ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ມິ.ຖ.. 21, 2009 | ມີ 23 ຄຳເຫັນ ແລະ 0 trackback(s)

 ເລື້ອງທີ່ຈະໃດ້ເລົ່າໃຫ້ອ້າຍນ້ອງຟັງຕໍ່ໄປນີ້ແມ່ນປະສົບການພົບຈິງທີ່ຂ້າພະເຈົ້າໃດ້ພົບມາຂໍໃຫ້ທຸກຄົນໃຊ້ວິຈາລະຍານໃນການອ່ານ...
ໃນຕອນຄ່ຳວັນຫນື່ງຢູ່ທີ່ເຮືອນຂອງຫມູ່,ຂ້າພະເຈົ້າໃດ້ໄປຫລິ້ນແລະຄ້າງຄືນຕາມປົກກະຕິແລະເນື່ອງຈາກອາກາດທີ່ຮ້ອນອົບເອົ້າຫລາຍຂ້າພະເຈົ້າຈິ່ງໃດ້ເປີດປ່ອງອ້ຽມທີ່ຢູ່ຊື່ກັບຫົວໄວ້ໃຫ້ລົມລ່ວງເຂົ້າມາແລະມັນກໍ່ເກີດເລື້ອງຈົນໃດ້.ຕອນເດີກຝົນພັດຕົກແລະມົນກໍ່ຝາເຂົ້າມາບ່ອນດັ່ງນັ້ນຂ້າພະເຈົ້າຈິ່ງເອື້ອມມືໄປເພື່ອປິດປ່ອງອ້ຽມ,ພໍດີຕອນທີ່ເອື້ອມມືໄປນັ້ນຂ້າພະເຈົ້າກໍ່ເຫັນວ່າມີໃຜບໍ່ຮູ້ຢືນຢູ່ຂ້າງຕຽງຄ້າຍໆກັບວ່າຢືນເບີ່ງພວກຂ້າພະເຈົ້ານອນ,ຕອນນັ້ນເອງຮ່າງກາຍຂອງຂ້າພະເຈົ້າມັນທັງສັ່ນ,ຂົນແຂນລຸກໄປຫມົດແລະຍັງດີທີ່ຍັງມີສະຕິຂ້າພະເຈົ້າຈິ່ງທຳທ່າຄືກັບວ່າຕົນເອງນອນຄ່ວງ( ຢ້ານຜີມັນຮູ້ວ່າເຫັນມັນດ໋ຽວມັນສິບີບຄໍເອົາ ) ແລະກໍ່ທຳຕາຍິບໆເພື່ອເບີ່ງມັນວ່າມັນສິເຮັດຫຍັງແຕ່ຍ້ອນມັນຢືນໄກ້ຂ້າພະເຈົ້າຈິ່ງບໍ່ສາມາດແນມເບີ່ງຫນ້າມັນໃດ້ແລະບຸດຫນື່ງມັນກໍ່ຍ່າງລົງໄປປາຍຕຽງ ( ທີ່ຈິງແລ້ວມັນລອຍໄປບໍ່ໃດ້ຍ່າງ ) ແລະມັນກໍ່ຫາຍໄປກັບຄວາມມືດເສີຍໆ....ຄາວຫນື່ງຂ້າພະເຈົ້າກໍ່ປຸກຫມູ່ທີ່ນອນທາງຂ້າງແລະມັນກໍ່ບອກຂ້າພະເຈົ້າວ່າ : ເສີຍໆໄວ້ຄືກູນີ້ , ເຫັນຄືກັນ.......ຕື່ນເຊົ້າມາກໍ່ໃດ້ນຳເລື້ອງນີ້ໄປບອກໃຫ້ພໍ່ຮູ້ແລະເພີ່ນກໍ່ໃດ້ເລົ່າວ່າເຂດເຮືອນນີ້ເປັນປ່າຊ້າຝັງທະຫານຝຣັ່ງເກົ່າແລະຕອນທີ່ຍ້າຍເຂົ້າມາຢູ່ໄຫມ່ໆນັ້ນກໍ່ບໍ່ທັນໃດ້ລ້າງປ່າຊ້ານີ້ເທື່ອ,ສິ່ງທີ່ຂ້າພະເຈົ້າເຫັນອາດເປັນວິນຍານເລ່ລ້ອນກໍ່ເປັນໃດ້ຫລືບາງເທື່ອກະຕາລາຍໄປເອງ, ຈົບ.........

Delicious Digg Fark Twitter
ຄຳເຫັນ (23)