ເງິນຮ້ອຍ
ເລື່ອງ: ສັນຕິສຸກ ສຸວິໄຊ
ວາລະສານ ທ່ຽວເມືອງລາວ No .30 July – December 2006
ມີລັກສະນະຄ້າຍຄືເງິນລາດແຕ່ມີຂະໜາດໃຫ່ຍກວ່າແລະມີລາຍເປັນຕຸ່ມໆຢູ່ດ້ານເທິງເຮັດໃຫ້ເບິ່ງຄືໂຕປີງ.ເງິນຮ້ອຍ ຕາມມາດຕະຖານແລ້ວມີຂະໜາດນ້ຳໜັກ 10 ບາດ,ແຕ່ສ່ວນຫຼາຍພົບວ່າມີຂະໜາດທີ່ແຕກຕ່າງກັນ ຄືບາງອັນໜັກ 6 ບາດກໍ່ມີ,3ບາດ ກໍມີ,ເງິນຮ້ອຍມີອີກຊື່ໜຶ່ງວ່າ ເງິນຮ້ອຍນ້ຳ 6.ດັ່ງໃນກົດໝາຍຣາຊະສາດ(ກົດໝາຍລາວບູຮານ) ທີ່ໄດ້ຕຼາຂຶ້ນໃນລະຫວ່າງປີ ຄສ 1660 ໄດ້ກ່າວເຖິງ ຂັນຄ່າຄໍ (ອັດຕຼາຄ່າປັບໃໝ)ວ່າ:
” ຂັນຄ່າຄໍ ຜູ້ໃຫ່ຍມີຄ່າ ສາມຮ້ອຍ,ຂັນຄ່າຄໍພະຍາຫົວ ຫ້າ ມີ ແປດ ຮ້ອຍນ້ຳຫົກ,ຂັນຄ່າຄໍພະຍາຫົວ ສີ່ ມີ ສາມ ຮ້ອຍນ້ຳຫົກ”
ໃນກັດາຍສະບັບດຽວກັນ ໄດ້ກ່າວເຖິງອັດຕາສ່ວນຂອງເງິນໃນຂະນະນັ້ນວ່າ “ບັດນີ້ ຈັກຈາເງິນໃຫ້ແຈ້ງກ່ອນແລ 10 ເຟື້ອງ ຈຶ່ງເປັນບາດໜຶ່ງດາຍ 10 ບາດເປັນຮ້ອຍໜຶ່ງດາຍ ”
ເງິນຮ້ອຍກໍ່ມີການຜະລິດຂຶ້ນເອງ ມາດຕະຖານຂອງເນື້ອໂລຫະທີ່ຜະລິດ ຂອງແຕ່ລະເມືອງ ກໍ່ກຳນົດຂື້ນເອງ ນອກຈາກນັ້ນ ເງິນລາດຫຼືເງິນຮ້ອຍ ຂອງບາງເມືອງໂດຍສະເພາະເມືອງໃຫ່ຍນັ້ນ ຍັງມີການຕອກກາລົງໄປ ໃນບໍລິເວນ ດ້ານລຸ່ມຂອງເງິນ ເພືອ່ເປັນເຄືອ່ງໝາຍຂອງເມືອງ ຫຼືເປັນເຄືອ່ງໝາຍຂອງເຈົ້າຊີວິດ ແຕ່ລະສະໄໝ ເຊັ່ນ:ຮູບກົງຈັກ ຮູບດອກຈັນ,ຮູບດອກບົວ,ຮູບພະຍານາກ, ຮູບຕົວອັກສອນ,…ໂລຫະທີ່ໃຊ້ຜະລິດກໍ່ມີທອງແດງທອງ ສຳລິດ ແລະເງິນຮ້ອຍຂອງບາງເມືອງກໍ່ມີໂລຫະເງິນປະສົມຢູ່ນຳ
ນອກຈາກນັ້ນຍັງມີເງິນຕາ ຈາກພາຍນອກ ທີ່ໄດ້ຖຶກນຳເຂົ້າມາໃຊ້ຈ່າຍໜູນວຽນໃນທ້ອງຕະຫລາດຈົນຫລາຍຄົນຄິດ ວ່າເງິນຕາບາງຊະນິດ ເປັນເງິນຕາບູຮານຂອງລາວ.