ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ກ.ຍ.. 11, 2009 | ມີ 3 ຄຳເຫັນ ແລະ 0 trackback(s)

 

ໄປ​ຕະຫຼາດ​ເຊົ້າຜູ້ລະ​ເທົ່າ​ໃດ ຂ້ອຍ​ຮ້ອງ​ໃສ່​ລົດ​ຕຸ​ກໆ ຄັນ​ໜຶ່ງ​ທີ່​ກຳ​ລັງ​ຈະ​​ເຄື່ອນ​ຍ້າຍ​ອອກ​ຈາກ​ຄິວ​ລົດ.

ຜູ້​ໜຶ່ງ 5 ພັນ​ກີບ ຮີບ​ຂື້ນ​ມາ​ໄວ ​ໄວ! ​ໂຊ​ເຟີ​ ຮ້ອງ​ຕອບ​ພ້ອມ​ທັງ​ກ໊ອກມາ​​ໃສ່ ມັ໊ບ! ມັ໊ບ! ຮີ​ບ ມາ ຮີ​ບມາ. ບໍ່​ເທົ່າ​​ໃດ ລໍ້​ລົດ​ກໍ່ໝຸນ​ໄປ

ສິ້ນຜືນນີ້ລາຄາເທົ່າໃດ? ສຽງຂອງຍິງສາວໄວກາງຄົນເອີຍຂື້ນ ທ່າມກາງສາຍຕາຫຼາຍດວງທີ່ຈ້ອງມອງໄປທີ່ແມ່​ຄ້າ​ຂາຍ​ສິ້ນພວມ​ກຳລັງ​ຈັບ​ສິ້ນ​ຫຼາຍຜືນ​ຍັດ​ໃສ່​​ຖົງມ້ຽນເທິງ​ລົດ​ຕຸ​ກໆສາມ​ລໍ້ທີ່​ກຳ​ລັງ​ເດີນທາງອອກ​ຈາກ​ຂົວ​ມິດ​ຕະພາບ​ລາວ-​ໄທຍ ​ຫັນ​ໜ້າ​ເຂົ້າສູ່​ນະ​ຄອນ​ຫລວງ​ວຽງ​ຈັນສູ່ປາຍທາງ​ ຕະຫຼາດ​ເຊົ້າ

ມີ​ຫຼາຍລາ​ຄາ​ເດີ! ສິ້ນ​ໄໝມ້ອນ​ລາຄາ 85 ພັນ ​​ໄໝທຳ​ມະ​ດາ 75 ພັນ ຖ້າ​ເປັນ​ຜ້າ​ຝ້າຍ 45 ພັນ ​ເລືອກ​ເບິ່ງ​ເດີ​ ມີຫຼາຍ​ແບບ​ໃຫ້​ເລືອກ​​​ໄດ໋! ​ສຽງ​ແມ່​ຄ້າຂາຍ​ສິ້ນ(ຄົນ​ທີ່1) ກ່າວ​ຕອບ​ສະ​ແດງ​ອາການ​ຫົວ​ຍຸ້ມໆ ພ້ອມ​ທັງຈັບ​ເອົາ​ສິ້ນ​ທີ່​​ເກັບ​ມ້ຽນ​ໃນ​ຖົງ​ອອກ​ມາ​​ແພ່​ໃຫ້​ເບິ່ງ

ຕອນ​ນີ້​​​ແລງ​ແລ້ວເວລາປະມານ 18.15 ນາ​ທີ ​ແຕ່​ແສງ​ແດ​ດຍັງ​ຄົງ​ສາດ​ສ່ອງ​ລົງ​ສູ່​ຜືນ​ດິນ ຕ້ອງ​ໃສ່​ຕົ້ນ​ເຂົ້າ​ໃນ​ນາແຄມ​ທາງ​ເປັນສີ​ຂຽວ​​ເຫຼືອງອ່ອນ ຊ່າງ​ເປັນຕາ​ອອນຊອນ​ສາຍ​ຕາແທ້ໆ ສາຍ​ລົມ​ພັດ​ຕ້ອງ​​ກະທົບ​ໃສ່ຜ້າ​ກັນ​ຝົນ​ຂ້າງ​ລົດ​ດັງ​ສຽງ ພັບ! ພັບ! ປະສານ​ສຽງກັບ​ການ​ສົນທະນາ​ຂອງ​ຜູ້​ໂດຍສານ ດັງ​ຂື້ນ​ເປັນ​ບາດ! ​ເປັນ​ເທື່ອ!

