ເວລາຈະເປັນເຄື່ອງພິສູດເອງວ່າ
ຄົນສອງຄົນຈະເປັນຮັກແທ້ທີ່ລໍຖ້າມາດົນນານຫຼືເປັນພຽງແຄ່ທາງຜ່ານມາໃນຊີວິດເທົ່ານັ້ນ!
ເມື່ອຄົນເຮົາໝົດຮັກຕໍ່ກັນແລ້ວ
ບໍ່ຈຳເປັນວ່າຜູ້ໃດຈະເປັນຄົນຜິດຫຼືຄົນຖືກ
ເຮົາຕ້ອງຍ້ອມຮັບຄວາມເປັນຈິ່ງກັບສິ່ງທີ່ຈະເກີດຂື້ນ
ແລະຍ້ອນຄືນມາເບິ່ງທີ່ອາດີດທີ່ໄດ້ເຮັດຫຼາຍສິ່ງຫຼາຍຢ່າງຮ່ວມກັນ
ຄົນເຮົາຈະຢູ່ນຳກັນໄປເພື່ອຫຍັງຖ້າບໍ່ມີຄວາມສຸກ!
ເມື່ອຕ່າງຝ່າຍຕ່າງກໍ່ຮູ້ດີຢູ່ແລ້ວວ່າຕົວເອງຕ້ອງການຫຍັງ
ຝືນກັນໄປກໍ່ມີແຕ່ຈະທໍ່ລະມານຕົວເອງ ແລະຄົນທີ່ເຮົາຮັກລ້າໆ
ສູ້ໃຫ້ຕ່າງຝ່າຍໄດ້ໄປຕາມທາງທີ່ຫົວໃຈຮຽກຮ້ອງ
ເມື່ອທຸກຄົນເຮັດດີທີ່ສຸດແລ້ວທາງມັນຕັນ!
ກໍ່ບໍ່ຕ້ອງໜ່ຽວລັ່ງກັນ ປ່ອຍໃຫ້ຕ່າງຄົນຕ່າງກໍ່ໄປຕາມທາງຂອງໃຜມັນ
ແລ້ວເຫຼືອໄວ້ພຽງຄວາມຊົງຈຳທີ່ສວຍງາມ
ວ່າຄັ້ງໜຶ່ງເຮົາໄດ້ມີຊ່ວງເວລາທີ່ມີຄວາມສຸກ, ຄວາມຮັກ ແລະຄວາມເອົາໃຈໃສ່ກັບຄົນໆ ໜຶ່ງ
ໃຫ້ດີທີ່ສຸດແລ້ວເຊິ່ງຄົນຜູ້ໜຶ່ງຈະສາມາດເຮັດໃຫ້ຄົນໆ ໜຶ່ງໄດ້ດ້ວຍຄວາມຮັກ
ບໍ່ຕ້ອງໂທດວ່າໃຜເປັນຝ່າຍຜິດຫຼືຖືກ
ເມື່ອທັງສອງຄົນໃຜກໍ່ບໍ່ໜັກແໜ້ນຕໍ່ຄວາມຮັກຂອງຕົວເອງ
ຕ່າງຄົນກໍ່ລ້ວນແລ້ວແຕ່ສະແຫ່ວງຫາສິ່ງໃໝ່ໆ ໃສ່ຕົວເອງ
ເມື່ອຕ່າງຄົນມີວິໄສທັດ, ທັດສະນະຄະຕິທີ່ຕ່າງກັນ ແລະບໍ່ມີຄວາມອົດທົນໃຫ້ກັນ (ຄົບກັນດົນຈິ່ງຮູ້)
ສູ້ຈາກກັນໄປດ້ວຍຄວາມເຂ້າໃຈ ແລະຄວາມຮັກທີ່ມີຕໍ່ກັນ
ໃຫ້ເຂ້າໄປພົບກັບຄົນທີ່ດີກ່ວາ ຫຼືຄົນທີ່ມີອຸດົມການຄ້າຍຄືກັນ (ເຮົາກະດີຄືກັນແຕ່ອຸດົມການອາດຈະບໍ່ຕົງກັບເຂົາ)
ດີກ່ວາຊິມາໜ່ຽວລັ່ງກັນໄວ້ແລ້ວມີແຕ່ຄວາມທຸກ, ຄວາມກຽດຊັ່ງໃກ້ແກ່ກັນ
ການທີ່ເຮັດໃຫ້ຄົນທີ່ເຮົາຮັກມີຄວາມສຸກ
ເຖິງແມ່ນວ່າເຮົາຈະທຸກມັນກໍ່ແມ່ນຄວາມຖຶກຕ້ອງບໍ່ແມ່ນຫວາ!
ຂ້ອຍເຊື້ອວ່າຖ້າຫາກເຮົາເປັນຄົນດີ
ຈັກມື້ໜື່ງສິ່ງທີ່ດີໆ ກໍ່ຈະກັບມາຫາເຮົາ ແລະເຮົາຈະຮູ້ວ່າຄົນທີ່ມີອຸດົມການ
ຄ້າຍຄືກັບເຮົາກໍ່ຍັງມີຢູ່ໃນໂລກນີ້ເຊິ່ງບໍ່ແມ່ນຄວາມຝັນ
(ຂໍໃຫ້ຄົນອ່ານຈົ່ງສົມຫວັງໃນຄວາມຮັກ)