
ຂຽນເມື່ອ: ທ.ວ.. 5, 2011
| ມີ
2 ຄຳເຫັນ
ແລະ
0 trackback(s)
ເງິນຕາ
ເລື່ອງ: ສັນຕິສຸກ ສຸວິໄຊ
ວາລະສານ ທ່ຽວເມືອງລາວ No .30 July – December 2006
ການໃຊ້ໂລຫະມີຄ່າສຳລັບຊຳລະໜີ້ ດ້ວຍການຫຼໍ່ໂລຫະມີຄ່າ ໃຫ້ເປັນຮູບເຄື່ອງໃຊ້ ແລະເຄື່ອງເອ້ປະດັບໄດ້ເປັນທີ່ຍອມຮັບກັນໃນແຕ່ລະສັງຄົມ ເຖິງແມ່ນວ່າເຄືອ່ງມື ເຄື່ອງໃຊ້ແລະເຄືອ່ງປະດັບບາງຢ່າງ ຈະຫລ້າສະໄໝໄປແລ້ວໃນ ບາງສັງຄົມ ດັ່ງນັ້ນຈື່ງມີການພັດທະນາເຄື່ອງມືເຄື່ອງໃຊ້ແລະເຄື່ອງປະດັບທີ່ໃຊ້ເປັນສີ່ງແລກປ່ຽນ ຫຼືຊຳລະໜີ້ຕາມກົດຫມາຍ ໃຫ້ມີຮູບຮ່າງເຫມາະສົມກັບການພົກພາ ແລະເຫມາະສົມກັບການໃຊ້ຈ່າຍ ໃນທ້ອງຕະຫລາດເຊັ່ນ: ກ້ອນໂລຫະທອງແດງ ຫຼືສຳລິດ ໄດ້ຖຶກພັດທະນາ ໃຫ້ກາຍເປັນເງິນປ່ຽງນ້ຳອ້ອຍ ຫຼືທາງເໜືອເອີ້ນວ່າເງີນທອກ,ໃນຮູບຫມາກຈົກ ຮູບມີດ ຂອງຈີນ ກໍ່ພັດທະນາຈາກເຄື່ອງມືກະສິກຳ ແລະອາວຸດ. ເງິນຈຽງ ເງິນບູຮານ ຂອງອານາຈັກລ້ານນາ ກໍ່ພັດທະນາມາຈາກກ້ອງແຂນໂລຫະ.ກ້ອນໂລຫະ ທີ່ໃຊ້ແລກປ່ຽນຊື້ຂາຍ ດ້ວຍການຊັ່ງນ້ຳໜັກກໍພັດທະນາຮູບແບບໃຫ້ກາຍເປັນຫມາກຄໍ້ຫຼືເງິນພົດດວ້ງ ຂອງສະຫຍາມ,ເງິນແທ່ງຂອງຫວຽດນາມ ກໍ່ໄດ້ຖຶກພັດທະນາໃຫ້ເປັນ ເງິນຮາງເປັນຕົ້ນ.
ໂລຫະທີ່ນິຍົມໃຊ້ ແລກປ່ຽນຊື້-ຂາຍ ກ່ອນນັ້ນ ນອກຂາກທອງແດງ ທອງສຳລິດ ແລ້ວຍັງມີໂລຫະເງິນແລະຄຳ.ທັງສອງຊະນິດ ເປັນໂລຫະເນື້ອລະອຽດ.ໂດຍສະເພາະຄຳເປັນສີ່ງຫາຍາກ ລາຄາສູງ.ທອງແດງເປັນໂລຫະທີ່ຫາບໍ່ຍາກ ແລະມີຫລາຍ.ສວ່ນເງິນເປັນໂລຫະທີ່ບໍ່ມີຫລາຍແຕ່ຫາບໍ່ຍາກ. ເງິນຈິງເປັນທີ່ນິຍົມໃນການໃຊ້ເປັນໂລຫະສຳລັບເປັນສື່ກາງໃນການຊື້-ຂາຍແລກປ່ຽນໃນຊີວິດປະຈຳວັນໃນໄລຍະຕໍ່ມາ.
