ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ຕ.ລ.. 31, 2011 | ມີ 2 ຄຳເຫັນ ແລະ 0 trackback(s)
ໜວດໝູ່: ທັມມະ

 

& ພຸທທະໂອວາທ

“ດູກ່ອນພິກສຸທັງຫລາຍ! ອາຍະສັມປະທາ ຫລືທານ ຈະມີຜົລມາກ ອານີສົງສ໌ໄພສານ ຖ້າປະກອບ ດ້ວຍອົງຫົກກ່າວຄື: .ກ່ອນໃຫ້ຜູ້ໃຫ້ກໍ່ມີຈິດຜ່ອງໃສ ຊື່ນບານ

.ເມື່ອກຳລັງໃຫ້ ຈິດໃຈກໍ່ຜ່ອງໃສ

.ເມື່ອໃຫ້ແລ້ວ ກໍ່ມີຄວາມຍິນດີ ບໍ່ເສຍດາຍ

.ຜູ້ຮັບເປັນຜູ້ປາສະຈາກຣາຄະ ຫລືປະຕິບັຕເພື່ອປາສະຈາກຣາຄະ

.ຜູ້ຮັບເປັນຜູ້ປາສະຈາກໂທສະ ຫລືປະຕິບັຕເພື່ອປາສະຈາກໂທສະ

.ຜູ້ຮັບເປັນຜູ້ປາສະຈາກໂມຫະ ຫລືປະຕິບັຕເພື່ອປາສະຈາກໂມຫະ

    ພິກສຸທັງຫລາຍ ທານທີ່ປະກອບດ້ວຍອົງຫົກນີ້ແລ ເປັນການຍາກທີ່ຈະກຳຫມົດຜົລແຫ່ງບຸນວ່າມີ ປະມານທໍ່ນັ້ນທໍ່ນີ້ ອັນທີ່ຈິງເປັນກອງບຸນໃຫ່ຍທີ່ນັບບໍ່ໄດ້ ບໍ່ມີປະມານເຫລືອທີ່ຈະກຳຫນົດເຫມືອນນ້ຳໃນມະຫາສະຫມຸດ ຍ່ອມກຳຫນົດ ໄດ້ ໂດຍຍາກວ່າມີປະມານທໍ່ນັ້ນທໍ່ນີ້ ”

 

 

 

 

 

 

 

 

 

Delicious Digg Fark Twitter
ຄຳເຫັນ (5)
ສ.ຫ.. 29, 2008 04:49 PM
ແວະມາທັກທາຍນ້ອງໃຫມ່ພັນລາວເດີ້ 
ສ.ຫ.. 29, 2008 04:49 PM
ແວະມາທັກທາຍນ້ອງໃຫມ່ພັນລາວເດີ້ 
ສ.ຫ.. 29, 2008 04:17 PM
ບາຍດີ ນ້ອງຊາຍ biggrin 
ສ.ຫ.. 29, 2008 03:52 PM
ຈະໄຂສົກຮຽນໃໝ່ ຕຽມຕົວໃຫ້ພ້ອມ
ຍັງບໍ່ດົນຊິເຖິງມື້ ວັນທີ 1 ເດືອນກັນຍາ
ເປັນວັນໄຂສົກຮຽນ ໃໝ່ມາເຖິງແລ້ວ
ສົກຮຽນ 2008-2009 ໃຫ້ເອົາໃຈຕັ້ງຕໍ່
ຢ່າໄດ້ຄິດມໍ່ຕື້ນ ນອນນິ້ງຢູ່ເສີຍ
ຮອດວັນຈັ່ງຊິປຸບປັບມ້ຽນ ຟ້າວຝັ່ງສົນລະວົນ
ມັນຊິບໍ່ທັນການ ໃຫ້ຮີບຕຽມແຕ່ວັນນີ້
ໂຕະຕັ່ງອຸປະກອນໃຊ້ ກະດານດຳ ແລະ ທຸກສິ່ງ
ອັນເປ່ເພໃຫ້ສ້ອມ ໃຫ້ຫາໄວ້ສິ່ງບໍ່ພໍ
ບ່ອນຖືກໄພນ້ຳຖ້ວມ ໃຫ້ຮີບຮ່ວມປະສານໃຈ
ສາມັກຄີກົມກຽວ ຊ່ວຍກັນກຸມແກ້
ອະນາໄມເສີມສ້າງ ໃຫ້ຈົບງາມໂດດເດັ່ນ
ໃຫ້ລູກ-ຫຼານໄດ້ເຂົ້າ ຮຽນຮູ້ສະດວກດີ
ອັນໜຶ່ງພໍ່ແມ່ພ້ອມ ໃຫ້ຫອມຮັກບຸດຕາ
ທັງບຸດຕີ ພ່ຳກັນພຽງພ້ອມ
ຫ້າງຫາກະກຽມໃຫ້ ອຸປະກອນທຸກຢ່າງ
ປື້ມສໍທັງສົ້ງເສື້ອ ກະເປົ໋າພ້ອມສູ່ແນວ
ຕາມລະດັບຂອບຂັ້ນ ການຮຽນຮ່ຳສຶກສາ
ນັບແຕ່ປໍປາເຖິງ ຊັ້ນປະລິນຍາພຸ້ນ
ຢ່າໄດ້ດູດາຍລ້າ ເມີນເສີຍປະປ່ອຍ
ໃຫ້ບຸກດັນຕໍ່ສູ້ ໃຫ້ອົດເຍື້ອນຕໍ່ໄປ
ເພາະໃນໂລກນີ້ນັ້ນ ບໍ່ວ່າສະໄໜໃດ
ແຕ່ບູຮານມາເຖິງ ຍຸກສະໄໝດຽວນີ້
ສິ່ງຕັດສິນນຳໜ້າ ໄປເຖິງຄວາມຈະເລີນຍິ່ງ
ການສຶກສານີ້ແລ້ວເຈົ້າ ເປັນໄຟຊີ້ຊ່ອງທາງ
ນັກປາດທຸກຊາດເຊື້ອ ໃນໂລກໂລກາ
ທາງບ້ານເມືອງ-ສາດສະໜາ ກໍຍົກສູງເອົາໄວ້
ຖືເອົາການສຶກສານີ້ ເປັນແນວທາງກ່ອນໝູ່
ວຽກອັນໃດກໍອອກໜ້າ ສຶກສານີ້ກ່ອນທຸກແນວ
ບ້ານຊິເຮືອງເມືອງຊິກ້າວ ຈະເດີນຮຸ່ງເຮືອງສີ
ຕ້ອງແມ່ນຄົນມີປັນຍາ ສະຫຼາດແຫຼມຄົມກ້າ
ຖ້າຫາກຄົນປັນຍາປູ້ ຖູໄປທາງບໍ່ແມ່ນ
ກໍຄືຍ່າງເຂົ້າຖ້ຳ ໄຟຊິໃຕ້ແມ່ນບໍ່ມີ
ເຊີນເຖີດຍາດພີ່ນ້ອງ ທຸກຊົນເຜົ່າລາວເຮົາ
ການສຶກສານັ້ນເປັນຂອງທຸກຄົນ ແລະບໍ່ມີພົມແດນດ້ວຍ
ຊ່ວຍກັນໂຮມແຮງເຂົ້າ ໃຕ້ການນຳໃສສ່ອງ
ພັກ-ລັດຖະບານລາວສັ່ງຊີ້ ໃຫ້ຊູຊວ້ານຊ່ວຍກັນນັ້ນແລ້ວ!ຊາຍດອນໃຕ້
 
ສ.ຫ.. 29, 2008 03:29 PM
sabaidee