
ຂຽນເມື່ອ: ສ.ຫ.. 6, 2010
| ມີ
1 ຄຳເຫັນ
ແລະ
0 trackback(s)
ຖ້າຫາກໃຜຍັງຕ້ອງການ ເຫດຜົນອີກຈັກຂໍ້ໜື່ງ ເພືອ່ສະໜັບໜູນການກິນຜັກ ນອກເໜືອໄປຈາກວ່າຜັກແລະໝາກໄມ້ ຫຼຸດຄວາມສ່ຽງ ຈາກໂຣກຫົວໃຈ ມະເຮັງ ແລະອີກຫຼາຍໆ ພະຍາດແລ້ວ ລ່າສຸດນັກວິໄຈ ຍັງພົບວ່າ ຜັກຊວ່ຍປ້ອງກັນ ເຮົາຈາກ ໂຣດເສັ້ນເລືອດ ຝອຍໃນສະໝອງແດກອີກດ້ວຍ
ຄະນະນັກວິໄຈ ທີ່ນຳໂດຍ ນັກຣະບາດວິທະຍາ ຮາເວີດ ຊື່ ເກົາມູດີ້ ເຈ. ໂຈຊິປູ ໄດ້ສຶກສາ ໄດ້ສຶກສາພຶດຕິກຳ ຂອງຜູ້ຍີງ 75.000 ຄົນ ແລະພົບວ່າການກິນຜັກແລະໝາກໄມ້ ພຽງວັນລະ 1 ຈານ ຊ່ວຍຫຼຸດຄວາມ ສ່ຽງ ຈາກອາການເສັ້ນເລືອດ ໃນສະໝອງແຕກ ຊື່ງມີສາເຫດ ມາຈາກໂລຫິດ ອຸດຕັນ ໃນເສັ້ນເລືອດທີ່ໄປລ້ຽງສະໝອງ ລົດລົງໄດ້ເຖີງ ຮ້ອຍລະ 7
ພະລັງຜັກແລະໝາກໄມ້ ໃນການຕ້ານການອຸດຕັນຂອງເສັ້ນເລືອດ ບໍໄດ້ມີພຽງແຕ່ປະການດຽວ ຜູຊ່ຽວຊານ ລາຍຄົນ ເຊື່ອວ່າ ອາຫານ ຈາກພຶດ ມັກມີໄຂມັນຕ່ຳ ແລະມີສານອາຫານ ອື່ນໆທີ່ມີ ປະໂຫຍດຕໍ່ຫັວໃຈ ເຊັ່ນ ເສັ້ນໃຍ ໂຟເລສ ແລະ ໂພແທສຊ້ຽມ.
ແຕ່ສານອາຫານ ເຫຼົ່ານີ້ມີຂໍ້ຈຳກັດ ເພາະປະໂຫຍດ ໃນການປ້ອງກັນເສັ້ນເລືອດ ໃນສະໝອງແຕກ ຈະປາກົດເດັ່ນຊັດ ທີ່ສຸດສຳລັບ ຜູ້ທີ່ກິນຜັກແລະໝາກໄມ້ ປະມານ 6 ຄັ້ງຕໍ່ມື້ ແລະກໍ່ບໍ່ແມ່ນ ອາຫານຈາກພືດ ທຸກຊະໜິດ ຈະໃຫ້ປະໂຫຍດເທົ່າກັນ ໃນການຫຼຸດຄວາມສ່ຽງ ຈາກໂຣກເສັ້ນເລືອກຝອຍໃນສະໜອງແຕກ ເຊັ່ນ ມັນຝຣັ່ງ ແລະຖົ່ວຕ່າງໆ ນັ້ນ ບໍ່ມີຜົນທີ່ເດັ່ນຊັດພໍທີຈະວັດແທກໄດ້ ແຕ່ພົບວ່າ ພວກທີ່ກິນຜັກ ຢ່າງ ບັອກໂຄລີ້ ກະລ່ຳປີ ແລະກະລ່ຳດອກ ຮວ່ມກັບຜັກໃບຂຽວ ແລະໝາກໄມ້ ຈຳພວກໝາກກ້ຽງ ຈະເປັນຜູ້ທີ່ມີຄວາມສ່ຽງຕ່ຳທີ່ສຸດ
