ຂຽນເມື່ອ: ມິ.ຖ.. 14, 2010
| ມີ
4 ຄຳເຫັນ
ແລະ
0 trackback(s)
ຊົນຊັ້ນໃນສັງຄົມອິນເດຍ ຖຶກກຳນົດດ້ວຍຊາດກຳເນີດຕາມຫຼັກສາສະໜາພາມໄດ້ແກ່
1ວັນນະພາມ: ໄດ້ແກ່ ນັກບວດ ນັກປາດ ຄູບາອາຈານ ມີໜ້າທີ່ອົບຮົມສັ່ງສອນ ແລະ ປະກອບສາສະໜາພິທີຕ່າງໆ ເປັນວັນນະສູງ ປຽບເໜືອນ ຫົວເຊີ່ງເປັນບໍ່ເກີດແຫ່ງຄວາມຄິດ ສະຕິປັນຍາ
2 ວັນນະກະສັດ : ໄດ້ແກ່ ນັກຮົບ ນັກປົກຄອງ ນັກການເມືອງ ມີໜ້າທີທຳການຣົບ ແລະການປົກຄອງ ບ້ານເມືອງ ເປັນວັນນະສູດສູງພໍກັບວັນນະພາມ ປຽບເໜືອນເອີກ ເຊີ່ງເປັນບໍ່ເກີດແຫ່ງພະລັງທາງສັງຄົມ ບາງທີກໍ່ປຽບເໜືອນແຂນ ເຊີ່ງມີໜ້າທີ່ຖືອາວຸດປ້ອງກັນປະເທດ
3ວັນນະແພດ: ໄດ້ແກ່ ນັກທຸລະກິດ ກະເສດຕະກອນ ສະຖາປານິກ ວິສາວະກອນ ເປັນຕົ້ນຊື່ງຖືວ່າ ເປັນຊົນຊັ້ນກາງ ເປັນພວກທີ່ຄຸມການເສດຖະກິດຂອງຊາດປຽບເໜືອນຂາ ຊື່ງເປັນສວນທີ່ລ້ຽງຫຼືພະ ຍຸງຮ່າງກາຍ ໃຫ້ຊົງຢູ່ ເສດຖະກິດທີ່ຊົງສັງຄົມ ໄດ້ຕົກຢູ່ໃນມືຂອງຊົນຊັ້ນພວກນີ້ ບາງທີກໍ່ປຽບເໜືອນທ້ອງ
4ວັນນະສູດ : ໄດ້ແກ່ ພວກເຈົ້າຂອງຖິ່ນເດີມ ຊື່ງຖຶກຢຽບຢາມ ວ່າເປັນທາດ ຈື່ງກາຍເປັນວັນນະທີ 4 ເອີ້ນວ່າວັນນະສູດ ປຽບເໝືອນຕີນ ເປັນເຄືອ່ງພະຍຸງຮ່າງກາຍ ໃຫ້ເຄື່ອນໄຫວ ໄປມາໄດ້ພວກສູດ ຈື່ງປຽບເໜືອນອະໄວຍະວະຕ່ຳາສຸດແຕ່ຖ້າບໍ່ມີພວກສູດສັງຄົມກໍ່ຈະະເລີນໄໄດ້ຍາກພາະວ່າພວກສູດປຽບເໜືອນກຳມະກອນນນັ້ນເອງ
ຂໍ້ມູນຈາກ ບົດວິທະຍານິພົນ ຂອງຍາ ສົມໃຈ
ເລືອ່ງ ການສຶກສາເຊີ່ງວິເຄາະແນວຄວາມຄິດເລີອງຄວາມເຄົາລົບໃນ ພຸດທະສາສະໜາ ໜ້າ 53