
ຂຽນເມື່ອ: ທ.ວ.. 5, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ເງິນຕາໃນລາວ
ປັດຈຸບັນ ຍັງຫາຂໍ້ຍຸດຕິບໍ່ໄດ້ ວ່າເລີ່ມຂຶ້ນໃນສະໄໝໃດ ເພາະເປັນເງິນ ທີ່ມີຮູບຮ່າງ ບໍ່ມີສັນຍາລັກ,ເປັນເງິນທີ່ບໍ່ມີຮູບເຈົ້າຊີວິດ ຫຼືຮູບເທບພະເຈົ້າ ຫຼືໂຕອັກສອນ ທີ່ສາມາດບອກປີ ບອກສັກກະຫລາດໄດ້.ແຕ່ເງິນຂອງລາວ ກໍ່ໄດ້ມີການຜະລິດຂຶ້ນ ເພືອ່ຊື້ຂາຍ ແລກປ່ຽນຫຼືໃຊ້ຊຳລະໜີ້ຕາມກົດໝາຍມາຫຼາຍຮ້ອຍປີແລ້ວ.
ໃນສະໄໝບູຮານເງິນຕາທີ່ໃຊ້ຈ່າຍໜູນວຽນໃນທ້ອງຕະຫລາດ ບໍ່ຈຳເປັນຕ້ອງເປັນເງິນຕາ ຂອງປະເທດໃດ ປະເທດໜຶ່ງ ຫຼືແມ່ນແຕ່ຂອງປະເທດຕົນເອງສະເພາະ ມີການໃຊ້ເງິນຕາຫລາຍສະກຸນຢູ່ທົ່ວໄປ ຕາມຄວາມເຊື່ອຖືຂອງປະຊາຊົນວ່າ ເງິນຕາທີ່ໄດ້ຮັບມາເປັນທີ່ຍອມຮັບໃນທ້ອງຕະຫລາດກໍ່ເປັນອັນໃຊ້ໄດ້.
ເງິນຕາຂອງລາວ ທີ່ໄດ້ມີການຜະລິດຂຶ້ນມາເພື່ອໃຊ້ ຊຳລະໜີ້ໄດ້ຕາມກົດຫມາຍແລະເປັນທີ່ຍອມຮັບກັນໃນທ້ອງຕະຫລາດຕະຫລອດມາຄື:ເງິນລາດ ແລະ ເງິນຮ້ອຍ.
ເລື່ອງ: ສັນຕິສຸກ ສຸວິໄຊ
ວາລະສານ ທ່ຽວເມືອງລາວ No .30 July – December 2006