ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ເມື່ອເວົ້າເຖິງອາຫານຜິວສຳລັບທຸກຄົນແລ້ວ

ລ້ວນແລ້ວແຕ່ມີປະໂຫຍດຢ່າງຫລວງຫຼາຍ

ບໍ່ວ່າຈະເປັນຈຳພວກຜັກ ໝາກໄມ້ຕ່າງໆ

ມີປະໂຫຍດຕໍ່ກັບຮ່າງກາຍເຮົາມາເບິ່ງກັນວ່າ

7 ປະເພດທີ່ເຮົາຍົກມາຝາກເພື່ອນໆໃນມື້ນີ້ມີອາຫານປະເພດໃດແດ່

 

1. ຜັກ-ໝາກໄມ້ທີ່ເປັນສີເຫຼືອງ: ຢູ່ໃນກຸ່ມທີ່ມີວິຕາມິນເອຕາມທຳມະຊາດນັ້ນກໍ່ຄື

ທາດເບຕ້າເຊິ່ງຈະຊ່ວຍປົກປ້ອງຜິວຈາກແສງແດດ ປ້ອງກັນການເກີດມະເຮັງຜິວໜັງ

ປອດ ທາງເດີນອາຫານ ແລະຍັງຊ່ວຍເສີມສ້າງພູມຄຸ້ມກັນໃນເມັດເລືອດຂາວອີກດ້ວຍ.

2. ຜັກ-ໝາກໄມ້ສີມ່ວງ: ຜັກ-ໝາກໄມ້ກຸ່ມນີ້ຈະມີສານຊະນິດໜຶ່ງ ທີ່ຊ່ວຍຕ້ານການອັກເສບ

ຊ່ວຍລົດໄຂມັນອີກນຳໃດ໋ເພື່ອນໆ ນອກນີ້ຍັງປ້ອງກັນການເກີດມະເຮັງເຕົ້ານົມ

ປອດ ກະເພາະ ທີ່ສຳຄັນຍັງຢັບຢັ້ງການຫ່ຽວຍານຂອງຜິວໜັງໄດ້ດີ

3. ຜັກ-ໝາກໄມ້ສີຂຽວ: ຈະມີສານແຄໂຣທີນ ເປັນສານທີ່ຊ່ວຍປົກປ້ອງສາຍຕາ

ຈະຊ່ວຍປ້ອງກັນການເກີດຕາບອດໃນຍາມເຖົ້າແກ່ ແລະຍັງມີເສັ້ນໄຍອາຫານສູງ

ຈຶ່ງມີສ່ວນໃນການຊ່ວຍຫຼຸດນ້ຳໜັກລົງໄດ້ອີກນຳ

4. ນ້ຳນົມໝາກຖົ່ວເຫຼືອງ: ໃນໝາກຖົ່ວເຫຼືອງນີ້ຈະມີສານຕ້ານມະເຮັງ

ໂດຍສະເພາະມະເຮັງເຕົ້ານົມ ມະເຮັງຕ່ອມລູກໝາກ ພ້ອມນີ້ຍັງຊ່ວຍລົດໄຂມັນ

ແລະຊ່ວຍເສີມສ້າງຄວາມແຂງແຮງຂອງກະດູກ ເຮັດໃຫ້ຜິວພັນເປັ່ງປັ່ງບໍ່ຫ່ຽວແຫ້ງໄດ້ງ່າຍ

5. ຊີ້ນປາຊາມອນ-ປາທູນາ: ເປັນປາທີ່ມີທາດໂອເມກາ 3 ເຊິ່ງຈະມີສານບຳລຸງຜິວຕ້ານຈາກສານອື່ນໆ

ທີ່ມີຄຸນນະສົມບັດເພີ່ມຄວາມຄົງຕົວຂອງເຊວຜິວໜັງ ຮັກສາຜິວໜັງໄດ້ດີ ຈຶ່ງຊ່ວຍໃຫ້ຜິວໜັງງົດງາມຢູ່ສະເໝີ

6. ໂຢເກິດທ໌: ຈະສາມາດຊ່ວຍປັບແບັກທີເຣຍໃນລຳໄສ້ ກຳຈັດແບັກທີເຣຍ

ທີ່ກໍ່ໃຫ້ເກີດພະຍາດ ແລະລົດການອັກເວບຂອງຮ່າງກາຍຊ່ວຍໃຫ້ຮ່າງກາຍແຂງແຮງ

7. ເຫັດທຸກຊະນິດ: ມີໂປຣຕີນ ວິຕາມິນ ເກືອແຮ່ ໄຟເບີ ແລະຊີລີນຽມ

ທີ່ມີປະສິດທິພາບເພີ່ມຄວາມແຂງແຮງໃນຄໍຣາເຈນຂອງຜິວໜັງ ເຮັດໃຫ້ຜິວພັນບໍ່ຫ່ຽວຍານໄດ້ງ່າຍ

ເປັນຈັ່ງໃດເພື່ອນໄດ້ຮູ້ຄຸນປະໂຫຍດຂອງອາຫານຜິວທັງ 7 ປະເພດມາແລ້ວ

ຄິດຢາກຈະກິນເຂົ້າໄປຫຼາຍໆແລ້ວແມ່ນບໍ່

ແຕ່ຢ່າງໃດກໍ່ຕາມເຮົາຄວນກິນໃນປະລິມານທີ່ພໍເໝາະພໍດີຕາມທີ່ຮ່າງກາຍຂອງເຮົາຮັບໄດ້ນໍເພື່ອນໆ

ພາກັນຮັກສາສຸຂະພາບກັນດ້ວຍການອອກກຳລັງກາຍເພີ່ມຕື່ມອີກຍິ່ງເປັນການດີເລີຍເດີ້ເພື່ອນໆ

ທີ່ມາ: laocyber.com

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2012 | ມີ 7 ຄຳເຫັນ ແລະ 0 trackback(s)

