ຂຽນເມື່ອ: ທ.ວ.. 5, 2011
| ມີ
3 ຄຳເຫັນ
ແລະ
0 trackback(s)
ເງິນລາດ
ເລື່ອງ: ສັນຕິສຸກ ສຸວິໄຊ
ວາລະສານ ທ່ຽວເມືອງລາວ No .30 July – December 2006
ເງິນລາດ: ຄຳວ່າ:”ລາດ “ ໃນພາສາລາວເດີມ ມີຄວາມໝາຍວ່າຕະຫລາດ ແລະໄດ້ຖຶກນຳໃຊ້ ມາຈົນເຖິງລະຫວ່າງປີ ຄສ 1960 ໂດຍສະເພາະ ແມ່ນຄົນເມືອງຫລວງພະບາງ ເຊັ່ນ:ເຈົ້າຄຳຫມັ້ນ ວົງກົຕນະ ໄດ້ຂຽນໃນພົງສາວະດານ ຊາດລາວວ່າ:”ພໍລາດແລງເລີກ”ຊຶ່ງໝາຍຄວາມວ່າ ພໍຕະຫລາດແລງເລີກ ຫຼືໃນວັນນະກຳລາວບູຮານ ຄຳວ່າ” ລາດ” ໄດ້ຖຶກກ່າວໄວ້ໃນວັນນະກຳຫລາຍເລື່ອງ ເຊັ່ນ:ໃນເລື່ອງສັງສິນໄຊ ຜູ້ປະພັນໄດ້ບັນຍາຍເຖິງເມືອງເປັງຈານຕອນໜຶ່ງ ວ່າ:
“ຊຽງຫລວງລົ້ນ ລະງົມຄົນເຄົ້າຄື່ນ ທຸກທວຍໃຕ້ລຸ່ມຟ້າ ຢຳທ້າວທອດແທງ ລາດໃຫ່ຍຕັ້ງ ເດຍລະດາດຂອງຂາຍ ອາຮາມເຮືອງ ຮຸ່ງສີແສງແກ້ວ”
ແລະໃນວັນນະກຳເລື່ອງພື້ນວຽງ ຜູ້ປະພັນໄດ້ກ່າວເຖິງນະຄອນວຽງຈັນ ໃນລະຫວ່າງປີ 1800ວ່າ:
“ຝູງໝູ່ ຍິງຊາຍພ້ອມ ຍິນດີຊົມຊື່ນ ລົງລາດຕັ້ງ ປະສົງເອ້ຈ່າຍຂອງ”
(ປັດຈຸບັນ ໃນເວລາລົງ ຕະຫລາດນັດ ໃນໂອກາດບຸນກຸດສົງການ ຊາວຫລວງພະບາງ ຍັງຮຽກກັນວ່າ”ໂລະລາດ” ມີຫລາຍບ້ານ ໃນລາວມີຊື່ດ້ວຍຄຳວ່າ”ລາດ “ ເຊັ່ນ:ລາດບວກ,ລາດຮວ່ງ,ລາດແສນ ໃນແຂວງຊຽງຂວາງ,ທ່າລາດ ແຂວງວຽງຈັນ,ລາດຄວາຍ ນະຄອນຫລວງວຽງຈັນ,ດອນຕະລາດແຂວງຈຳປາສັກ ເປັນຕົ້ນ) ດັ່ງນັ້ນ ເງິນລາດ ຈຶ່ງໜ້າຈະໝາຍເຖິງເງິນທີ່ໃຊ້ຈ່າຍ ໃນທ້ອງຕະຫຼາດ ແລະການໃຊ້ເງິນລາດ ຍັງຄົງ ມີມາຈົນເຖິງຊຸມປີ ຄສ 1895 ເພາະມີບັນທຶກການເດີນທາງຂອງ ເອຈຽນ ແອມໍນີເຢ ນັກວິຊາການຊາວຝຣັ່ງເສດ ທີ່ກ່າວເຖິງການຜະລິດ ເງິນລາດ ແລະອັດຕາແລກປ່ຽນເງິນລາດ ໃນລະຫວ່າງນັ້ນວ່າ:ມີອັດຕາ 8 ລາດ ຕໍ່ສະຫຼຶງ ຫຼື 32 ລາດຕໍ່ 1 ບາດ. ໃນບັນທຶກຍັງກວ່າອີກວ່າ ໃນລະຫວ່າງນັ້ນ ອັດຕາແລກປ່ຽນເງິນລາດ ບໍ່ແນ່ນອນ ເພາະລາງເທື່ອ 56 ລາດ ຕໍ່ 1 ບາດກໍມີ.ລາງເທື່ອລາຄາຕົກ ຈົນຮອດ 100 ລາດ ຕໍ່ 1 ບາດກໍມີ. ສາເຫດເພາະລັດຖະບານໄດ້ອະນຸຍາດໃຫ້ແຕ່ ລະເມືອງຜະລິດ ເງິນລາດໃຊ້ເອງ.ດັ່ງນັ້ນເມື່ອປະຊາຊົນມີໂລຫະທອງແດງຫຼື ສຳລິດຫຼາຍ ກໍ່ຜະລິດເງິນລາດໄດ້ຫຼາຍ, ບໍ່ມີໃຜຄວບຄຸມ,ຄ່າເງິນຈຶ່ງຕ່ຳລົງ ແລະຂະໜາດຂອງເງິນລາດກໍຫຼາຍລະດັບບໍ່ແນ່ນອນເຊັ່ນກັນ.