ອັລບັ້ມພາບຂອງSaengtong ພິມມະສອນ » ແມ່ຄືຄວາມຮັກອັນແນ່ນອນ
ຫຼາຍຄົນອາດຈະຖາມວ່າຄວາມຮັກແມ່ນຫຍັງ? ບັນຫານີ້ຊຶ່ງອາດຈະເຮັດໃຫ້ທຸກໆຄົນອຶດອັດໃຈຫຼາຍໂດຍສະເພາະແມ່ນໄວໜຸ່ມທີ່ມີຄວາມຄິດສົງໃສກຽ່ວກັບບັນຫານີ້. ເພາະວ່າການທີ່ນອນຢູ່ໃນໄວນີ້ມັກຈະມີຄວາມຮັກແບບຊູ້ແບບແຟນກັນເປັນສ່ວນຫຼາຍການຮັກກັນແບບນີ້ເອີ້ນວ່າຄວາມຮັກພຽງພອ່ນຄາຍຄວາມຄຽດເທົ່ານັ້ນ ໂດຍບໍ່ໄດ້ໃສ່ໃຈໃນເລື່ອງຄວາມຮັກທີ່ຢັ້ງຢືນແທ້ຈິງເລີຍ.
ນັກຮຽນນັກສຶກສາທີ່ກຳລັງຕົກເປັນເຫຍື່ອຂອງຄວາມຮັກທຸກມື້ນີ້ມີຢ່າງມາກມາຍກ່າຍກອງ ໂດຍບໍ່ໄດ້ຄຳນຶງເຖິງຜົນທີ່ຈະຕາມມາຂອງຄວາມຮັກທີ່ບໍ່ຖືກຕ້ອງເລີຍ. ສະນັ້ນຂ້າພະເຈົ້າຈຶ່ງຂໍກ່າວຄຳສຸພາສິດບົດນີ້ໄວ້ເປັນຄະຕິເຕືອນໃຈວ່າ “ມີຮັກໃນໄວຮຽນ ປຽບຈູດທຽນກາງສາຍຝົນ” ການສຶກສາຮ່ຳຮຽນເປັນກ້ອນເງິນກ້ອນຄຳອັນມະຫາສານຂອງຄຸນຄ່າຊີວິດ. ເຮົາເປັນນັກຮຽນນັກສຶກສາຢູ່ກໍດີ ເຮົາຕ້ອງຖາມຕົວເອງສະເໝີວ່າເຮົາມາສຶກສາຮ່ຳຮຽນ ຫຼື ມາເພື່ອຫຍັງ? ສ່ວນຫວງຫຼາຍແລ້ວມາເພື່ອຮັກຫຼາຍກວ່າມາຮຽນຕາມຂ້າພະເຈົ້າສັງເກດເບິ່ງ ບັນຫານີ້ແຫຼະທີ່ໝາຍຄວາມວ່າຈູດທຽນກາງສາຍຝົນເພາະວ່າການຈູດທຽນກາງສາຍຝົນນີ້ໄຟມັນບໍ່ມີທາງທີ່ຈະລຸກໄດ້ ກໍ່ປຽບດັ່ງເວລາທີ່ເຮົາມີຮັກໃນໄວຮຽນນີ້ແຫຼະ ເມື່ອຈິດໃຈສຸມໃສ່ແຕ່ໃນຄວາມຮັກແລ້ວກໍ່ປ່ອຍປະລະເລີຍຕໍ່ບົດຮຽນ ເຮັດໃຫ້ການຮຽນອ່ອນ, ຜົນຄະແນນອອກມາກໍ່ຕ່ຳ ແລະບາງຄົນຈົນອອກຮອດໂຮງຮຽນກໍ່ມີ. ຜູ້ບາງຄົນເມື່ອໄປຮອດໂຮງຮຽນແລ້ວກໍ່ບໍ່ຕັ້ງໃຈຮ່ຳຮຽນ, ເອົາເວລາຂອງການຮຽນນັ້ນໄປສຸມໃສ່ແຕ່ໃນຄວາມຮັກ, ຄວາມຜູກພັນກັນໄປໃນທາງລົບ, ເວລາຄູອາຈານອະທິບາຍບົດຮຽນກໍ່ບໍ່ຕັ້ງໃຈຟັງ ມີແຕ່ສົງຂໍ້ຄວາມ ຫຼືຂຽນຄຳເວົ້າອັນໄຮ້ປະໂຫຍດໃສ່ເຈ້ຍນ້ອຍແລ້ວຖິ້ມໃຫ້ກັນ ອັນເປັນຜົນໃຫ້ແກ່ເພື່ອນທີ່ຮ່ວມຫ້ອງດຽວກັນຂາດສະມາທິ, ໃນການຕັ້ງໃຈຮ່ຳຮຽນ, ມີຄວາມງຸດງິດເສຍຄວາມຕັ້ງໃຈ ຄູອາຈານກໍ່ໝົດກຳລັງໃຈໃນການສິດສອນ ເພາະນັກຮຽນບໍ່ຟັງຄວາມນັ້ນເອງ.
