
ຂຽນເມື່ອ: ສ.ຫ.. 3, 2010
| ມີ
5 ຄຳເຫັນ
ແລະ
0 trackback(s)



ເຫັດລະໂງກ ມີຊື່ທາງວິທະຍາສາດວ່າ Amanita Vaginata ມີຖີ່ນກຳເນີດ ຢູ່ໃນປະເທດລາວ ທົ່ວທຸກພາກ ມີຫຼາຍໃນເຂດພາກ
ກາງແລ້ໃຕ້ ເຫັດລະໂງກມີສີຂາວນວນ ແລະສີເຫຼືອງສົດ ໜວກເຫັດເປັນຮູບກະທະຂວ້າມ ກີບແລະກ້ານ ຍາວຮ່ຽວ ເຫົ້ງາ ເປັນ
ກະເປາະ ພົ້ນຈາກດິນຂື້ນ ຫຼືໃນປ່າທີ່ມີໃບໄມ້ ເປືອຍທັບຖົມກັນໃນເຂດພູເຂົາ ພົບເຫັນໄດ້ ໃນຊວ່ງລະດູຝົນ
ດອກຕູມ ຂອງເຫັດລະໂງກ ມີລັກກສະນະເຫືອ່ຍຫຸ້ມຈາກ ເຫົ້ງາຂື້ນມາຈົນເກືອບສຸດຫຸ້ມໜວກເຫັດ ເປັນໄລຍະທີ່ຣົດຊາດດີ
ເອກະລັກຂອງເຫັດລະໂງກ ຄືມີເມືອກໜ່ຽວໆ ທີ່ເຮັດໃຫ້ແກງຂຸ້ນໜຽວ ສ່ວນໜວກເຫັດ ນຸ້ມ ລຳເຫັດ ກອບ ຣົດຫວານຕາມທຳມະຊາດ ກິນເມືອ່ປຸງໃໝ່ໆ ຣົດຊາດຈະຫວານ ສາມາດເຮັດໄດ້ທັງແກງໃສ່ນ້ຳຢານາງ ຜັກຕີ້ວ, ໜື້ງຈ້ຳແຈວ,
ແກງໃສ່ໃບໝາກຂາມ ແລະອີກຫຼາຍປະເພດ ອີງຕາມຜູ້ມັກ