ຕໍ່ບັນຫານີ້ທ່ານຄິດວ່າ:ຈະເຮັດແນວໃດ?
ສ້າງເມື່ອ ກ.ພ.. 12, 2010 15 ຄົນໂຫວດ,
14 ຄຳເຫັນ,
ອ່ານ 364 ເທື່ອ
ໃນກາລະຄັ້ງໜິ່ງ ລະຫ່ວາງປີ 2006-2007 ເປັນເວລາ 2ປີທີ່ຄົບກັນແລະໄດ້ສັນຍາວ່າ: ຈະຮັກກັນຈະຮັກກັນຕະຫຼອດໄປ, ຢູມາວັນໜຶ່ງເຂົາຄົນນັ້ນໄດ້ລົງໄປຢູ່ ສະຫວັນນະເຂດ ປະມານ 4ເດືອນ, ກັບມາເຂົາບອກວ່າ: ຄອບຄົວຂອງເຂົາໃຫ້ແຕ່ງງານກັບຜູ້ຊາຍທີ່ມາແຕ່ຕ່າງປະເທດ ຜູ້ຍິງຄົນນັ້ນໄດ້ບອກວ່າ: ໃຫ້ພາເຂົາໜີໄປ, ມາຄິດຕຶກຕ້ອງແລ້ວກໍ່ຕັດສິນໃຈໃຫ້ເຂົາໄປກັບຜູ້ຊາຍຄົນນັ້ນ ທັງໆທີ່ຕົນເອງຕ້ອງເຈັບປວດ, ເຂົາເວົ້າທັງນ້ຳຕາ: ຫຼັງຈາກໄປແລ້ວ 5 ປີຈະກັບມາຫາ ໃຫ້ລໍຖ້ານະ ວັນທີ 10/05/2007 ໄປສົ່ງຄົນຮັກຂອງເຮົາ ແລະ ຄູ່ໝັ້ນຂອງເຂົາຂື້ນເຄື່ອງທີ່ສະໜາມບີນວັດໄຕ.
...ຮັກເຂົາ ແຕ່ບໍ່ເຫັນແກ່ຕົວ..ຍອມ ເພື່ອຄວາມສຸກຂອງເຂົາ.. 3 ເດືອນຕໍ່ມາ ລົມໂທລະສັບ, ກໍ່ບອກວ່າ: ສະບາຍດີ ແລະມີຄວາມສຸກ ແລ້ວບໍ່ໃຫ້ໂທມາອີກ ແລະ ໃຫ້ຮັກຄອບຄົວຫຼາຍໆຂ້ອຍກໍ່ມີຄວາມສຸກແລ້ວ. ແຕ່ລາວກັບບໍ່ເຂົ້າໃຈ ລາວວ່າ ເຮົາມີຄົນອື່ນ ແລ້ວບໍ່ມີລາວອີກແລ້ວ, ຂ້ອຍຕ້ອງການໃຫ້ລາວລຶມຄວາມສຳພັນທີ່ມີ ແລະ ເພື່ອຄວາມສຸກຂອງລາວຂ້ອຍຈິ່ງບອກວ່າ: ມີຄົນອື່ນແລ້ວເໝືອນກັບເຈົ້າ. ຈາກນັ້ນມາກໍ່ບໍ່ຕິດຕໍ່ກັນເລີຍ ແຕ່ຄວາມຄິດຍັງມີເຂົາຢູ່. .. ອ້າຍ, ນ້ອງ ແລະ ເພື່ອນພັນລາວຈະເຮັດແນວໃດຖ້າເປັນຕົວຂອງທ່ານ ?.. |