ເຈົ້າເອົາສິ້ນໄປເລາະຂາຍຢູ່ໃສມານະແມ່ຄ້າ! ຍິງສາວທີ່ນັ່ງກົງກັນຂ້າມກັບແມ່ຄ້າ ກ່າວ​ຖາມ​ດ້ວຍ​ຄວາມ​ສົງ​ໄສ ​ແຕ່​ລູກ​ກະຕາ​ພັດ​ລ້ຳມອງ

​ແຕ່​ສິ້ນຈັບພິກ​ໄປພິກມາ. ສຽງຂອງສາວທີ່ນັ່ງ​​ຖັດ​ໄປສຸດບ່ອນນັ່ງ​ທ້າຍ​ລົດດັງ​ຂື້ນ


ລາຍ​ແບບ​ນີ້​ກະ​ງາມ​ເນາະ! ​ເຈົ້າຕ່ຳເອງຫວານິ! ບໍ່​ທັນ​ເທົ່​າ​ໃດ​ນັ້ນ ​ແຜ່ນ​ແພ​ສິ້ນ​ໄໝ​ໄດ້​ຈະ​ຈາ​ຍ​ໄປສູ່​ມື້​ຂອງ​ຍິງ​ສາວຫຼາຍຄົນ​ທີ່​ນັ່ງ​ມາ​ນຳ​ກັນ7ຄົນ  ບັງ​ເອີນ​ມື້​ນີ້ມີ​ຜູ້​ຊາຍ​ທີ່​ນັ່ງ​ມາ​ນຳ​ລົດ​ຄັນ​ນີ້​ພຽງ​ສອງ​ຄົນເຊິ່ງ​ແມ່ນ​ຂ້ອຍ​ຜູ້ໜຶ່ງ​ແລະ​ອີກ​ຊາຍໜຸ່ມອີກ​ຄົນ​ທີ່​ພວມ​ຂ້າມ​ມາ​ຈາກ​ໜອງ​ຄາຍ ສຽງ​ຂອງ​ການ​ສົນທະນາ​ເລື່ອງ​ສິ້ນ​ໄໝ ກົບ​ເກື່ຶອນຄວາມ​ເປັນ​ຊາຍ​ຂອງ​ພວກ​ຂ້ອຍ​ໄວ້​ຢ່າງ​ມິດ​ຊິດ ​ເພາະ​ລົມ​ນຳ​ບໍ່ຮູ້​ເລື່ອງ​ນຳ​ເລີຍ ​ໄດ້​ແຕ່​ນັ່ງ​ຟັງ​ແລະ​ກໍ່​ຍິ້ມ​ນ້ອຍ​ຍິ້ມ​ໃຫຍ່​ຢູ່​ຫັ້ນ​ແຫຼະ