ເງິນຫລືແຮ່ເງິນ ເປັນໂລຫະເນື້ອອ່ນສີຂາວ,ຄົນສ່ວນຫລາຍນິຍົມໃຊ້ເປັນເຄື່ອງວັດແທກລາຄາ.ຕໍ່ມາມີການຕີກາ ເຄື່ອງຫມາຍຂອງລັດ ສຳລັບໃຊ້ຊຳລະ ໜີ້ໄດ້ຕາມກົດຫມາຍ ຊື່ງເປັນທີ່ມາຂອງຄຳວ່າ”ເງິນຕາ”ຫລື “ອັດຕາ”ຄື:ເງິນທີ່ມີກາ(ຕຼາ) ຫລືອັດທີ່ມີກາ(ຕຼາ)ນັ້ນເອງ.
ເງິນນອກຈາກຈະເປັນວັດຖຸທີ່ໃນອາດີດໃຊ້ເປັນເຄື່ອງວັດແທກລາຄາທີ່ໃຊ້ຊຳລະໜີ້ຕາມກົດຫມາຍແລ້ວຍັງຖຶກນຳໄປເຮັດເຄື່ອງໃຊ້ ແລະເຄື່ອງເອ້ປະດັບຕ່າງໆເຊັ່ນ:ເຮັດຂັນ,ເຮັດແອບ,ເຮັດຕ້າງຫູ,ສາຍສ້ອຍ,ສາຍແອວ…
ເມື່ອ 2700 ປີກ່ອນ ຊາວລີດຽນ ທີ່ຕັ້ງປະເທດຢູ່ໃນບໍລິເວນ ທີ່ເປັນປະເທດ ຕວັກກີ ໃນປັດຈຸບັນໄດ້ນຳເອົາກ້ອນໂລຫະນາກ (ເງິນປະສົມຄຳ) ທີ່ຫາໄດ້ຈາກທຳມະຊາດ ມາຕັດເປັນກ້ອນທີ່ມີນ້ຳໜັກ ແລະຂະຫນາດສ່ຳກັນຕາມ ມາດຕະຖານ ທີ່ທາງການກຳໜົດມາຕອກກາ ປະຈຳຕັວຂອງກະສັດ ລີດຽນ ລົງໄປຈື່ງນັບເປັນ ການເລີ່ມຕົ້ນຂອງ ເງີນ ທີ່ມີກາຕອກ ໃນໄລຍະດຽວກັນ ອານາຈັກໂຣມັນ ກໍ່ໄດ້ມີການຫຼໍ່ໂລຫະ ເປັນຮູບເທບພະເຈົ້າ ຫຼືຮູບກະສັດເປັນ ເງິນຕາເຊັ່ນກັນ.
ໃນເອເຊຍ ກໍ່ມີການຫຼໍ່ໂລຫະທອງແດງເງີນແລະຄຳ ສຳລັບເປັນເງີນຕາ ຄືກັນແຕ່ຄົນເອເຊຍໂດຍສະເພາະເອເຊຍຕາເວັນອອກໄດ້ຫລໍ່ໂລຫະ ທີ່ໃຊ້ເປັນເຄື່ອງວັດແທກລາຄາມີລັກສະນະເປັນກ້ອນຫລືເປັນແທ່ງ.ຕໍ່ມາໃນສະໄໝຕົ້ນຄຣີດຕະການບ້ານເມືອງທີ່ມີທີ່ຕັ້ງ ຢູ່ໃນບໍລິເວນເອເຊຍ ຕາເວັນອອກສ່ຽງໃຕ້ກໍ່ໄດ້ຮັບເອົາອິດທິພົນທາງສາສະໜາ ການເມືອງການປົກຄອງ ຈາກອິນເດຍກໍໄດ້ເຮັດຫລຽນເງິນ ແລະຄຳທີ່ມີຮູບສັນຍາລັກ ທາງລັດທິພາມ ໂດຍການຫຼໍ່ ເຊັ່ນ:ອານາຈັກຟູນັນ ທີ່ມີທີ່ຕັ້ງ ຕັ້ງແຕ່ບໍລິເວນທີ່ເປັນ ສ່ວນປາກຂອງ ແມ່ນ້ຳຂອງໃນປະເທດຫວຽດນາມ ຈົນມາຮອດຕອນໃຕ້ຂອງລາວ,ອານາຈັກທະວາຣະວະດີ ອັນຕັ້ງຢູ່ໃນບໍລິເວນຕອນກາງຂອງປະເທດໄທ.ອານາຈັກ ສີກະເສດ ໃນມຽນມາ,ອານາຈັກສີວິໄຊ,