ຄົນທີ່ມີເລືອດປະເພດທີ່ຫາຍາກ ມັກຈະເປັນພະຍາດກ່ຽວກັບເສັ້ນເລືອດ ຢູ່ຫົວໃຈຫຼາຍກວ່າຄົນທີ່ມີເລືອດປະເພດທີ່ຄົນສ່ວນໃຫຍ່ມີກັນນັ້ນ. ພວກນັກຄົ້ນຄວ້າເວົ້າວ່າ ພວກຄົນ ເຫລົ່ານີ້ມີປະເດັນສ່ຽງທີ່ພາໃຫ້ເປັນໂຣກຫົວໃຈຫຼາຍກວ່າພວກມີເລືອດປະເພດອື່ນ. ຜູ້ສື່ຂ່າວວີໂອເອນາງ Jessica Berman ມີລາຍລະອຽດເລື້ອງນີ້ຢູ່ໃນລາຍງານຫຍໍ້ດ້ານສຸຂະພາບຈາກ ນະຄອນຫລວງວໍຊິງບໍ່ແມ່ນເລືອດອັນໃດກໍຈະຄືກັນໝົດ.

ໂດຍອີງໃສ່ການປະກົດມີຂອງທາດຕ້ານທານຮ່າງກາຍ ຫລືantigens ໂດຍສະເພາະເລືອດມີຢູ່ 4 ກຸ່ມດ້ວຍກັນ. ກຸ່ມເຫລົ່ານີ້ເອີ້ນວ່າ A, B, AB ຊຶ່ງເປັນປະເພດທີ່ຫາຍາກ ແລະກຸ່ມ O ຊຶ່ງເປັນປະເພດເລືອດທີ່ມີມັກພົບເຫັນຫລາຍທີ່ສຸດ. ເມື່ອທຽບກັບພວກທີ່ມີເລືອດໃນກຸ່ມ O ແລ້ວ ພວກນັກຄົ້ນຄວ້າເຫັນວ່າ ພວກທີ່ມີເລືອດ ໃນກຸ່ມ AB ແມ່ນມີຄວາມສ່ຽງຕໍ່ການເປັນໂຣກ ຫົວໃຈເພີ້ມຂຶ້ນ 23%. ບຸກຄົນທີ່ມີເລືອດ ໃນກຸ່ມ B ຂ້ອນຂ້າງວ່າຈະມີ ຄວາມສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ ຫລາຍກວ່າ ພວກທີ່ມີເລືອດກຸ່ມ O ຢູ່ 11% ໃນຂະນະທີ່ພວກທີ່ມີເລືອດກຸ່ມ A ແມ່ນມີ ຄວາມສ່ຽງຕໍ່ການເປັນໂຣກດັ່ງກ່າວເພີ້ມຂຶ້ນ 5%.

ການສຶກສາດັ່ງກ່າວ ດໍາເນີນໂດຍພວກນັກຄົ້ນຄວ້າ ຈາກໂຮງຮຽນແພດສາດຂອງມະຫາວິທະຍາໄລ Harvard ທີ່ນະຄອນ Boston ທີ່ໄດ້ວິໄຈ ຂໍ້ມູນເກັບກໍາມາຈາກການສຶກສາ ຄົ້ນຄວ້າໃຫຍ່ສອງບັ້ນໃນສະຫະລັດຄື: ການສຶກສາຄົ້ນຄວ້າສຸຂະພາບຂອງພວກພະຍາ ບານ ຊຶ່ງໄດ້ຕິດຕາມເບິ່ງ ສຸຂະພາບຂອງພະຍາບານຫລາຍກວ່າ 62 ພັນຄົນແລະການ ສຶກສາຄົ້ນຄວ້າທີ່ຕິດຕາມມາ ກ່ຽວກັບສຸຂະພາບຂອງນັກວິຊາການແພດອາຊີບທີ່ມີຜູ້ ຊາຍເຂົ້າຮ່ວມ ຫລາຍກວ່າ 27 ພັນຄົນ. ພວກເຂົ້າຮ່ວມ ໃນການຄົ້ນຄວ້າທັງສອງບັ້ນນີ້ ໄດ້ຖືກຕິດຕາມເບິ່ງສຸຂະພາບເປັນເວລາ 20 ປີຫລື ຫຼາຍປີກວ່ານັ້ນແລະຜົນການຄົ້ນຄວ້າ ຂອງມະຫາວິທະຍາໄລ Harvard ດັ່ງກ່າວ ແມ່ນສອດຄ່ອງກັນທັງສໍາລັບຜູ້ຍິງ ແລະຜູ້ ຊາຍ.

ນັກຂຽນບົດຄົນຄວ້າຂັ້ນອາວຸໂສ ທ່ານ Lu Qi [LOO KEY],  ອາຈານສອນວິຊາການ ສຶກສດ້ານພົນລະເມືອງ ທີ່ມະຫາວິທະຍາໄລ Harvard ເວົ້າວ່າ ການວິໄຈພັນທຸກໍາ ສາມາດບອກທ່ານໝໍໄດ້ວ່າ ຄໍາແນະນໍາປົກກະຕິໃນການຫລຸດຜ່ອນຄວາມສ່ຽງຕໍ່ການ ເປັນພະຍາດ ຫົວໃຈ ເຊັ່ນການປັບປຸງການກິນອາຫານ ແລະການອອກກໍາລັງກາຍ ຈະ ມີປະສິດທິຜົນດີ ຕໍ່ບຸກຄົນທີ່ມີເລືອດປະເພດທີ່ຫາຍາກກວ່າໝູ່ຫລືບໍ່. ທ່ານອະທິບາຍ ດັ່ງນີ້: ການກວດເລືອດ ສາມາດບອກລະດັບຂອງ Cholesterol ຫລືໄຂມັນໃນເລືອດຂອງເຮົາໄດ້.