ຕໍ່ກັບບັນຫາຄວາມຮັກດັ່ງກ່າວນີ້ ອາດເຮັດໃຫ້ເຮົາຕາບອດກະເປັນໄປໄດ້ ແລະກໍ່ເປັນພຽງຄວາມ ຮັກຊົ່ວຄັ້ງຊົ່ວຄາວເທົ່ານັ້ນ ບາດເກີດມີການພັດພາກຈາກກັນພັດເສຍອົກເສຍໃຈ, ບາງຄົນກາຍເປັນ ບ້າກໍ່ມີ, ບາງຄົນກໍ່ຂາດໂຮງຮຽນອີກ ທັ້ງທີ່ເວລາໄປໂຮງຮຽນນັ້ນກໍ່ບໍ່ຕັ້ງໃຈຮຽນແລ້ວ. ສະນັ້ນແລ້ວ ເມື່ອ ເຮົາເປັນນັກຮຽນຢູ່ຈົ່ງຕັ້ງໃຈຮ່ຳຮຽນ ໃຫ້ນຶກຢູ່ສະເໝີວ່າຮັກແທ້ຂອງເຮົາຄືພໍ່ແມ່ເທັ່ານັ້ນ ສ່ວນຄວາມ ຮັກອັນນັ້ນໃຫ້ປະໄວ້ກ່ອນ ເພິ່ນຍັງເວົ໊າວ່າ ໄປຮຽນຢ່າວຽນຫາຊູ້ ໃຫ້ນຶກຮູ້ວ່າເຮົາເປັນນັກຮຽນ ຖ້າເຮົາໄປວົນວຽນຢູ່ກັບກາມມະຄຸນທັງຫຼາຍແລ້ວອານາຄົດເຮົາກໍ່ຢາກທີ່ຈະມີຢູ່ມີກິນໄດ້.
ສະນັ້ນແລ້ວ ເຮັດຈັ່ງໃດອານາຄົດເຮົາຈະສົດໃສ, ມີວຽກເຮັດງານທຳທີດີໆ ແລະມີຢູ່ມີກິນຄືບ້ານ ຄືເມືອງເພິ່ນ ເຮົາກໍ່ຕ້ອງເອົາໃຈໃສ່ຮ່ຳຮຽນໃຫ້ເຖິງທີ່ສຸດ ຕາມຄວາມສາມາດຂອງເຮົາ ເພື່ອຄວາມຫວັງດີ ຂອງຜູ້ທີ່ຮັກເຮົາ, ຜູ້ຄອຍສະໜັບສະໜູນເຮົາ, ຄອຍໃຫ້ກຳລັງໃຈເຮົາຕະຫຼອດມາ ແລະ ເພື່ອອານາຄົດ ຂອງເຮົາເອງ.ເຖິງວ່າເຮົາຈະຮັກໃຜຄົນໃດກໍ່ແລ້ວແຕ່ ເຮົາຈົ່ງສົມທຽບຄວາມຮັກລະຫວ່າງແມ່ຂອງເຮົາ ກັບຄົນທີ່ເຮົາຮັກໂດຍບັງເອີນນັ້ນວ່າໃຜຈະຈິ່ງໃຈຕໍ່ເຮົາຕະຫຼອດໄປ. ແຕ່ທີ່ແນ່ນອນແລ້ວ ແມ່ເປັນ ຮັກແທ້ຂອງເຮົາ ກໍ່ເພາະວ່າແມ່ເປັນຜູ້ໃຫ້ທຸກຢ່າງແກ່ລູກ, ເປັນໝາກຫົວໃຈຂອງລູກ ແມ່ເປັນທຸກໆສິ່ງຂອງລູກ. ກ່ອນທີ່ເຮົາຈະມີລົມຫາຍໃຈຢູ່ທຸກມື້ນີ້ ເຮົາຄວນຫວນຄືນຫຼັງເບິ່ງວ່າເຮົາເປັນໃຜມາຈາກໃສ,ກອ່ນຈະໃຫຍ່ມານີ້ຍ້ອນໃຜ? ນີ້ແຫຼະເປັນຄຳຖາມທີ່ທຸກຄົນທີ່ເປັນລູກຄວນຄິດ ແລະຄວນຖາມຕົວເຮົາເອງຢູ່ສະເໝີ. ບໍ່ວ່າຈະຄິດ, ຈະເວົ້າ, ຈະເຮັດຈະທຳອັນໃດຢູ່ກໍ່ແລ້ວແຕ່ກໍ່ໃຫ້ຮູ້ວ່າແມ່ຍັງຢູ່ຄຽງຂ້າງຕົວເຮົາໄປຕະຫຼອດ, ແມ່ຍັງສາຖິດຢູ່ໃນຈິດໃຈຂອງເຮົາ ແລະໃຫ້ເຮົາຮູ້ວ່າ ກ່ອນທີ່ເຮົາຈະມີລົມຫາຍໃຈທີ່ສູບເອົາອາກາດໃຫ້ມີລົມຫາຍໃຈຢູ່ທຸກມື້ນີ້ກໍ່ເພາະມີແມ່ເປັນຜູ້ໃຫ້ກຳເນີດ. ແມ່ເພິ່ນເປັນທຸກເພາະເຮົາຫຼາຍທີ່ສຸດ ນັບຕັ້ງແຕ່ແມ່ເລີ່ມມີຄັນທຳອິດແມ່ກໍ່ເລີ່ມລະມັດລະວັງໃນການກິນອາຫານ ເຖິງວ່າອາຫານຈະແຊບປານໃດກໍ່ຕາມ ເຖິງແມ່ຢາກສຸດທີ່ຈະອົດຈະທົນບໍ່ໄດ້ແຕ່ແມ່ກໍ່ອົດກິນຈົນໄດ້ ແລະ ແມ່ນີ້ເພິ່ນອົດເພື່ອຫຍັງທັ້ງໆອານຫານທີ່ມີກິ່ນຫອມລົດຊາດແຊບໆໃກ້ຈະເຂົ້າປາກແລ້ວ ແມ່ຈິ່ງອົດກິນເພາະຍ້ານຈະເປັນອັນຕະລາຍລູກໃນທ້ອງຂອງເພິ່ນ ເພິ່ນຈຶ່ງເລືອກກິນແຕ່ອາຫານທີ່ມີປະໂຫຍດຕໍ່ລູກ ແລະ ແມ່ຍັງຕ້ອງໄດ້ດີ້ນຮົນຊອກຫາ ຢາມາກິນ ເພື່ອໃຫ້ລູກໃນທ້ອງໄດຮັບຄວາມປອດໄພ. ບໍ່ພຽງແຕ່ເທົ່ານັ້ນ ແມ່ຕ້ອງລະມັດລະວັງທຸກຢ່າງທີ່ຈະກະທົບກະເທືອນຕໍ່ລູກໃນຄັນ ແມ່ທົນທຸກທໍລະມານທີ່ອູ້ມທ້ອງລູກໃນຄັນຕັ້ງ 9 ເດືອນ ຈຶ່ງຄອດອອກມາ ໃນເວລາທີ່ຄອດນັ້ນແມ່ນີ້ເປັນທຸກໜັກຢ່າງມະຫາສານ,ແມ່ເຈັບປວດລວດລ້າວກາຍແສນສາຫັດທີ່ສຸດ ວັນທີ່ເຮົາເກີດນັ້ນແມ່ຕ້ອງສຽງຊີວິດສຽ່ງຄວາມຕາຍເພື່ອເຮົາ.
