ຫອຍເບ້ຍ ( Cowrie)
ຖຶກນິຍົມໃຊ້ເປັນເຄື່ອງຫມາຍ ຂອງການແລກປ່ຽນຢ່າງກ້ວາງຂວາງ ຂອງຄົນອາຟຣິກກາ ແລະ ອາຊີຕາເວັນອອກ. ເປືອກຫອຍເບ້ຍຖືກນຳມາຈາກ ທະເລຕື້ນໃນຫມູ່ເກາະມານດີບ.(Maldive) ໃນມະຫາສະຫມຸດອິນເດຍ ຫອຍຊະນິດ ນີ້ໄດ້ຖືກພໍ່ຄ້ານຳເຂົ້າມາຂາຍໃນມຽນມ້າ,ໄທ,ອິນໂດເນເຊຍ, ມາເລເຊຍ,ຫວຽດນາມ,ກຳປູເຈຍ,ລາວແລະຈີນ.
ເປືອກຫອຍເບ້ຍ ໄດ້ຖືກໃຊ້ເປັນສື່ກາງສຳລັບການຊື້ຂາຍແລກປ່ຽນຫມູນວຽນໃນທ້ອງຕະຫລາດໂດຍສະ ເພາະໃນຈີນພົບວ່າມີການຫລໍ່ໂລຫະທອງແດງເປັນຮູບຄ້າຍຄືຫອຍເບ້ຍເພື່ອໃຊ້ເປັນເຄື່ອງຫມາຍຊື້ຂາຍແລກປ່ຽນ ໃນຍາມທີ່ຫອຍເບ້ຍຂາດຕະຫລາດ ເມືອ່ 1750 ປີກ່ອນ ຄສ ຫລື 3750 ປີມາແລ້ວ.
ສຳລັບໃນລາວເປືອກຫອຍເບ້ຍ ກໍ່ໄດ້ຖືກນຳມາໃຊ້ເປັນສັນຍາລັກຊື້ຂາຍຊຳລະຫນີ້ໄດ້ຖືກຕ້ອງຕາມກົດ ຫມາຍດັ່ງໃນກົດຫມາຍ ຣາຊະສາດ(ກົດຫມາຍລາວບູຮານ)ໄດ້ໃຊ້ຫົວຫນ່ວຍເບ້ຍເປັນອັດຕາປັບໃຫມດັ່ງວ່າ:
“ຜີວ່າລັກຊຸດລັກຊ້ອນ ລັກລັນລັກຈັ່ນ ໃຫ້ໄຫມ ເບ້ຍ ໑ ບໍ່ໄດ້ຂອງເກົ່າຄືນ ໃຫ້ໄຫມ ໓ ເບ້ຍແລ”ຫລື “ໃຜຜູ້ໃດແກ້ງຖອນຕົ້ນເຂົ້າທ່ານໃຫ້ໄຫມ ໕ ມື່ນ ໕ພັນເບ້ຍເປັນເງິນ ໒ ບາດ ສະຫລືງ”
ໃນລະຫວ່າງ ຄ.ສ 1870 ທາງພາກເຫນືອຂອງລາວຍັງຄົງເອີ້ນຫັວຫນ່ວຍເງິນວ່າເບ້ຍດັ່ງມີມາດຕາເງິນວ່າ:
10 ຝົນ ເປັນ 1 ບັກ
10 ບັກ ເປັນ 1 ເບ້ຍ
10 ເບ້ຍ ເປັນ 1ປົງ
ໃນລະຫວ່າງ ຄ.ສ 1943 – 1944 ລັດຖະບານຝຣັ່ງໄດ້ຜະລິດເງິນຫລຽນສຳລັບໃຊ້ໃນການຊື້ຂາຍຝີ່ນ ເນື່ອງຈາກ ຜູ້ຂາຍຝີ່ນດີບ ບໍ່ຮັບເງີນເຮັດດ້ວຍເຈ້ຍ ເງິນຫລຽນດັ່ງກ່າວເປັນໂລຫະເງິນ,ດ້ານຫນ້າເປັນຮູບ ຫົວກວາງ.ດ້ານຫລັງມີ ອັກສອນລາວຂຽນໄວ້ວ່າ” ເງິນສົດ ຫນື່ງເບ້ຍ”ມີນ້ຳຫນັກ ສິບ ສະຫລືງ ຫລື 38 g(ກຣາມ) ແລະອີກແບບຫນື່ງ ຂະຫນາດ 34g(ກຣາມ).ດ້ານຫນ້າມີ ອັກສອນຈີນ ປະດິດອ່ານວ່າ” ຟ”ຫຼື “ປູ”.ດ້ານຫລັງ ມີອັກສອນລາວຂຽນວ່າ “ ໜຶ່ງເບ້ຍເງິນສົດ”ດ້ວຍເຫດນີ້ເອງຄົນທາງເໜືອຈື່ງຍັງນິຍົມເອິ້ນວ່າ ເບ້ຍ.ເຖິງແມ່ນວ່າຈະໃຊ້ເງິນທີ່ມີຫົວໜ່ວຍ ເປັນກີບແລ້ວກໍ່ຕາມ.ຄຳວ່າເບ້ຍເຮົາຫາກໍ່ເຊົາເອີ້ນຫວ່າງ 30 ກວ່າປີມານີ້ເອງ.
ເລື່ອງ: ສັນຕິສຸກ ສຸວິໄຊ
ວາລະສານ ທ່ຽວເມືອງລາວ No .30 July – December 2006