ທ່ານ Qi ເວົ້າວ່າ: ຖ້າຫາກພວກເຮົາໄດ້ພົບປະເດັນທີ່ເປັນການສ່ຽງວ່າ ຈະເຮັດໃຫ້ມີການຕອບໂຕ້ທີ່ແຕກຕ່າງກັນຢູ່ໃນຮ່າງກາຍຂອງຄົນທີ່ມີ ເລືອດປະເພດຕ່າງກັນ ພວກເຮົາສາມາດໃຫ້ຄໍາແນະນໍາສະເພາະ ແກ່ ຄົນທີ່ມີເລືອດແຕ່ລະປະເພດທີ່ແຕກຕ່າງກັນນັ້ນ.

43% ຂອງຊາວອາເມຣິກັນ ແມ່ນມີເລືອດກຸ່ມ O ສົມທຽບກັບ

57% ທີ່ມີເລືອດກຸ່ມ A, ກຸ່ມ B ຫລື AB.

ເມື່ອທຽບໃສ່ເລືອດປະເພດອື່ນແລ້ວ, ການສຶກສາຄົ້ນຄວ້າບັ້ນກ່ອນໆນັ້ນ ໄດ້ພົບວ່າ ຄົນທີ່ ມີເລືອດກຸ່ມ A ມັກຈະມີລະດັບຄໍແຣັສໂທຣອລຊຶ່ງ ເປັນສານ ໄຂມັນ ທີ່ອຸດຕັນເສັ້ນເລືອດນັ້ນ ສູງກວ່າໝູ່ ໃນຂະນະທີ່ ພວກທີ່ມີເລືອດກຸ່ມ B ມັກຈະພົວ ພັນເຖິງການມີຄວາມດັນເລືອດສູງກວ່າຄົນມີເລືອດປະເພດອື່ນ. ທັງສອງອາການເຫລົ່ານີ້ ລ້ວນແຕ່ເປັນປະເດັນ ສ່ຽງ ຕໍ່ການເປັນພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ພວກຄົນທີ່ມີເລືອດປະເພດທີ່ຫາຍາກທີ່ສຸດ ກໍຄືກຸ່ມ AB ນັ້ນ ໄດ້ສະ ແດງໃຫ້ເຫັນວ່າ ມີ ລະດັບການໝູນວຽນຂອງແຊລທີ່ດູດຊັບຄວາມອຸ່ນ ຂອງເລືອດ ຫລື Endothelial cells ທີ່ສາມາດເຮັດໃຫ້ເກີດເປັນແຜອັກເສບ ແລະການກໍ່ຕົວຂຶ້ນຂອງສານໄຂມັນໃນເສັ້ນ ເລືອດແດງ ຊຶ່ງສາ ມາດພາໃຫ້ເສັ້ນເລືອດແດງຖືກອຸດຕັນໄດ້.

ແຕ່ຢ່າງໃດກໍຕາມ ທ່ານ Qi ເວົ້າວ່າ ການມີປະເພດເລືອດທີ່ຫາຍາກ ກໍໄດ້ໝາຍຄວາມ ວ່າ ຄົນຜູ້ນັ້ນມີທ່າທາງວ່າຈະເປັນໂຣກຫົວໃຈໂລດ. ທ່ານອະທິບາຍດັ່ງນີ້:

ການມີເລືອດ ໃນກຸ່ມ AB ຫລື A ຫລື B ບໍ່ໄດ້ ໝາຍຄວາມວ່າ ແນ່ນອນຄົນຜູ້ ນັ້ນຕ້ອງເກີດມີພະຍາດຫົວໃຈແບບຊໍາ ເຮື້ອໂລດ. ສິ່ງທີ່ພວກເຮົາຄົ້ນພົບກໍຄື ພຽງແຕ່ວ່າ ພວກຄົນເຫລົ່ານີ້ມີຄວາມສ່ຽງຕໍ່ການເປັນໂຣກຫົວໃຈແບບຊໍາເຮື້ອ ສູງກວ່າໝູ່ເທົ່ານັ້ນ.

ທ່ານ Qi ກ່າວມ້ວນທ້າຍວ່າ ບໍ່ວ່າຈະມີເລືອດປະເພດໃດກໍຕາມ ຄົນເຮົາຄວນຈະມີແບບ ແຜນດໍາລົງຊີວິດ ທີ່ພາໃຫ້ມີສຸຂະພາບແຂງແຮງດີ ເພື່ອຫລຸດຜ່ອນຄວາມສ່ຽງຕໍ່ການເປັນ ພະຍາດໃນເສັ້ນເລືອດຢູ່ຫົວໃຈ.

ບົດຂຽນສະບັບນຶ່ງກ່ຽວກັບຄວາມສຳພັນກັນ ລະຫວ່າງປະເພດຂອງເລືອດ ແລະໂຣກຫົວ ໃຈ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ກ່ຽວກັບສະພາບຫລອດເລືອດ, ໂຣກເສັ້ນເລືອດ ຕີບຕັນ ແລະຊີວະວິທະຍາດ້ານ ຫລອດເລືອດ ຫລື Arteriosclerosis, Thrombosis, and Vascular Biology.

 ທີ່ມາ: VOAnews

 

ຂຽນເມື່ອ ຂຽນເມື່ອ: ທ.ວ.. 3, 2012 | ມີ 3 ຄຳເຫັນ ແລະ 0 trackback(s)

          ພວກນັກຄົ້ນຄວ້າໄດ້ຄົ້ນພົບຫລັກຖານທີ່ສະແດງໃຫ້ເຫັນວ່າການກິນອາຫານຂອງຍິງສາວ ອາດມີຜົນກະທົບຕໍ່ຄວາມສ່ຽງໃນການເປັນໂຣກມະເຮັງເຕົ້ານົມ ໃນເວລາອາຍຸແກ່ມາ.

          ຫລັກຖານທີ່ສະແດງໃຫ້ເຫັນວ່າ ມີການເຊື່ອມໂຍງກັນລະຫວ່າງຄວາມ ສ່ຽງໃນການເປັນໂຣກມະເຮັງເຕົ້ານົມຂອງຜູ້ຍິງຄົນນຶ່ງກັບການກິນອາ ຫານຂອງຜູ້ກ່ຽວ ໃນເວລາຍັງໜຸ່ມ ແມ່ນໄດ້ມາຈາກການສຶກສາຄົ້ນ ຄວ້າ ກັບໜູ ທີ່ມະຫາວິທະຍາໄລຄາລິຟໍເນຍ ເມືອງ Davis. ທ່ານ Russ Hovey ຜູ້ນໍາພາການສຶກ ສາຄົ້ນຄວ້າດັ່ງກ່າວເວົ້າວ່າ ພວກນັກຄົ້ນຄວ້າໄດ້ທົດລອງກັບໜູແມ່ ທີ່ມີການສະກັດກັ້ນການຜະລິດ ຮໍໂມນຜູ້ຍິງໄວ້. ຮໍໂມນສືບພັນຂອງຜູ້ຍິງ ແມ່ນມີໜ້າທີ່ພັດທະນາ ຄຸນລັກສະນະຂອງຜູ້ຍິງ ລວມທັງການເຕີບໃຫຍ່ຂອງເຕົ້ານົມ. ນອກນັ້ນ ການໝູນວຽນ ຂອງຮໍໂມນຜູ້ຍິງຈາກຮັງໄຂ່ ກໍຍັງມີການກ່ຽວພັນກັນກັບເນື້ອງອກໃນເຕົ້ານົມອີກດ້ວຍ. ແຕ່ວ່າອິດທິພົນຂອງຮໍໂມນນັ້ນໄດ້ຖືກກໍາຈັດ ໃຫ້ຫາຍໄປຢູ່ໃນພວກໜູ ທີ່ໃຊ້ເປັນຕົວທົດ ລອງໃນການຄົ້ນຄວ້າດັ່ງກ່າວ.

          ຈາກນັ້ນ ພວກໜູຈຸນີ້ ກໍຖືກເກືອອາຫານທີ່ມີທາດຄາລໍຣີສູງ ຊຶ່ງອາຫານ ດັ່ງກ່າວບັນຈຸອາ ຊິດ ທີ່ເປັນທາດໄຂມັນ ທີ່ເອີ້ນກັນວ່າ 10, 12 CLA (cee-el-ay). ອາຊິດໄຂມັນນີ້ ແມ່ນ ພາໃຫ້ເກີດສະພາບກ່ອນການເປັນໂຣກເບົາຫວານຊຶ່ງເອີ້ນວ່າ ອາການໃນການເຜົາຜານ ອາຫານ, ຊຶ່ງເປັນ ອາການມີລະດັບນໍ້າຕານໃນເລືອດ, ນໍ້າໜັກ ແລະລະດັບຄໍແລັສເທີ ຣອລເພີ້ມຂຶ້ນ ພ້ອມດ້ວຍຄວາມດັນເລືອດກໍສູງຂຶ້ນນໍາ.ໜູທີ່ໃຊ້ທົດລອງກ່ຽວກັບມະເຮັງເຕົ້ານົມ​​

          ອິງຕາມ ທ່ານ Hovey, ການກິນອາຫານທີ່ມີທາດໄຂມັນຍັງຊ່ວຍກະຕຸ້ນໃຫ້ເຕົ້ານົມໃຫຍ່ຂຶ້ນ ສໍາລັບໜູບາງໂຕ ເຖິງແມ່ນວ່າໜູເຫລົ່ານັ້ນ ຈະບໍ່ມີທາດຮໍໂມນຂອງຜູ້ຍິງກໍຕາມ. ທ່ານໃຫ້ຄໍາສັງເກດການດັ່ງນີ້:“ສິ່ງທີ່ພວກເຮົາໄດ້ສະແດງໃຫ້ເຫັນກໍຄືວ່າ ເມື່ອພວກເຮົາເກືອໜູ ໂດຍເອົາອາຫານທີ່ມີທາດໄຂມັນປະເພດສະເພາະອັນນີ້ເສີມໃສ່ອາຫານນັ້ນ ມັນກໍຈະພາໃຫ້ມີການປ່ຽນແປງ ໃນການເຜົາ ໄໝ້ອາຫານ. ແຕ່ວ່າສິ່ງທີ່ ເຮັດໃຫ້ພວກເຮົາປະຫລາດໃຈທີ່ສຸດ ຄວາມຈິງແລ້ວກໍຄືວ່າເຕົ້ານົມຂອງພວກໜູເຫລົ່ານີ້ ເຕີບໃຫຍ່ຂຶ້ນ ເຖິງແມ່ນວ່າ ພວກເຂົາບໍ່ມີ ຮັງໄຂ່ກໍຕາມ ແລະເຖິງ ແມ່ນວ່າ ພວກເຮົາຈະໃຊ້ວິທີອື່ນ ເພື່ອເອົາຮໍໂມນຜູ້ຍິງ ອອກຈາກລະບົບຮ່າງ ກາຍຂອງພວກມັນກໍຕາມ.”

          ພວກນັກຄົ້ນຄວ້າໄດ້ພົບວ່າ ການເຕີບໃຫຍ່ຂອງນົມຍ້ອນການກິນອາຫານນັ້ນ ຍັງພາໃຫ້ ມີການເກີດມີເນື້ອງອກ ຢູ່ໃນນົມຂອງໜູບາງໂຕອີກດ້ວຍ.

          ທ່ານ Hovey ກ່າວອີກວ່າ ບໍ່ແມ່ນໜູໝົດທຸກໂຕ ທີ່ກິນອາຫານມີທາດໄຂມັນຈະເກີດມີ ເນື້ອງອກໝົດ -- ຊຶ່ງສິ່ງນີ້ສະແດງໃຫ້ເຫັນວ່າ ອາດຈະມີອົງປະກອບທາງພັນທຸກຳມີສ່ວນ ພາໃຫ້ເກີດໂຣກມະເຮັງເຕົ້ານົມອີກດ້ວຍ.