​ແມ່​ຄ້າ​ຄົນ​ທີ່​ສອງ​ທີ່​ນັ່ງ​ຂ້າງ​ແມ່​ຄ້າ​ຄົນ​ທີ່​ໜຶ່ງ ເມື່ອ​ໄດ້​ໂອກາດ​ການ​ຄ້າຂາຍ​ກໍ່​ບໍ່​ລໍ​ຊ້າ ​ໂຄສະນາ​ສິ້ນ​ໄໝ ປານ​ນຳ້​ໄຫຼ​ໄ​ຟດັບ ຜືນ​ນີ້​ງາມ​​ໄດ໋ ມັນ​ເປັນ​ ລາຍ​ສະກັອດແຖມ​ຍັງ​ເປັນ​ຜ້າ​ຝ້າຍ ສ່ວນ​ຜືນ​ນີ້ກະ​ແມ່ນສິ້ນ​ໄໝ​ມ້ອນ ລາ​ຄາ​ພຽງ​ແຕ່ 80 ພັນ ​ເວລາ​ຊັກ​ກະ​ບໍ່​ຄ່ອຍ​ຫົດ​ງ່າຍ ທີ່​ສຳ​ຄັນ​ຖ້າ​ບໍ່​ຢາກ​ໃຫ້​ມັນ​ຫົດ​  ກະ​ບໍ່​ຕ້ອງ​ຊັກແຮງ​ດີ​ເລີຍ! ຈະ​ເປັນ​ຮູບຊົງ​ນີ້​ຕະຫຼອດ… ຖ້າ​ເອົາຂ້ອຍ​ກໍ່​ຈະ​ຫຼຸດ​ໃຫ້​ ບໍ່​ທັນ​​ໃດ​ນັ້ນສຽງຫົວກໍ່​ດັງຂື້ນ​ຟົດໆ! ຍ້ອນຄວາມ​ເວົ້າ​ເກັ່ງ​ຊ່າງ​ເອົາ​ໃຈ ລູກ​ຄ້າ ສຸດ​ທ້າຍລາວ​ກໍ່​ໄດ້​ຂາຍ​ສິ້ນ​ 2 ຜືນ​ ທີ່​ເປັນຜ້າ​ຝ້າຍ​ແລະ​ຜ້າ​ໄໝ​ມ້ອນ, ຫຼັງ​ຈາກ​ທີ່​ກາ​ນຊື້ຂາຍ​ສິ້ນ​ຈົບ​ລົງ ການ​ສົນທະນາ​ຍັງ​ຄົງ​​ສືບ​ຕໍ່.

ແມ່​ຄ້າ​ເຈົ້າ​ເອົາ​ສິ້ນ​ນີ້​ໄປ​ຂາຍ​ຢູ່​ແຖວ​ໃດ? ​ໄດ້​ຂາຍ​ດີ​ບໍ່ ຜູ້​ໂດຍສານ​ທີ່​ຊື້​ສິ້ນ(1)​ເອີຍ​ຖາມ​.

 

ພວກ​ຂ້ອຍ​ເອົາ​ໄປ​ຂາຍ​ຝັ່ງ​ໄທ​ພຸ້ນ​ນະ ​ເອົາ​ເຄື່ອງ​ປະ​ເພດ: ​​ເຄື່ອງ​ໃຊ້​ສອຍທົ່ວ​ໄປ ມີ​ທັງ​ມີດ, ​ເກີບ, ​ສິ້ນ​ໄໝ, ຜ້າ​ເຊັດ​ໜ້າ​ນ້ອຍ, ທັງ​ສະ​ລິບ-ເສື້ອ​ຊ້ອນ, ​ໂສ້ງ​ຂາ​ສັ້ນ… ຍັງ​ມີ​ອີກ​ຫຼາຍຢ່າງ​ນັບ​ບໍ່​ຖ້ວນ ຈັກ​ວ່າ​ອັນ​ໃດ​ເປັນ​ສິ່ງ​ທີ່​ຄິດ​ວ່າ​ຕ້ອງ​ໃຊ້ ຢູ່​ເຮືອນ​ຢູ່​ຊານ​ກໍ່​ເອົາ​​ໄປ​ຂາຍ​ໝົດ ​ແມ່​ຄ້າ​ກ່າວ​ຕອບ.

ປ໋າ! ​ເຈົ້ານີ້​ເກັ່ງ​ເນາະ! ​ແລ້ວ​​ເອົາ​ໄປ​ເລາະ​ຂາຍ​​ແຖວ​ໃດ​ໃນ​ໜອງ​ຄາຍ​ຫັ້ນນະ ສຽງ​ທັກ​ທ້ວງດັງ​ຂື້ນ ຈົນ​ສຽງອື່ນ​ງຽບລົງ ຫຼາຍ​ຄົນ​ຕ່າງ​ຕັ້ງ​ໃຈ​ຟັງ​ຢ່າງ​ໃຈ​ຈົດ​ໃຈ​ຈໍ່.

