
ຂຽນເມື່ອ: ພ.ຈ.. 22, 2010
| ມີ
8 ຄຳເຫັນ
ແລະ
0 trackback(s)
ສະບາຍດີ ໍເພືອ່ນ ໍາວພັນລາວ ຫຼັງຈາກທີ່ຫາຍໜ້າໄປດົນ ບໍ່ທັນໄດ້ ດີບໄດ້ດີ ແນວໃດດອກ ແຕ່ບໍ່ມີເງີນ ຈ່າຍ ຄ່າເນັດຈື່ໆ
ເຂົ້າເລື່ອງເລີຍ ໃນໄລຍະ ສອງ ສາມ ອາທີດນີ້ ໄດ້ ໄປສະໝັກງານ ກັບ ບໍລີສັດທີ່ລົງ ທືນ ໂດຍປະເທດຢີ່ປູນ ຄັ້ງທີ1 ກອກໃບສະໝັກ ເປັນ ພາສາ ອັງກີດ ໄດ້ຜ່ານ ສະບາຍ ຫຼັງຂາກນັ້ນກໍ 1 ຊົ່ວໂມງ
ກໍ່ສຳພາດ ເພີ່ນຕ້ອງການໃຫ້ເວົ້າພາສາ ອັງກີດອີກ ແຕ່ບໍ່ໝັ້ນໃຈ ເພາະບໍ່ໄດ້ກຽມຈົວ ເລີຍ ຖາມຕອບເປັນພາສາລາວ ຖືກສຳພາດກັບຊາວ ຟີລີປີນ ກໍ່ໄດຮັບຄຳຍ້ອງຍໍ ສາລະພັດ ຈົນເຮັດໃຫ້ ເຮົາດີໃຈຈົນ
ເກືອບ ລອຍ ຈາກຕັ່ງ ພຸ້ນນະ ແຕ່ໃນໃຈນະ ບໍ່ໄດ້ຫວັງຫຍັງ
ຕໍ່ມາ ອີກ ໜື່ງອາທີດ ທາງບໍລິສັດກໍຕິດຕໍ່ມາອີກ ເທືອ່ນີ້ ມັນເຮັດໃຫ້ມີຕວາມຫັວງ ຂີ້ນມາ ເພາະ ເປັນການສຳພາດກັບ ຜູ້ບໍລິຫານ ຊາວຍີ່ປຸ່ນ
ລາວຖາມວ່າເຮັດຫັຍງຢູ່? ມີເອື້ອຍ ນ້ອງຈັກຄົນ?
ຕ້ອງການເງີນເດີອນເທົ່າໃດ? ສະດວກເລີ່ມງານໄດ້ເມືອໃດ? ຂໍ້ນີ້ ແລະສຳຄັນເລີຍ
ເຮົາຕອບວ່າ ຈົບຫຼັກສູດ ຮຽນແລ້ວ ມີແຕ່ຂຽນບົດສົ່ງອາຈານ ແລະ ປ້ອງກັນບົດເທົ່ານັ້ນ
ແລະ ຈະໄປສອບເອົາໃບຂັບຂີ່ລົດຈັກ ໃນວັນທີ 5 ພະຈຶກ ສຳພາດວັນທີ 3 ພະຈິກ
ເພີ່ນເລີຍ ບອກວ່າໃຫ້ ເຮົາໄປສອບເອົາໃບຂັບຂີ່ກ່ອນ ແລ້ວສາມາດເລີ່ມງານເມືອ່ໃດກໍ່ໄດ້ ຖ້າພ້ອມແລ້ວເລີ່ມ ວັນທີ 15 ໄດ້ເລີຍ ເພາະເງີນເດືອນຈະຈ່າຍເດືອນລະ 2 ຄັ້ງ
ຮູ້ສືກພູມໃຈໂຕເອງຫຼາຍ ຫຼັງຂາກສຳພາດແລ້ວກໍ່ກັບເມີອເຮືອນ ປ່ຽນເສື້ອ້ຜ້າ ຈະໄປໂຮງຮຽນສອນຂີ່ລົດເພາະໃກ້ມື້ສອບແລ້ວ ພໍຮອດປະຕູເຮືອນ ມືຖືກໍ່ດັງ ນັ້ນຄືສັນຍານເຕືອນ
ອາຈານໂທມາ ວ່າຍັງບໍ່ທັນໄດ້ສົງເອກະສານໃຫ້ກົມຈາລະຈອນ ແຕ່ເຮົາ ສົ່ງເອກະສານໃຫ້ ອາຈານ ລວ່ງໜ້າແລ້ວ ສອງຫາສາມ ອາທິດກ່ອນມື້ ສອບເສັງ . ເຮົາຕ້ອງໄປສອບເດືອນໜ້າ ເຮົາເລີຍຖາມອາຈານວ່າຈະເຮັດແນວໃດ ກັບການສຳພາດງານຂອງເຮົາ ອາຈານຈອບວ່າຈະເຮັດໃບຍັ້ງຢືນໃຫ້
ວ່າຜ່ານການຮຽນແລ້ວ ແຕ່ຍັງບໍ່ທັນໄດ້ໃບຂັບຂີ່ເທືອ່
ບາດນີ້ແລະ ຮອດວັນທີ 15 ເຮົາກໍ່ໄປເຮັດວຽກດ້ວຍຄວາມໜັ້ນໃຈ ແຈ່ບໍລິສັດກໍ່ບໍ່ລືມທີ່ຈະຖາມຫາໃບຂັບຂີ່ ເຮົາຕອບວ່າຍັງບໍ່ທັນໄດ້ ເຂົາກໍ່ເລີຍ ບອກວ່າເຮົາ ເປັນຄົນຂີ້ຕົວະ ບໍ່ມີສັດຈະ
ແລະຈະພິຂາລະນາຄືນອີກເທືອ່ໜື່ງຊັ້ນເດ
ໂອຍ ຈັ່ງແມ່ນ ນໍ ຈະໂທດໃຜດີ
ທີ່ຈີ່ງໃບຂັບຂີ່ມັນກໍ່ບໍ່ກ່ຽວຂ້ອງກັບການເຮັດວຽກດອກ ແຕ່ ເຮົາບອກກັນເຂົາວ່າຈະໄປສອບເຂົາເລີຍຖາມຫາ
ແຕ່ມັນກໍ່ບໍ່ແມ່ນຄວາມຜີດຂອງເຮົານີ້ນາ ເປັນຫັຍງຈຶ່ງເປັນແບບ ນີ້
ເມືອ່ຍເດ ພໍເທົ່ານີ້ກ່ອນ ມື້ໜ້າ ຊິມາຈົ່ມໃໜ່