          ອິງຕາມ ທ່ານ Hovey, ຂໍ້ຄວາມທີ່ພວກເຮົາພໍຈະນໍາເອົາໄປຄິດກັນ ກໍຄືວ່າ ການກິນອາ ຫານຂອງຍິງສາວນ້ອຍ ຄວນຈະຖືກຕິດຕາມເບິ່ງເພື່ອຢາກຫລຸດຜ່ອນທາດໄຂມັນປະ ເພດທີ່ຈະໄປກະຕຸ້ນໃຫ້ເປັນໂຣກມະເຮັງ ແລະພະຍາດອື່ນໆນັ້ນ. ທ່ານກ່າວມ້ວນທ້າຍດັ່ງນີ້:“ຕົວຢ່າງ ເຊັ່ນພະຍາດອ້ວນພີເກີນໄປ, ຫລື ໂຣກເບົາຫວານປະເພດ 2 ທີ່ອາດ ຈະສາມາດທົດແທນ ຫລື ກະຕຸ້ນໃຫ້ມີການເຕີບໂຕຂອງນົມໄດ້ໂດຍບໍ່ຕ້ອງ ການຮໍໂມນຂອງຜູ້ຍິງກໍໄດ້.”

          ໃນຂະນະທີ່ໂຣກເບົາຫວານປະເພດ 2 ກາຍມາເປັນໂຣກທີ່ຄົນມັກເປັນ ກັນຫລາຍຂຶ້ນຢູ່ ໃນທົ່ວໂລກນັ້ນ, ການຄົ້ນພົບຂອງການສຶກສາຄົ້ນຄວ້ານີ້ ສະແດງໃຫ້ຫັນວ່າ ການແຜ່ລະ ບາດຂອງໂຣກມະເຮັງເຕົ້ານົມກໍບໍ່ໄດ້ຢູ່ຫ່າງໄກ ຫຼືຫຼຸດກັນປານໃດກັບໂຣກເບົາຫວານປະ ເພດນີ້.

          ບົດຂຽນກ່ຽວກັບ ຄວາມສຳພັນກັນລະຫວ່າງການກິນອາຫານ ແລະການກໍ່ຕົວຂຶ້ນຂອງ ເນື້ອງອກໃນເຕົ້ານົມ ແມ່ນພິມເຜີຍແຜ່ຢູ່ໃນວາລະສານ ທີ່ເກັບຮວບຮວມໄວ້ຂອງວິທະ ຍາຄານແຫ່ງຊາດດ້ານວິທະຍາສາດ ຫລື Proceedings of the National Academy of Sciences.ທີ່ມາ: VOAnews

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ຜົນການວິໄຈໃໝ່ເຕືອນວ່າ: ຄົນທີ່ດື່ມເຫຼົ້າ, ເບຍ ຫຼື ເຄື່ອງດື່ມມຶນເມົາຫຼາຍຈະເຮັດໃຫ້ອາຍຸສັ້ນ ກວ່າຄົນທີ່ສູບຢາ ໂດຍສະເພາະແມ່ນກຸ່ມແມ່ຍິງ. ນອກຈາກນີ້, ຄົນຕິດເຄື່ອງດື່ມມຶນເມົາຍັງມີອາຍຸສັ້ນ ກວ່າຄົນທົ່ວໄປເຖິງ 20 ປີ ເຊິ່ງສະຖາບັນວິໄຈໃນເຢຍລະມັນໄດ້ສຶກສາເປັນໄລຍະເວລາດົນກວ່າ 14 ປີ ໃນຜູ້ໃຫຍ່ທີ່ໄດ້ຮັບການບົ່ງມະຕິວ່າເປັນຄົນຕິດເຫຼົ້າໂດຍຜົນການວິໄຈພົບວ່າ: ອັດຕາການຕາຍໃນ ກຸ່ມຄົນຕິດເຫຼົ້າສູງເຖິງ 4.6 ເທົ່າຂອງຄ່າສະເລ່ຍມາດຕະຖານ. ໃນຂະນະທີ່ອັດຕາການຕາຍຂອງຜູ້ ຊາຍທີ່ຕິດເຫຼົ້າກໍສູງກວ່າມາດຕະຖານເຖິງ 2 ເທົ່າເຊັ່ນກັນ

      ວຽກງານວິໄຈນີ້ບໍ່ເຄີຍເຮັດມາກ່ອນ ເພາະເປັນການສຶກສາໂດຍເຝົ້າສັງເກດຜົນກະທົບຂອງ ການເສບຕິດທາດອານກໍຮໍເປັນໄລຍະເວລາດົນ. ໃນຂະນະທີ່ວຽກງານວິໄຈກ່ອນໜ້ານື້ສຶກສາອັນຕະ ລາຍຈາກກການດື່ມເຫຼົ້າຫຼາຍເກີນໄປ ໂດຍອາໄສຂໍ້ມູນການທົດລອງທາງການແພດ. ສາດສະດາຈານ ອູນຣິກ ຈອນ ຈາກມະຫາວິທະຍາໄລກຣິຟວານໃນເຢຍລະມັນໄດ້ຈັດຕັ້ງທີມສຳຫຼວດເພື່ອສັງເກດອາສາ ສະໝັກກວ່າ 4,070 ຄົນ ລະຫວ່າງອາຍຸ 18-64 ປີ ໂດຍ 149 ຄົນໃນຈຳນວນນີ້ໄດ້ຮັບການຍົ່ງມະ ຕິວ່າເປັນຄົນຕິດທາດອານກໍຮໍ ແລະຖືກເຝົ້າຕິດຕາມເປັນເວລາ 14 ປີ, ໃນຈຳນວນ 149 ຄົນນີ້ປະ ກອບດ້ວຍເພດຊາຍ 119 ຄົນ