ພໍເກີດເຮົາມາແລ້ວ ແມ່ຍັງສູ້ຊົນທໍລະມານຍອມລຳບາກທຸກຢ່າງ ເພື່ອລຽ້ງເຮົາໃຫ້ຈະເລີນເຕີບໂຕຂື້ນມາຢ່າງມີຄວາມສຸກ ແມ່ຄອຍປ້ອນເຂົ້າປ້ອນນ້ຳ,ຄອຍລ້າງເຊັດສິ່ງປະຕິກູນທັງຫຼາຍ, ເວລາເຮົາຢ້ານກວາ ແລະ ຮ້ອງໄຫ້ແມ່ກໍ່ປອບໃຈໃຫ້ກຳລັງໃຈເຮົາສະເໝີ ເມື່ອເຮົາເຈັບໄຂ້ໄດ້ປ່ວຍແມ່ກໍ່ຄອຍເປັນພະຍາບານຄຽງຂ້າງສະເໝີ. ເມື່ອເຖິງໄວຮຽນແມ່ກໍ່ສົ່ງໄປຮ່ຳໄປຮຽນເຖິງແມ່ຈະບໍ່ມີເງິນທອງແມ່ກໍ່ ແມ່ກໍ່ຊອກຫາມາໃຫ້ເຮົາໄດ້ຮ່ຳໄດ້ຮຽນຄືກັບລູກຄົນອື່ນໆ ຈົນຮຽນຈົບໄດ້ຮັບຊັ້ນປະລິນຍາຕີ ປະລິນຍາໂທ ເປັນຮອດ ດ.ຣ ກໍ່ມີ.ບາງຄັ້ງບາງຄາວເຮົາໄດກໍ່ທສິ່ງຜິດພາດໄປທີ່ເປັນຜົນເສຍຫາຍໃຫ້ແກ່ແມ່ ແມ່ກໍ່ຍັງອະໄພໃຫ້ ແລະ ຕັກເຕືອນບອກສອນຄວາມດີໃຫ້. ລອງຄິດເບິ່ງວ່າ ບາງຄົນໜີຈາກບ້ານຈາກເຮືອນຈາກແມ່ໄປສຶກສາຮ່ຳຮຽນຢູ່ຕ່າງປະເທດຕັ້ງເກົ້າສິບປີແຕ່ກໍ່ຍັງຄິດຮອດພໍ່ແມ່ຜູ້ຢູ່ບ້ານຢູ່ເຮືອນ, ບາງຄົນກໍ່ໄປໄດ້ ດີມີເງິນໃຊ້ກໍ່ເລີຍລືມແມ່ໄປກໍ່ມີ ຮັກຄົນອື່ນຫຼາຍກວ່າແມ່ຈົນຕັດຂາດຄວາມເປັນແມ່ເປັນລູກກັນກໍ່ມີ ແຕ່ພໍຜິດຫວັງກັບມາຫາແມ່ເພິ່ນກໍ່ຍັງຖືວ່າເຮົາເປັນລູກຂອງເພິ່ນຢູ່ ເຖິງລູກຈະເຮັດສິ່ງໃດມາກໍ່ຕາມແມ່ຮັບໄດ້ທຸກຢ່າງ ບໍ່ວ່າຈະເປັນເລື່ອງຮ້າຍເລື່ອງດີ. ແມ່ຮັກລູກຍິ່ງໜັກໜາປຽບດັ່ງໜ່ວຍຕາທັງສອງເບື້ອງ ຂອງແມ່ ໃນໂລກນີ້ແມ່ບໍ່ເຄີຍຮັກໃຜເທົ່າລູກຂອງຕົນເລີຍ ເວລາລູກອອກຈາກບ້ານຈາກເຮືອນແມ່ຍິ່ງເປັນຫ່ວງໆຢ້ານລູກໄປຕິດໝູ່ທີ່ບໍ່ດີ,ຍ້ານລູກຜິດບ້ານຜິດເມືອງເພິ່ນ.