ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 23, 2010 | ມີ 9 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

ເລີ່ມຕົ້ນເປັນເພື່ອນ.......ເພື່ອນສະນິດ

ແຕ່ໃນໃຈ ກັບຄິດເກີນກ່ວານັ້ນ

ໄດ້ເຫັນເຈົ້າ.....ໄດ້ລົມເຈົ້າຍູ່ທຸກວັນ

ຈິດໃຈຂ້ອຍເກີດ..ຫັ່ວໄຫວບໍ່ຮູ້ຕົວ

ເປັນເພາະຂ້ອຍກັບເຈົ້ານັ້ນໃກ້ຊິດ

ດ້ວຍສະນິດຄຸ້ນເຄີຍກ່ວາຄົນອື່ນ

ຄວາມຮູ້ສຶກທີ່ມີຈຶ່ງປ່ຽນໄປ

ເກີດເປັນຮັກຂື້ນໃນໃຈເພີາມທຸກວັນ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 14 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ກຸຫລາບແດງ  ຄືແສງ ແຫ່ງຄວາມຮັກ

ກຸຫລາບຫັກ ຄືຮັກ ທີ່ສະຫລາຍ

ກຸຫລາບຫ່ຽວ ຄືຮັກ ທີ່ດຽວດາຍ

ກຸຫລາບຕາຍ ຄືຮັກ ທີ່ຖືກລືມ

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 22, 2010 | ມີ 5 ຄຳເຫັນ ແລະ 0 trackback(s)

ຝັນ  ຖືງສິ່ງທີ່ເຈົ້າຕ້ອງການຝັນ

ໄປ  ໃນທີ່ທີ່ເຈົ້າຕ້ອງການໄປ

ເປັນ  ໃນສິ່ງທີ່ເຈົ້າຕ້ອງການເປັນ

ເພາະເຈົ້າມີ ພຽງຊີວິດດຽວ ແລະ ມີໂອກາດດຽວທີ່ຈະເຮັດທຸກສິ່ງທີ່ເຈົ້າຕ້ອງການ

 

ຂຽນເມື່ອ ຂຽນເມື່ອ: ກ.ຍ.. 21, 2010 | ມີ 8 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ກາບກອນ

- ຢ່າລໍໂອກາດ

ເພາະໂອກາດບໍ່ເຄີຍມາຫາເຮົາ

- ຢ່າຢຸດຝັນ

ເພາະຄົນທີ່ມີຝັນຄືຄົນທີ່ມີຊີວິດ

- ຢ່າອ່ອນແອ

ເພາະຄົນທີ່ອ່ອນແອຄືຄົນທີ່ບໍ່ມີວັນທີ່ຈະຊະນະ

- ຢ່າດູຖູຕົວເອງ

ເພາະຖ້າຄີດຢ່າງນັ້ນຄືການຢຸດທຸກຢ່າງໃນຊີວິດ

- ຈົ່ງຈຳໄວ້

ຖ້າຍັງມີລົມຫາຍໃຈຊີວິດກໍ່ຍັງມີຄວາມຫັວງ ( ສູ້ໆນະເພື່ອນໆ )