      ສາດສະດາຈານ ຈອນ ກ່າວວ່າ: ສິ່ງທຳອິດທີ່ການສຶກສາພົບກໍຄືອັດຕາການຕາຍຂອງຜູ້ຕິດ ເຫຼົ້ານັ້ນສູງກວ່າຄົນປົກກະຕິຫຼາຍ ໂດຍໃນເພດຊາຍສູງກວ່າເຖິງ 1.9 ເທົ່າ ແລະເພດຍິງສູງເຖິງ 4.9 ເທົ່າ ເມື່ອປຽບທຽບກັບປະຊາກອນທີ່ມີເພດ ແລະໄວດຽວກັນ. ສ່ວນສິ່ງຕໍ່ມາທີ່ພົບກໍຄື  ອາຍຸສະເລ່ຍ ຂອງແມ່ຍິງຕິດເຫຼົ້າແມ່ນ 60 ປິ ແລະຜູ້ຊາຍທີ່ຕິດເຫຼົ້າແມ່ນ 58 ປີ ເຊິ່ງລ້ວນແຕ່ຕ່ຳກວ່າອາຍຸສະເລ່ຍ ຂອງປະຊາກອນທົ່ວໄປເຖິງ 20 ປີ. ນອກຈາກນີ້, ຍັງບໍ່ມີຜູ້ຕິດເຫຼົ້າຄົນໃດທີ່ທີມວິໄຈເຝົ້າສັງເກດທີ່ມີ ອາຍຸຍືນເຖິງອາຍຸໄຂສະເລ່ຍ ແລະສິ່ງສຸດທ້າຍກໍພົບວ່າ: ການຕິດເຫຼົ້າເຂົ້າມາກັບການບຳບັດອາການຢູ່ ໂຮງໝໍ ບໍ່ໄດ້ຊ່ວຍໃຫ້ຜູ້ຕິດເຫຼົ້າທີ່ເຂົ້າມາຮັບການປິ່ນປົວມີອາຍຸຍືນກວ່າຄົນຕິດເຫຼົ້າຄົນອື່ນໆ. ນອກ ຈາກນີ້, ຜົນການວິໄຈສະແດງໃຫ້ເຫັນວ່າ: ການດື່ມເຫຼົ້າເຮັດໃຫ້ເກີດການເສຍຊີວິດຫຼາຍກວ່າການສູບ ຢາ ເປັນຍ້ອນຢາສູບເຮັດໃຫ້ເກີດພະຍາດມະເຮັງ ເຊິ່ງຈະສະແດງຜົນເມື່ອແກ່ໂຕໄປແລ້ວ ແຕກຕ່າງ ຈາກຜົນກະທົບຈາກທາດອານກໍຮໍທີ່ຈະສະແດງອາການໄວກວ່າ, ນອກຈາກນີ້, ທາດອານກໍຮໍຍັງນຳ ໄປສູ່ພຶດຕິກຳສ່ຽງຫຼາຍຢ່າງເຊັ່ນ: ການສູບຢາ ຫຼື ການມີນ້ຳໜັກເກີນມາດຕະຖານ. ດັ່ງນັ້ນ, ຈຶ່ງເຫັນ ໄດ້ວ່າທາດອານກໍຮໍມີອັນຕະລາຍ ແລະຄວນດື່ມແຕ່ພໍດີພໍງາມເທົ່ານັ້ນ.

 

ທີ່​ມາ: ໜັງສືພິມ​ລາວ​ພັດທະນາ, 15/11/2012

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2012 | ມີ 5 ຄຳເຫັນ ແລະ 0 trackback(s)

ສານເບັນໂຊເອໄພຣິນ ເປັນສານປະກອບໃນກຸ່ມ (Polycy clic Aromatic Hydrocar bons: PAHs) ເຊິ່ງເປັນກຸ່ມສານເຄມີທີ່ມີຫຼາຍກວ່າ 100  ຊະນິດ ປະກອບດ້ວຍວົງແອັດຊັງນັບແຕ່ 2 ວົງຂຶ້ນໄປ ຈັດລຽງເປັນເສັ້ນຊື່, ເປັນມູມ ຫຼື ເປັນກຸ່ມ ເກີດຈາກການເຜົາໄໝ້ທີ່ບໍ່ສົມບູນ ຫຼື ການສະ ຫຼາຍທາງເຄມີຂອງສານອິນຊີໂດຍຄວາມຮ້ອນ. ແນວໃດກໍຕາມ, ເຊື້ອໄຟຈາກຖ່ານຫີນ, ໄມ້ ແລະສານ ອິນຊີອື່ນໆທີ່ກ່ຽວຂ້ອງກໍເຮັດໃຫ້ເກີດ aromatic compounds ໄດ້ທັງໝົດ ໂດຍທົ່ວໄປ PAHs ເປັນ ສານເຄມີທີ່ມີຄວາມເປັນພິດກະທັນຫັນຕ່ຳ ໃນສິ່ງທີ່ມີຊີວິດຊັ້ນສູງຈະພົບຄວາມເປັນພິດຊຳເຮື້ອ. ດັ່ງນັ້ນ ການໄດ້ຮັບຢ່າງຕໍ່ເນື່ອງອາດເຮັດໃຫ້ເກີດຄວາມເປັນພິດຕໍ່ລະບົບຕ່າງໆຂອງຮ່າງກາຍໄດ້

