ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມ.ນ.. 31, 2012 | ມີ 15 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ຄວາມຮັກ

ຕອນນີ້ຂ້ອຍໄດ້ຄົບກັບຊາຍຄົນໜຶ່ງ ຊຶ່ງພວກເຮົານູ້ຈັກກັນຢູ່ທາງອອນໄລ ນີ້ລະ ຈົນເຮັດໃຫ້ເຮົາສອງຄົນຮັກກັນແຕ່ເຮົາກັບຢູ່ຄົນລະບ່ອນຊຶ່ງໄກກັນຫຼາຍແຕ່ເຮົາກະຮັກກັນໄດ້ຄວາມເຂົ້າໃຈກັນລາວອາຍຸນ້ອຍກວ່າຂ້ອຍແຕ່ລາວກະບອກວ່າມັນບໍ່ສຳຳຄັນດອກ ມັນຂຶ້ນຢູ່ກັບເຮົາສອງຄົນວ່າເຂົ້າໃຈກັນບໍ່ ຈະຮັກກັນໄດ້ຊ່ຳໃດ ແຕ່ກ່ອນຂ້ອຍກະເປັນຄົນໜຶ່ງທີ່ຄິດວ່າຄົນທີ່ລົມທາງອອນໄລນີ້ບໍ່ມີໃຜຈິງໃຈຕໍ່ກັນດອກ ຈົນກະທັງມາເຈິກັບຕົວເອງຈຶ່ງຮູ້ວ່າມັນເປັນໄປໄດ້ ແລະແລ້ວວັນໜຶ່ງລາວກະມາຫາຂ້ອຍເຮົາມີເວລາຢູ່ນຳກັນໜ້ອຍອີກຢ່າງຂ້ອຍກະຄາຮຽນຄາວຽກແດ່ ແຕ່ຂ້ອຍກະມີຄວາມສຸກເຖິງມັນຈະເປັນພຽງເວລາສັ້ນໆ ຈົນກະທັງລາວກັບໄປແລ້ວແຕ່ຕອນນີ້ເຮົາກຍັງລົມກັນຢູ່ ແຕ່ດ້ອຍຄວາມທີ່ລາວອາຍຸນ້ອຍກວ່າຂ້ອຍລາວຍັງຮຽນອີກ2 ປີ ແຕ່ຂ້ອຍປີສຸດທ້າຍແລ້ວແຕ່ລາວບອກໃຫ້ຖ້າແຕ່ ບໍ່ມີສິ່ງໃດທີ່ເຮັດໃຫ້ຂ້ອຍໝັ້ນໃຈບໍ່ໄດ້ເລີຍວ່າຖ້າຂ້ອຍຖ້າແລ້ວສຸດທ້າຍມັນຈະເປັນແນວໃດ ຂ້ອຍກະເຂົ້າໃຈວ່າລາວຍັງຮຽນຢູ່ ແຕ່ກະຢາກໃໃຫ້ເຂົ້າໃຈຜູ້ຍິງແດ່ຖ້າເຮົາລໍແລ້ວສຸດທ້າຍເຫຼືອແຕ່ຄວາມຫວ່າງປ່າວເຮົາຈະເຮັດແນວໃດ ແລະ ແລ້ວຕອນນີ້ກະເລີ່ມບໍ່ເຂົ້າໃຈກັນແລ້ວ

ເອົາລະມື້ນີ້ຂ້ອຍຂໍມາລະບາຍພຽງຊ່ຳນີ້ກ່ອນເນາະມື້ໜ້າຈະມາເລົ່າໃຫ້ຟັງໃໝ່

 

Delicious Digg Fark Twitter
ອ່ານຄືນຫຼັງ
ໝວດໝູ່