​ໂອ້​ຍ! ກໍ່​ເລາະ​ຂາຍ​ແຖວ​ນອກ​ເມືອງ ​ແຖ​ວບ້ານນອກ ຄ໊ອກນາ​! ​ເລາະ​ໄປໝົດ​ລະ ທຸກ​ບ່ອນ​ທຸກ​ແຫ່ງ ບ່ອນ​ທີ່​ຊາວບ້ານ​ຊາວ​ຊ່ອງ​ທີ່​ບໍ່​ຄ່ອຍ​ໄດ້​ເຂົ້າມາ​ຊື້​ເຄື່ອງ​ໃນ​ແຖວ​ເມືອງພຸ້ນ​ແຫຼະ ສຽງ​ແມ່​ຄ້າ​ຄົນ​ທີ່​ສອງ ຕອບ​ຢ່າງ​​ເປັນ​ກັນ​ເອງ.

​ພວກ​ຂ້ອຍ​ໄປ​ຂາຍ​ແນວ​ນີ້​ທຸກ​ມື້ ​ແຕ່​ຕ້ອງ​ຕື່ນ​ແຕ່​ 3 ​ໂມງ​ຕອນ​​ເຊົ້າ​ໃດ ​ແມ່​ຄ້າ​ອີກ​ຄົນ​ເສີມ​ຂື້ນ.

​ອ້າວ! ​ເປັນ​ຫຍັງ​ຈຶ່ງ​ຕື່ນ​ແຕ່​ເຊົ້າ​ແທ້​ ຄວາມ​ຢາກ​ຮູ້​ສອດ​ແຊກ​ເຂົ້າມາ. ຈາກ​ການ​ສົນທະນາ​ທີ່​ຟົດ​ສະ​ນັ່ນ.

​ຖ້າ​ບໍ່​ຕື່ນ​ແຕ່​ເຊົ້າກໍ່​ບໍ່​ທັນ​ລົດ​​ເມ​ເຂົ້່າມາ​ເມືອງ ​ຕ້ອງ​ຕື່ນ​ແຕ່​ເຊົ້າໆ ກວ່າ​ຈະ​ກ້ຽມ​ເຄື່ອງ​​ເຂົ້າຂອງ​ຂາຍ ທັງ​ໜຶ້ງ​​ເຂົ້າໜຶ້ງ​ນ້ຳແລ້ວ

າງ​ໜ້າ​ລ້າງຕານຸ່ງ​ສິ້ນນຸ່ງເສື້ອ​ທັງ​ຖ້າ​ລົດ​ເມ​ມາ​ຈາກ 9 ລ້ຽວພຸ້ນ ​ຊົ່ວ​ຊິ​ມາ​ຮອດ​ຕະຫຼາດ​ເຊົ້າ ຊົ່ວ​ຊິ​ມາ​ຮອດ​ຂົວ​ພີ້​ອີກ ​ເກືອບ6​ໂມງ! 6​ໂມງ​​ເຄິ່ງ​ ຍັງ​ມາ​ຖ້າ​ຈ້ຳ​າຂ້າມທັງເຮັດເອກສານ​ແລ້ວກະດົນເຕີບແນວ​ນີ້​ແຫຼະຈຶ່ງ​ຕ້ອງ​ຕື່ນ​ແຕ່​ເຊົ້າຄັນຊັ້ນບໍ່​ທັນກິນເຮົາ​ຊິເຮັດຫຍັງກະ​ຕ້ອງດຸໝັ່ນ​ຂະຫຍັ່ນພຽນ​ ​ແມ່​ຄ້າ​ຄົນ​ທີ່​ໜຶ່ງ ທັງ​ຕອບ​ທັງ​ຫົວ ດ້ວຍ​ຄວາມ​ເປັນ​ກັນ​ເອງ​ທີ່​ສຸດ.

