີ” ກໍໄດ້ຜ້ຽນມາເປັນ “ລົບປະດີ” ແລ້ວກໍຜ້ຽນໄປເປັນຄຳວ່າ “ລົບປາກດີ” ໃນທີ່ສຸດຈົນຮອດເທົ້າບັດນີ້.
ອີກເຣື່ອງໜຶ່ງ ເມື່ອກ່ອນມີນັກເວົ້າຜີປາກເອ
ກ ເຊິ່ງຮຽກວ່າ “ນັກຜີປາກດີ” ຫຼືນັກເວົ້າຜະຫຍາດີ ຄົນໜຶ່ງມາຮອດເມືອງໂຂງ ເມື່ອ ມາຮອດເມືອງໂຂງແລ້ວ ກໍເຂົ້າໄປຫາເຈົ້າເມືອງ ແລ້ວທ້າພະນັນ ຖາມບັນຫາຕ່າງໆ ເຂົາຄົນນີ້ໄດ້ທ້າພະນັນດ້ວຍການຖາມບັນຫາເອົາ ຣາງວັນຈາກເມືອງອື່ນໆຊະນະມາຫຼາຍເມືອງແລ້ວ ເມື່ອມາຮອດ ເມືອງໂຂງຄັ້ງນີ້ ກໍມີຄວາມຕັ້ງໃຈວ່າ ຈະເອົາຊະນະການພະນັນໃຫ້ໄດ້ ດັ່ງທີ່ເຄີຍ ຈຶ່ງໄດ້ທ້າພະນັນໂດຍຄາດຄ່າວ່າ ຫາກເຂົາບໍ່ຊະນະຈະເອົາ ຂອງຣາງວັນມູນຄ່າມະຫາສານນີ້ມອບໃຫ້ເຈົ້າເມືອງທັງໝົດ ແລະ ຫາກວ່າບໍ່ມີໃຜແກ້ບັນຫາເຂົາໄດ້ ເຂົາຈະເອົາເມືອງໂຂງເປັນຂອງ ຣາງວັນ ທາງເຈົ້າຜູ້ປົກຄອງເມືອງໂຂງ ເມື່ອມີຜູ້ມາທ້າພະນັນເຊັ່ນ ນັ້ນ ຖືວ່າເປັນການເສັຍປຽບ ຫຍາມກຽດສັກສີ ຈຶ່ງຮັບພະນັນທັນທີ ເມື່ອຊາຍຜີປາກເອກຕັ້ງບັນຫາແລ້ວປາກົດວ່າບໍ່ມີໃຜ ໃນເມືອງນັ້ນແກ້ ບັນຫາຂອງຊາຍນັກພະນັນຄົນນັ້ນໄດ້ເລີຍ.
ເມື່ອເປັນເຊັ່ນນັ້ນ ຊາຍພະນັນຄົນນັ້ນໄດ້ທ່າ ຈຶ່ງອະນຸໂລມໃຫ້ ເຈົ້າເມືອງວ່າ “ພາຍໃນ ໗ ວັນຂ້າງໜ້ານີ້ ໃຫ້ເຈົ້າເມືອງໄປຊອກຫາ ຄົນມາແກ້ບັນຫານີ້ໃຫ້ໄດ້ ຖ້າກາຍ ໗ ວັນບໍ່ມີໃຜມາແກ້ບັນຫາໄດ້ ແລ້ວ ຖືວ່າເຈົ້າເມືອງແພ້ພະນັນ ຕ້ອງໄດ້ສະຫຼະເມືອງໃຫ້ແກ່ເຂົ
າ” ຫຼັງ ຈາກນັ້ນທາງຣາຊະການເມືອງໂຂງ ກໍຕີຄ້ອງຮ້ອງປ່າວຫາຄົນຜີປາກ ເອກ ເພື່ອມາຕອບບັນຫາຊາຍຜີປາກດີຄົນນັ້ນ, ພໍດີໄປຮອດດອນ ອັນ ໜຶ່ງຊາວບ້ານບອກວ່າ ມີຊາຍຄົນໜຶ່ງເຮັດສວນຢູ່ຫົວດອນນັ້ນ ເປັນ ຄົນທີ່ມັກຮ້ອງລຳ ແລະ ເວົ້າຈາເປັນຜະຫຍາພາສິດ ຄືຊິມີປັນຍາຫຼາຍ ລອງໄປຫາລາວເບິ່ງ, ເມື່ອອຳມາດໄປຫາຊາຍຄົນນັ້ນ ກໍບອກວ່າບໍ່ກ້າ ໄປດອກ ເພາະເປັນຄົນທຳມະດາສາມັນ ແລະ ເປັນຊາວບ້ານນອກ, ເມື່ອຊາຍຄົນນັ້ນປະຕິເສດ ກໍໄດ້ຍິນໄປເຖິງຫູພຣະອາຈາຣຍ໌ໃຫຍ່ຢູ່ວັດ ພຣະອາຈາຣຍ໌ໃຫຍ່ ເຫັນວ່າຊາຍຄົນນີ້ ເປັນຄົນມີຄວາມຮູ້ປັນຍາດີ ເພາະທຸກແລງຫຼັງຈາກ ເລີກງານແລ້ວ ເຂົາມັກຈະໄປສົນທະນາທັມ ກັນພຣະອາຈາຣຍ໌ໃນວັດເປັນປະຈຳ ພຣະອາຈາຣຍ໌ຈຶ່ງຮູ້ເຊິ່ງປັນຍາ ຂອງຊາຍຄົນນີ້ ແລະ ເຊື່ອໝັ້ນວ່າເຂົາ ຕ້ອງແກ້ປັນຫາທີ່ນັກທ້າພະ ນັນທ້າມາໄດ້ແນ່ນອນ ຈຶ່ງໃຫ້ກຳລັງໃຈ ແລະ ແນະນຳເຂົາວ່າໃຫ້ໄປ ທັງຊາວບ້ານກໍໄປໄຫວ້ວອນເຂົາໃຫ້ໄປ ຊ່ວຍກອບກູ້ຣາຊະການບ້ານ ເມືອງ ໃນທີ່ສຸດເຂົາກໍຕົກລົງໄປ. ເມື່ອໄປຮອດເມືອງໂຂງແລ້ວ ທັງສອງ ກໍເຂົ້າສູ່ເວທີພະນັນເລີຍ ແລ້ວໃນທີ່ສຸດຜົນປາກົດວ່າ ເຂົາເປັນຄົນຊະ ນະພະນັນ ແກ້ບັນຫາຂອງນັກທ້າພະນັນຕ່າງຖິ່ນໄດ້ທຸກຂໍ້ ກູ້ໜ້າກູ້ ຕາໃຫ້ເຈົ້າເມືອງໆໂຂງໄດ້, ທາງຝ່າຍຊາຍນັກຜີປາກດີ ຄົນນັ້ນຈຶ່ງຕົກ ລົງມອບຂອງທີ່ເຂົາໄດ້ຈາກ ການພະນັນຈາກເມືອງອື່ນນັ້ນ ໃຫ້ແກ່ ເຈົ້າເມືອງທັງໝົດແລ້ວກໍກັບໄປ ຝ່າຍເຈົ້າເມືອງເຫັນຄວາມ ດີຄວາມ ຊອບ ຈຶ່ງມອບຂອງຣາງວັນທັງໝົດໃຫ້ຊາຍຄົນນັ້ນ, ສຽງຊ່າລືການຊະ ນະການແກ້ຜະຫຍາຄັ້ງນີ້ ໄດ້ຊ່າລືໄປຮອດຫູປະຊາຊົນ ຈຶ່ງຍ້ອງຍໍ ຊາຍຄົນນັ້ນວ່າ “ນັກຮົບຜີປາກດີ” ທາງເຈົ້າເມືອງກໍຄິດວ່າ ຊາຍຄົນ ນີ້ມີຜະຫຍາປັນຍາດີ ຫາກເອົາໄວ້ຊ່ວຍຣາຊການງານຫຼວງ ຄົງຈະ ເຮັດໃຫ້ບ້ານເມືອງຈະເຣີນ ແລະ ສະຫງົບສຸກ ເປັນນັກປົກຄອງທີ່ດີ ຈຶ່ງມອບບັນນາການໃຫ້ຊາຍຄົນນັ້ນອີກ ໂດຍ ຕັ້ງໃຫ້ຢູ່ນຳຕຳແໜ່ງມະ ຫາເສນາ ແຕ່ຊາຍຄົນນັ້ນບໍ່ຮັບຕຳແໜ່ງນັ້ນ ຂໍກັບບ້ານເກີດ ຝ່າຍເຈົ້າ ເມືອງກໍແຕ່ງໃຫ້ເຂົາເປັນເຈົ້າຕາແສງ ໃນຖານະຣາຊະທິນນາມວ່າ “ທ້າວນັກຮົບຜີປາກດີ” ປົກຄອງດອນອັນນັ້ນສືບມາ ຊາວບ້ານຊາວ ເມືອງ ຈຶ່ງຮຽກດອນອັນນັ້ນວ່າ “ດອນທ້າວນັກຮົບປາກດີ” ຄຳວ່າ “ນັກ ຮົບປາກດີ” ໝາຍເຖິງການເອົາຊະນະ ຂ້າເສີກສັດຕູດ້ວຍການເວົ້າ ຫຼືການແກ້ບັນຫາຂອງຄົນອື່ນ ທີ່ເວົ້າດີເວົ້າເກັ່ງໄດ້, ຕໍ່ມາຄຳວ່າ “ນັກ ຮົບລົບປາກດີ” ກໍໄດ້ຜ້ຽນມາເປັນ ນັກລົບປາກດີ ແລະ ໃນທີສຸດ ກໍຍັງ ເຫຼືອແຕ່ຄຳວ່າ “ລົບປາກດີ” ຈົນຮອດປີ ໑໙໗໕ ຍ້ອນຊື່ ແລະ ຄວາມ ໝາຍຂອງບ້ານໄດ້ຖືກຕີຄວາມໝາຍໄປ ທາງອື່ນເຊິ່ງກໍ່ໃຫ້ເກີດຄວາມ ເສັຍຫາຍ ແລະ ເປັນທີ່ອັບອາຍຂອງຊາວບ້ານຣຸ້ນຕໍ່ມາ ຊາວບ້ານ ເຫັນວ່າ ຊື່ນີ້ບໍ່ເປັນມຸງຄຸນສາແລ້ວ ຈຶ່ງປ່ຽນຊື່ມາເປັນບ້ານ “ລົບປະດີ” ໃນປະມານປີ ໑໙໗໗ ຈົນມາຮອດປີ ໒໐໐໓ ກໍໄດ້ປ່ຽນກັບມາເປັນ “ບ້ານລົບປາກດີ” ເໝືອນເດີມມາເທົ້າປັດຈຸບັນນີ້, ຄວາມເປັນມາ ຂອງຊື່ບ້ານທັງສອງເຣື່ອງທີ່ກ່າວ ມາຂ້າງເທິງນັ້ນລ້ວນແຕ່ເປັນການ ບອກເຫຼົ່າ ເວົ້າຈາກັນມາຈະຈິງແທ້ແນ່ນອນພຽງໃດ ຂໍໃຫ້ທ່ານຜູ້ອ່ານ ໃຊ້ວິຈາຣະນາຍານຍັ່ງຮູ້ໂດຍມະນະສິການເທີ້ນ.
ແຕ່ຄວາມເປັນຈິງນັ້ນ ຊາວລົບປາກດີ ກໍເໝືອນກັບຊາວດອນ ອື່ນໆ ຄື ເປັນຄົນທີ່ມີອັດທະຍາໄສໄມຕຣີ
ຮັກແຂກບ້ານແຂກເມືອງ ທຳມາຫາກິນດ້ວຍຄວາມບໍຣິສຸດ ຊື່ສັດຕໍ່ຊາດ, ສາສນາ ຕັ້ງໝັ້ນຢູ່ໃນ ຮີດຄອງປະເພນີລາວ, ເຫັນໄດ້ຈາກດອນລົບປາກດີປັດຈຸບັນມີ ຄວາມ ກວ້າງສຸດປະມານ ໓ ຫຼັກ, ຍາວສຸດ ໘ ຫຼັກກວ່າ, ມີບ້ານທັງໝົດ ໗ ໝູ່ບ້ານ ຄື ບ້ານຫົວລົບປາກດີ, ບ້ານລົບປາກດີໂພນທັນ, ບ້ານລົບປາກ ດີກາງ, ບ້ານລົບປາກດີຈົກ, ບ້ານລົບປາກດີຄອນນ້ອຍ, ບ້ານລົບປາກ ດີນາຄອນ, ບ້ານລົບປາກດີໂພນດູ່ ແຕ່ຍ້ອນປະຊາຊົນຊາວລົບປາກດີ ກໍເໝືອນຊາວດອນທົ່ວໄປ ເປັນພຸດທະສາສະກະຊົນມາແຕ່ດຶກດຳບັນ ດອນລົບປາກດີ ຈຶ່ງມີເຖິງ ໖ ວັດແຕ່ລະວັດກໍ ສືບທອດມາແຕ່ບູຮານະ ການແລ້ວ.
ແຕ່ງ ແລະ ຮຽບໂດຍ: ພຣະຄຣູເນືອງພິລັກ ໂຊຕິທອນ
ໃຫ້ຂໍ້ມູນວັນສີຣິວັດໂພນງາມ ເມືອງປາກເຊ
(ຈັດພິມເນື່ອງໃນງານສະຫຼອງຍອ
ດຊໍ່ຟ້າໄປປະດິດສະຖານທີ່ ຫໍພຣະໄຕຣປິດົກທີ່ວັດລົບປາກດີໂພນທັນ)