
ຂຽນເມື່ອ: ທ.ວ.. 3, 2012
| ມີ
1 ຄຳເຫັນ
ແລະ
0 trackback(s)
ພໍ່ຕູ້ຄູນນາມສົມມຸດໄດ້ເອົາຫຼານນ້ອຍຂຶ້ນຂີ່ຄໍ ແລ້ວພາຫຼານຍ່າງຫຼິ້ນເລາະໄປເລາະມາຢູ່ເດີ່ນບ້ານ
ຫຼານນ້ອຍໄດ້ຈັບຫົວພໍ່ຕູ້ຄູນທີ່ມີຜົມພຽງໜ້ອຍດຽວແລ້ວກໍ່ໄດ້ຖາມ ຂຶ້ນມາທັນທີວ່າ: ພໍ່ຕູ້ໆໆ
ເປັນຫຍັງຫົວຂອງພໍ່ຕູ້ຈຶ່ງມີຜົມໜ້ອຍແທ້ ?
ພໍ່ຕູ້ຄູນຕອບວ່າ: ໂອ໋ຍ ຫຼານເອີ້ຍ ນີ້ແຫຼະຄືຫົວຂອງຄົນສະຫຼາດ.
ຫຼານນ້ອຍ: ແລ້ວ…..ເຮັດແນວໃດຫົວຂອງຫຼານຈຶ່ງຊິລ້ານຄືພໍ່ຕູ້ ເພາະຫຼານຢາກສະຫຼາດ.
ຄັກແທ້ນໍ ຮ່ະໆໆໆໆໆໆໆ
source: laocyber.com