
ຂຽນເມື່ອ: ກ.ພ.. 17, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ບາງຄົນເຄີຍໃຫ້ນິຍາມຄວາມວ່າ: ຄວາມຮັກຄືຄວາມທຸກ ແຕ່ສຳລັບຂ້າພະເຈົ້າແລ້ວຄວາມຮັກຄືຄວາມສຸກ ເພາະເວລາເຮົາຮັກໃຜເຮົາຈະມີຄວາມສຸກ ຄວາມສຸກກໍ່ຄື ໄດ້ຮັກຄອບຄົວພໍ່ແມ່ ອ້າຍເອື້ອຍນ້ອງ ເພືອນມິດຫມູ່ສະຫາຍ ຜູ້ຄົນທີ່ຢູ່ອ້ອມຂ້າງ
ທ່ານຮູ້ບໍ່ວ່າ ຄຳວາ: " LOVE" ທີ່ຈິງມັນມາຈາກໃສ ສຳລັບຂ້າພະເຈົ້າແລ້ວ " LOVE" ມາຈາກ ຄຳ 4 ຄຳລວມເຂົ້າກັນ ຄື: L, O, V, & E
L = "Lake" ທະເລສາບແຫ່ງນ້ຳຕາ
O= "Ocean" ມະຫາສະຫມຸດແຫ່ງຄວາມເສົ້າ
V= "Valley" ຫຸບເຂົາແຫ່ງຄວາມໂສກ
E= "Earth" ໂລກແຫ່ງຄວາມຍາດແຍ່ງ
ທຸກສິ່ງທຸກຢ່າງເມື່ອຮວມເຂົ້າກັນຈະກາຍເປັນຄຳໆດຽວ " LOVE" ທີ່ມີຄວາມຫມາຍເລິກເຊິ່ງຍາກເກີນບັນລະຍາຍໄດ້
ຖ້າເພື່ອນໆມີຄວາມຄິດເຫັນດີໆ ກະລຸນາຂຽນລົງໄດ້
(ຂໍອະໄພຖ້າຂ້າພະເຈົ້າເຂົ້າໃຈຜິດ)
ຂໍຂອບໃຈ