“​ນັກເລ່ງ 9 ລ້ຽວ​ໃດ​ນິ! ພວກ​ເຈົ້າເກັ່ງ​ຄັກ​ເນາະ ດາ​ບໍ່​ຢ້ານ​ຫຍັງ ​ແລ້ວ​ສິ້ນ​ທີ່​ເອົາ​ໄປ​ຂາຍ​ພຸ້ນ ຂາຍ​ທໍ່​ໃດ”​ ຜູ້​ໂດຍສານ​​ໄວ​ສາວ​ຄາວ​ດຽວກັບ​ແມ່​ຄ້າ ​ເອີຍ​ຖາມ​ແບບ​ສ້າງ​ບັນຍາ​ກາດ.

“​​​ໂອ້ຍ​ເຈົ້າກະ​ຊ່າ​ງວ່າ​ເນາະ! ອິອິ… ພວກ​ຂ້ອຍ​ຂາຍ​ເຄື່ອງ​ແບບ​ນີ້​ມາ​ຫຼາຍ​ປີ​ແລ້ວ ລຶ້ງ​ແລ້ວ​ເດ ທ່ຽວ​ໄປ​ທ່ຽວ​ກັບ​ຢູ່​ແນວ​ນີ້​​ແຫຼະ ຄູ່​ມື້. ສິ້ນ​ທີ່​ເອົາ​ເປັນ​ຂາຍ​ຢູ່​ພຸ້ນ​ ຖ້າ​ສິ້ນ​ໄໝ​ມ້ອນ ​ໄໝ​ຫຍັງ​ກະ 350 ບາດ ກະ​ຕັ້ງ​ລາຄາ​ໄວ້​ເພື່ອ​ຫຼຸດ​ເພື່ອ​ຕໍ່​ແດ່ ​ໄດ້​ລາ​ຄາ​ປະມານ 330 ຫາ 320 ບາດກໍ່ຂາຍ​ໂລດ. ມື້​ນີ້​ກໍ່​ໄດ້​ຂາຍ​ເກືອບ 6 ພັນ​ປາຍບາດ​ພຸ້ນ​ນະ ​ເປັນ​ເງິນ​ກີບ​ເຮົາ​ກໍ່ປະມານ ລ້ານ 5, ລ້ານ 6 ນີ້​​ລະ! ອອກທຶນ​ພຽງ​​ແຕ່ 4,700 ບາດ​ໃດ​ນິ”​ ການ​ຕອບ​ກັບ​ຂອງ​  ແມ່​ຄ້າທີ່​​ເປີດ​ເຜີຍ​ເຖິງ​ການ​ຄ້າຂາຍ​ທີ່​ສຸດຈະ​ລິດແບບກົງ​​ໄປ​ກົງ​ມາ ດ້ວຍ​ເທັກ​ນິກການ​ເວົ້າທີ່​ຄ່ອງ​ແຄ້ວພ້ອມ​ຈົກ​ເອົາ​ເງິນທີ່​ຂາຍ​ເຄື່ອງ​ໄດ້​ອອກ​ມາ​ນັບ​ໃຫ້​ເບິ່ງຢ່າງ​ເບິ​ກບານ​ໃຈ.

“​ສາວ​ນັ້ນ​! ​​ເຈົ້າ​ໃຊ້ຄຣີມທາ​ໜ້າ​ແບບ​ໃດນະ? ໜ້າ​ເຈົ້າຄື​ທັງ​ຂາວ ທັງ​ນຽນ​ແທ້”​ ສຽງ​ດັງມາຈາກ​ປາຍ​ແຖວ​ຕັດ​ບົດ​ສົນທະນາຂື້ນ​ທັນ​ໃດ


,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,,

ຂຽນບໍ່ຈົບຈັກເທື່ອ,,,,,,,ມື້ໜ້າຈະມາຂຽນຕໍ່ເດີ

 

ທ່ານໃດບໍ່ສາມາດອ່ານໄດ້ ຄລິກດາວໂຫລດ  .pdf ໄດ້ເລີຍ

[URL=http://laoupload.com/61GOQGH26C13/the_road_home_18.08.09.pdf.html]the_road_home_18.08.09.pdf - 64.0 Kb[/URL]
 

 

Delicious Digg Fark Twitter