ຂຽນເມື່ອ: ມ.ກ.. 30, 2012
| ມີ
6 ຄຳເຫັນ
ແລະ
0 trackback(s)
ຕຳຫຼວດໄດ້ຈັບຊາຍຄົນໜື່ງມາສອບປາກຄຳໃນຂໍ້ຫາຍາດຊິງເມຍຝຣັ່ງ
ຕຳຫຼວດ: ເປັນຫຍັງເຈົ້າຈື່ງໄປຍາດເອົາເມຍຝຣັ່ງ? ເຈົ້າຮູ້ບໍ່ວ່າມັນຜິດນະ?
ປຶກ: ອ໊າວ!!!! ມັນຜິດຊັ້ນຫວາທີ່ຂ້ອຍຟັງຄວາມແມ່ຂອງຂ້ອຍນະ?
ຕຳຫຼວດງົງຢູ່ດົນເຕີບ ແລ້ວຖາມຂື້ນວ່າ: ທີ່ເຈົ້າໄປຍາດເອົາເມຍຄົນອື່ນຫັ້ນມັນກ່ຽວກັບຟັງຄວາມແມ່ບ່ອນໃດ?
ປຶກ: ມັນຫຍັງຊິບໍ່ກ່ຽວ!! ກະແມ່ຂ້ອຍສອນຂ້ອຍມາແຕ່ຕອນຂ້ອຍຍັງນ້ອຍໆວ່າ: ບາດໃຫຍ່ມາໃຫ້ມຶງໄປຫາເອົາເມຍຝຣັ່ງເດີ ມຶງຊິບໍ່ໄດ້ທຸກຍາກ. ແລ້ວຕອນນີ້ຂ້ອຍກະໄດ້ເຮັດຕາມຄຳສອນຂອງແມ່ຂ້ອຍແລ້ວມັນຜິດຊັ້ນຫວະ? !!!!!!!!!!!