ແມ່ຈຶ່ງຄອຍຕັກເຕືອນບອກສອນສະເໝີ,ແມ່ປາຖະນາຢູ່ທຸກເວລາທີ່ຢາກໃຫ້ລູກຕົນເປັນຄົນດີມີສິນທຳ, ມີການສຶກສາ, ມີວຽກເຮັດງານທຳທີ່ດີເປັນຄົນຮຽບຮ້ອຍ ທຸກຢ່າງ. ເມື່ອຮູ້ເຊັ່ນນີ້ແລ້ວເຮົາກໍ່ຕ້ອງສຳນຶກວ່າ ທີ່ຜ່ານມາເຮົາເຄີຍທຳຫຍັງທີ່ເຮັດໃຫ້ແມ່ເສຍໃຈ, ເຮັດໃຫ້ແມ່ຕ້ອງຜິດຫວັງເພາະລູກຍິງ-ຊາຍຫົວແກ້ວຫົວແຫວນນີ້ຈັກເທື່ອ ທັ້ງໆທີ່ແມ່ໃຫ້ຄວາມຮັກອັນແສນນຸ່ມນວນອ່ອນຫວານຫວານຊາບຊື້ງແກ່ເຮົາມາຕະຫອດ. ຂໍໃຫ້ເຮົາຮູ້ໄວ້ສະເໝີວ່າແມ່ເປັນຮັກແທ້ຂອງລູກທີ່ຍິ່ງໃຫຍ່ມະຫາສານທີ່ສຸດໃນໂລກເຊິ່ງບໍ່ມີສິ່ງໃດຈະເທົ່າກັບຮັກຂອງແມ່ໄດ້.
ໃນຖານະທີ່ເຮົາເປັນລູກຂອງແມ່ ເຮົາຄວນຕັ້ງໃຈສ້າງຕົນເອງໃຫ້ເປັນຜູ້ມີການສຶກສາ ມີສິນທຳ ມີຄວາມສະຫງ່ຽມຄ່ຽມຄົມອອ່ນໂຍນສຸພາບຮຽບຮ້ອຍ. ການທີ່ເຮົາຈະເຮັດຫຍັງທຳຫຍັງລົງໄປກໍ່ໃຫ້ຄິດເຫັນໜ້າຄົນທີ່ຮັກເຮົາ, ຄົນທີ່ມີຄວາມຫວັງຕໍ່ເຮົາ ແລະຄົນທີ່ໃຫ້ກຳລັງໃຈສະເໝີນັ້ນກໍ່ຄືແມ່ຂອງເຮົາທີ່ຄອຍເຝົ້າຕິດຕາມເຮົາຢູ່ຕະຫຼອດເວລາ. ຖ້າເຮົາໄປໄດ້ດີ ມີຢູ່ມີກິນແມ່ດີໃຈຈົນນ້ຳຕາໄຫຼ ຖ້າເຮົາເປັນຄົນເສເພເກນັງສ້າງແຕ່ບັນຫາໃສ່ຕົນເອງ, ບ້ານເມືອງ, ສັງຄົມ ແລະ ປະເທດຊາດ ແມ່ກໍ່ເສຍໃຈນ້ຳຕາໄຫຼເຊັ່ນກັນ ເພາະຄວາມໂຫດຮ້າຍ ສາມານຂອງລູກຕົນ. ສຸດທ້າຍນີ້ຂໍຝາກໄວ້ນຳຜູ້ອ່ານວ່າເຮົາຈະເຮັດໃຫ້ນ້ຳຕາແມ່ໄຫຼແບບໃດ ລະຫວ່າງເພິ່ນເຫັນເຮົາໄດ້ດີມີຢູ່ມີກິນ, ມີຄວາມສຸກ, ມີອານາຄົດທີ່ດີ ແລະ ເພິ່ນເຫັນເຮົາທຳກຳອັນຊົ່ວຮ້າຍ? ດັ່ງນັ້ນ ຂໍໃຫ້ຜູ້ອ່ານທັງຫຼາຍຈົ່ງຫາຄຳຕອບເອງ.