
ຂຽນເມື່ອ: ມິ.ຖ.. 26, 2009
| ມີ
16 ຄຳເຫັນ
ແລະ
0 trackback(s)
ລົດເຮົາປີ້ນ
ນໍ້າກັບຕົ້ນທັງສອງຮຽນຢູ່ຄະນະດຽວກັນແລະທັງສອງກໍ່ເປັນໝູ່ຮຽນຢູ່ຫ້ອງດຽວກັນຫຼາຍປີ ແຕ່ຕ່າງຝ່າຍກໍ່ບໍ່ໄດ້ສະໜິດສະນົມ
ແລະສົນໃຈກັນປານໃດ,ຈົນມາຮອດປີສຸດທ້າຍຈຶງໄດ້ມາລຶ້ງເຄີຍສະໜິດສະໜົມກັນ.ໜຶ່ງອາທິດຕໍ່ມາຫຼັງຈາກມື້ຮັບໃບປະກາດສະນີຍະບັດ
ນໍ້າກັບຕົ້ນກໍ່ໄດ້ມາເຈິກັນໃນງານລ້ຽງຂອງຫ້ອງທີ່ຈັດຂື້ນຢູ່ຮ້ານອາຫານແຫ່ງໜຶ່ງ, ເມື່ອງານລ້ຽງໃກ້ຈະເລີກແລະກໍ່ເດິກແດ່ແລ້ວ ຕົ້ນຈຶ່ງ
ຖາມນໍ້າວ່າ:
ຕົ້ນ: ມື້ນີ້ໂຕສິກັບບ້ານຈັ່ງໃດນິ?
ນໍ້າ: ບໍ່ຮູ້ຄືກັນ ມື້ນີ້ບໍ່ໄດເອົາລົດມາ,ເຮົາວ່າຈະຈ້າງລົດເມືອ
ຕົ້ນ: ມັນສິດີຫວາ,ຕອນນີ້ກະເດິກລະ ໃຫ້ເຮົາໄປສົ່ງໄດ້ບໍ່?
ນໍ້າ: ກະໄດ້ ຊັ້ນນະ
ຕົ້ນ: ແຕ່ກັບນຳກັນຫຼາຍຄົນ ດຽວເຮົາໄປສົ່ງໂຕເປັນຄົນສຸດທ້າຍເນາະ
ນໍ້າ: ໂອເຄ ບໍ່ມີປັນຫາ
ຫຼັງຈາກສົ່ງໝູ່ໝົດທຸກຄົນແລ້ວ ກໍ່ຍັງເຫຼືອແຕ່ຕົ້ນກັບນໍ້າພຽງສອງຄົນຢູ່ໃນລົດ ຜ່ານມາຕົ້ນບໍ່ເຄີຍໄປສົ່ງນໍ້າຈັກເທື່ອ ເພາະ
ປົກກະຕິນໍ້າຈະມີຄົນມາຮັບຫຼືບໍ່ກະຂັບລົດມາເອງ ດັ່ງນັ້ນນໍ້າຈຶ່ງເປັນຄົນບອກທາງໃຫ້ຕົ້ນຕະຫຼອດ ພໍຂີ່ລົດມາຮອດທາງແຍກ ນໍ້າຊີ້
ໄປຫາລົດຄັນໜຶ່ງທີຫງາຍທ້ອງຢູ່ຂ້າງທາງແລະເວົ້າວ່າ
ນໍ້າ: ຢູ່ຫັ້ນເດລົດເຮົານະ ມື້ວານນີ້ເຮົາຂັບລົດປີ້ນ ເບິ່ງແມະຍັງບໍ່ມີໃຜມາສົນໃຈຊໍ້າ
ຕົ້ນ:ຍັງໄຄ ທີ່ໂຕບໍ່ເປັນຫຍັງ. ຕົ້ນກ່າວດ້ວຍຄວາມແປກໃຈ
ນໍ້າ: ອືມ.....ດຽວຈອດໃຫ້ເຮົາລົງຢູ່ນີ້ແຫຼະ ທາງທາງໜ້າມັນບໍ່ຄ່ອຍດີປານໃດ
ຕົ້ນ: ກະໄດ້
ຕົ້ນຈອດລົດຢູ່ຂ້າງທາງໃຫ້ນໍ້າລົງ ແລ້ວນໍ້າກໍ່ຄ່ອຍໆຍ່າງຫາຍໄປກັບຄວາມມືດ,ຕົ້ນກຳລັງຈະລ້ຽວລົດກັບ ເລີຍຄິດຂື້ນໄດວ່າລືມຖາມ
ເບີໂທຂອງນໍ້າ ເພື່ອຈະໄດ້ໂທຖາມວ່າກັບຮອດບ້ານແລ້ວຫຼືຍັງ ແຕ່ຕົນຂັບລົດນຳໄປກໍ່ບໍ່ເຫັນນໍ້າເລີຍ ແລະກໍ່ບໍ່ເຫັນວ່າແຖວນັ້ນມີບ້ານ
ເຮືອນຄົນຢູ່ເລີຍ ຫຼັງຈານັ້ນຕົ້ນກໍ່ຂັບລົດກັບທາງເກົ່າ ພໍຜ່ານລົດຂອງນໍ້າທີ່ຫງາຍທ້ອງຢູ່ຂ້າງທາງ ຕົ້ນໄດ້ຈອດລົດແລະກະລົງໄປເບິ່ງໃກ້ໆ
ຈຶ່ງໄດ້ຮູ້ວ່ານໍ້າໄດ້ກາຍເປັນສົບທີ່ຄາຢູ່ໃນລົດນັ້ນເອງ