      ສານ PAHsພົບໄດ້ທັງໃນສິ່ງແວດລ້ອມ ແລະອາຫານ, ການປົນເປື້ອນສານເບັນໂຊເອໄພຣິນ ໃນອາຫານເກີດຈາກການສະສົມຂອງອະນຸພາກເບັນໂຊເອໄພຣິນທີ່ມາຈາກການປີ້ງຈີ່ ຫຼື ເຮັດໃຫ້ແຫ້ງ ໂດຍໄຟ ຫຼື ຄວັນໄຟໂດຍກົງ ຫຼື ຈາກການດູດຊຶມໃນລະຫວ່າງຂະບວນກາຮົມຄວັນອາຫານ ແລະໃນ ກໍລະນີທີ່ບໍ່ໄດ້ຮົມຄວັນໂດຍກົງ (indirect smoking) ຫຼື ຈາກການປຸງແຕ່ງອາຫານທີ່ໃຊ້ອຸນຫະພູມ ສູງ ລວມທັງຈາກການຕື່ມສານປຸງແຕ່ງກິ່ນຄວັນ. ໂດຍທີ່ຜ່ານມາພົບຕົວຢ່າງຈາກການວິເຄາະຫາສານ ພິດປົນເປື້ອນ ພົບວ່າ: ປາດຸກປີ້ງພົບສານພິດປະມານ 81% ເຊິ່ງສານທີ່ພົບແມ່ນ 0.5-3.2 ໄມໂຄຣ ກຣາມຕໍ່ກິໂລກຣາມ, ປີ້ງໄກ່ພົບສານເປິເປື້ອນປະມານ 31% ສານດັ່ງກ່າວພົບ 0.5-0.7 ໄມໂຄຣ ກຣາມຕໍ່ກິໂລກຣາມ ແລະໝູປີ້ງພົບສານເປິເປື້ອນປະມານ 40% ສານດັ່ງກ່າວພົບ 0.3-1.3 ໄມໂຄຣ ກຣາມຕໍ່ກິໂລກຣາມ

      ສານເບັນໂຊເອໄພຣິນ ທີ່ກວດພົບໃນອາຫານປີ້ງຈີ່ຈະມີປະລິມານໜ້ອຍ, ແຕ່ການໄດ້ຮັບສານ ນີ້ສະສົມໃນຮ່າງກາຍກໍອາດເກີດອັນຕະລາຍໄດ້. ດັ່ງນັ້ນ, ຜູ້ຈຳໜ່າຍອາຫານປີ້ງຈີ່ຈຶ່ງບໍ່ຄວນໃຊ້ໄຟ ແຮງ ແລະໃຊ້ເວລາໃນການປີ້ງດົນເກີນໄປ, ຄວນຕັດເອົາພາກສ່ວນທີ່ໄໝ້ອອກ. ສ່ວນຜູ້ບໍລິໂພກກໍ ຄວນຫຼີກເວັ້ນການບໍລິໂພກອາຫານປີ້ງຈີ່ທີ່ໄໝ້ດຳ ແລະຢ່າບໍລິໂພກອາຫານປະເພດເກົ່າຊ້ຳໆ ຄວນບໍລິ ໂພກອກຫານໃຫ້ຫຼາກຫຼາຍ ແລະມີປະໂຫຍດຕໍ່ສຸຂະພາບຂອງຕົນ ແລະໃນກໍລະນີກິນປາດຸກປີ້ງ ເຊິ່ງພົບສານເບັນໂຊເອໄພຣິນຫຼາຍກວ່າອາຫານປີ້ງຢ່າງອື່ນອີກ 2 ຊະນິດ ກໍຄວນລອກໜັງປາດຸກ ອອກ ແລະກິນແຕ່ຊີ້ນກໍສາມາດຫຼຸດຄວາມສ່ຽງຈາກການໄດ້ຮັບສານເບັນໂຊເອໄພຣິນທີ່ຢູ່ເທິງໜັງໄໝ້ ດຳນັ້ນໄດ້.

 

ທີ່​ມາ: ໜັງສືພິມ​ລາວ​ພັດທະນາ, 15/11/2012

 

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2012 | ມີ 4 ຄຳເຫັນ ແລະ 0 trackback(s)

ມີສະຖິຕິທີ່ໜ້າສົນໃຈກ່ຽວກັບພະຍາດມະເຮັງຈາກອົງການອະນາໄມໂລກມາບອກ ເຊິ່ງທ່ານຮູ້ຫຼື ບໍ່ວ່າພະຍາດມະເຮັງແບ່ງອອກໄດ້ຫຼາຍກວ່າ 100 ຊະນິດ

      ພາຍໃນປີ 2010  ພະຍາດມະເຮັງກາຍເປັນພະຍາດທີ່ຂ້າຊີວິດຄົນທົ່ວໂລກຫຼາຍທີ່ສຸດເປັນອັນ ດັບ 1 ແທນບ່ອນພະຍາດຫົວໃຈ. 1 ໃນ 5 ຂອງຄົນເປັນພະຍາດມະເຮັງທົ່ວໂລກເກີດຈາກການຕິດ ເຊື້ອຊຳເຮື້ອເຊັ່ນ: ເຊື້ອເອສພີວີ ສາຫາດຂອງພະຍາດມະເຮັງປາກມົດລູກ ແລະ ເຊື້ອໄວຣັສຕັບອັກ ເສບເບ ທີ່ນຳໄປສູ່ພະຍາດມະເຮັງຕັບ. 1 ໃນ 3 ຂອງພະຍາດມະເຮັງທີ່ເກີດຂຶ້ນສາມາດປິ່ນປົວໄດ້ ຫາກກວດພົບໃນໄລຍະເລີ່ມຕົ້ນ ແລະໄດ້ຮັບການປິ່ນປົວທີ່ເໝາະສົມ

      ພະຍາດມະເຮັງ 40% ປ້ອງກັນໄດ້ໂດຍການບໍ່ສູບຢາ, ການກິນອາຫານທີ່ມີປະໂຫຍດ, ອອກ ກຳລັງກາຍ ແລະປ້ອງກັນໂຕເອງຈາກເຊື້ອພະຍາດ. ຈາກສະຖິຕິທົ່ວໂລກ ພະຍາດມະເຮັງແມ່ນພະ ຍາດທີ່ຂ້າຊີວິດມະນຸດຫຼາຍເຖິງ 1 ໃນ 8 ເຊິ່ງໝາຍຄວາມວ່າ: ໃນຜູ້ເສຍຊີວສິດທຸກໆ 8 ຄົນ ຈະມີຜູ້ ເສຍຊີວິດຈາກພະຍາດມະເຮັງ 1 ຄົນສະເໝີ. ເຖິງຈະເປັນພະຍາດຮ້າຍທີ່ໜ້າຢ້ານ, ແຕ່ພະຍາດມະ ເຮັງກໍຍັງມີຫົນທາງປິ່ນປົວ ແລະການປ້ອງກັນທີ່ດີທີ່ສຸດກໍເລີ່ມຈາມຕົວເຮົາເອງ.

