
ຂຽນເມື່ອ: ກ.ພ.. 17, 2011
| ມີ
8 ຄຳເຫັນ
ແລະ
0 trackback(s)
ຖ້າເວົ້າເຖິງຊີວິດຂອງຄົນເຮົາແລ້ວມັນເປັນສິ່ງທີ່ບໍ່ແນ່ນອນມີຂຶ້ນມີລົງປ່ຽນແປງຢູ່ຕະຫລອດມີການດິ້ນລົນເພື່ອຄວາມຢູ່ຫລອດເພື່ອປາກເພື່ອທ້ອງ
ຊີວິດຄົນເຮົາມັນບໍ່ເທົ່າທຽມກັນ ບາງຄົນກໍ່ລວຍພຽບພ້ອມທຸກຢ່າງ ແຕ່ກົງກັນຂ້າມບາງຄົນກໍ່ທຸກແສນທຸກຕ້ອງລິ້ນລົນດ້ວຍສອງຂາສອງແຂນເພື່ອຄວາມຢູ່ລອດ
ທຸກຢ່າງຟ້າລິຂິດຫລືບໍ່ກໍ່ບໍ່ຮູ້ ຫລືເປັນຍ້ອນເວນກຳໃນຊາດປາງກ່ອນ ຫລືບຸນກຸສົນຊ່ວຍຊຸກຍູ້ ເຖິງຄົນເຮົາຈະເລືອກເກີດບໍ່ໄດ້ແຕ່ເຮົາກໍ່ສາມາດເລືອກທາງເດີນໄດ້ດັ່ງຄຳສຸພາສິດທີ່ວ່າ " you can not choose where to be born, but you can choose your way!" ເຖິງຄົນໃນສັງຄົມຈະບໍ່ເທົ່າທຽມກັນ ແຕ່ກໍ່ບໍ່ຄວນຈະຄິດນ້ອຍໃຈເພາະມີສິ່ງຫນຶ່ງທີີ່ເທົ່າທຽມກັນໄດ້ນັ້ນກໍ່ຄື: "ຄ່າຂອງຄວາມເປັນຄົນ" ດັ່ງຄຳເວົ້າທີ່ວ່າ: "ຄົນເຮົາຈະຮັ່ງມີຫລືທຸກຈົນ ກໍ່ມີເວລາ 24 ຊົ່ວໂມງຕໍ່ມື້ຄືກັນ"
ຊີວິດຄົນເຮົາກໍ່ຄືກັບການກິນອ້ອຍ ມີທັງຫວານແລະອຸປະສັກ
ເວລາເຮົາກິນອ້ອຍເຮົາຈະຮູ້ສິກຫວານ ແຕ່ເວລາພົບຂໍ້ອ້ອຍນັ້ກໍ່ຄືອຸປະສັກ
ເມື່ອເວລາຜ່ານຂໍ້ໄປໄດ້ ມັນກໍ່ຈະກັບມາຫວານອີກເທື່ອຫນຶ່ງ
ສະນັ້ນຊີວິດຂອງຄົນເຮົາຈິ່ງມີທັງຫວາານແລະຂົມຂື່ນ
ມີທັງລາບລື້ນ ແລະອຸປະສັກ
ເມີ່ອໃດກໍ່ຕາມທີ່ເຮົາບໍ່ຍອມທໍ້ ນັ້ນກໍ່ສະແດງວ່າເຮົາຍັງບໍ່ແພ້
(ຂໍອະໄພທີ່ເວັ້າມົ້ວ)