 

ທີ່​ມາ: ໜັງສືພິມ​ລາວ​ພັດທະນາ, 15/11/2012

ຂຽນເມື່ອ ຂຽນເມື່ອ: ພ.ຈ.. 15, 2012 | ມີ 2 ຄຳເຫັນ ແລະ 0 trackback(s)

ບໍ່ພຽງແຕ່ລົດຊາດທີ່ແຊບຖືກປາກຖືກໃຈເທົ່ານັ້ນ, ຄຸນປະໂຫຍດຂອງຕຳໝາກຫຸ່ງກໍມີບໍ່ໍ່ໜ້ອຍ ເພາະວັດຖຸດິບທີ່ມີຢູ່ຕຳໝາກຫຸ່ງລ້ວນແຕ່ເປັນຢາພື້ນເມືອງທີ່ມີສັບພະຄຸນໃນການປິ່ນປົວພະຍາດທັງໝົດ ເລີ່ມຈາກ:

- ໝາກຫຸ່ງດິບ: ຕົ້ມກິນເປັນຢາບຳລຸງນ້ຳນົມສຳລັບແມ່ລູກອ່ອນ, ຂ້າແມ່ທ້ອງ, ແກ້ທ້ອງບິດ, ແກ້ເລືອດອອກຕາມເຟັນແຂ້ວ, ແກ້ລິດສີດວງທະວານ, ຊ່ວຍຍ່ອຍອາຫານ, ໄລ່ນ້ຳບີ-ນ້ຳເຫຼືອງ

- ໝາກເລັ່ນ: ມີລົດຊາດສົ້ມ ເປັນພືດທີ່ໃຊ້ແຕ່ສີ ແລະກິ່ນອາຫານ ມີສັບພະຄຸນເປັນຢາລະບາຍ ຊ່ວຍໃຫ້ຖ່າຍງ່າຍ ແລະບຳລຸງຜິວໃຫ້ກ້ຽງງາມ

- ໝາກກອກ: ມີລົດຊາດສົ້ມ, ຝາດ, ຫວານ ແກ້ພະຍາດທາດພິການຍ້ອນນ້ຳບີບໍ່ປົກກະຕິ, ແກ້ ທ້ອງບິດ, ແກ້ເລືອດອອກຕາມເຟັນແຂ້ວ. ໝາກກອກສຸກເຮັດໃຫ້ສົດຊື່ນຄຳ ແລະແກ້ກະຫາຍນ້ຳ

- ໝາກເຜັດ: ມີລົດຊາດເຜັດຮ້ອນ ຊ່ວຍໃຫ້ຈະເລີນອາຫານ, ໄລ່ລົມ, ຊ່ວຍໃນການຍ່ອຍອາ ຫານ. ລົດຊາດເຜັດຮ້ອນຊ່ວຍໄລ່ລົມໃນລຳໄສ້, ແກ້ໄອ, ໄລ່ຂີ້ກະເທີ່, ປິ່ນປົວພະຍາດຜິວໜັງ

- ຜັກທຽມ: ມີລິດຂັດຂວາງການຈະເລີນເຕີບໃຫຍ່ຂອງເຊື້ອພະຍາດ, ເຊື້ອແບັກທີເຣຍ ແລະໄວ ຣັສ, ຫຼຸດນ້ຳຕານໃນເລືອດ, ຫຼຸດໄຂມັນໃນຫຼອດເລືອດ

- ໝາກນາວ: ເປືອກໝາກນາວມີສັບພະຄຸນເປັນຢາໄລ່ລົມ. ສ່ວນນ້ຳໝາກນາວມີສັບພະຄຸນໄລ່ຂີ້ ກະເທີ່, ແກ້ໄອ, ແກ້ເລືອດອອກຕາມເຟັນແຂ້ວ ແລະຟອກເລືອດ

- ໝາກຖົ່ວຍາວ: ລົດຊາດຫວານມັນ ຊ່ວຍກະຕຸ້ນການເຮັດວຽກຂອງກະເພາະອາຫານ, ລຳໄສ້ ແລະບຳລຸງທາດດິນ

- ຜັກກະຫຼ່ຳ: ມີລົດຊາດຈືດເຢັນ ຊ່ວຍກະຕຸ້ນການເຮັດວຽກຂອງກະເພາະອາຫານ, ລຳໄສ້, ບຳລຸງທາດໄຟ

- ຜັກບົ້ງ: ລົດຊາດຈືດເຢັນ ໃຊ້ຕົ້ມກິນເປັນຢາລະບາຍເຮັດໃຫ້ຮາກສານພິດອອກມາ ເນື່ອຈາກ ພິດຂອງຝິ່ນ ແລະສານໜູໄດ້

- ຜັກກະຖິນ: ລົດຊາດມັນ, ແກ້ອາການຖອກທ້ອງ, ປິ່ນປົວບາດແຜ, ຫ້າມເລືອດ ແລະຂ້າແມ່ ທ້ອງ

- ໝາກຍົມ: ໃຊ້ໃບໝາກຍົມຕົ້ມດື່ມເປັນຢາແກ້ໄອ, ຊ່ວຍໄລ່ພິດໄຂ້, ບຳລຸງປະສາດ, ໄລ່ຂີ້ກະ ເທີ່, ແກ້ພິດຕຸ່ມອີສຸກອີໄສໄດ້

ຖ້າຢາກໄດ້ຄຸນປະໂຫຍດສູງສຸດກໍບໍ່ຄວນກິນເຜັດຫຼາຍ.

 

ທີ່​ມາ: ໜັງສືພິມ​ລາວ​ພັດທະນາ

15/11/2012