ເງິນຫຼຽນ
ໃນພົງສາວະດາຊາຕິລາວຂອງເຈົ້າຄຳໝັ້ນ ວົງກົຕຣັຕນະ ໄດ້ກ່າວເຖິງ ການໃຊ້ຈ່າຍເງິນໃນທ້ອງຕະຫລາດ ໃນສະ ໄໝພະເຈົ້າມະຫິນທະຣະເທບນິພາພອນ (ພະເຈົ້າ ອຸ່ນຄຳ ຄສ 1871-1889)ວ່າ:ໃຊ້ເງິນບາດ ຊຶ່ງມີ ພຣະບໍຣົມຣູປ ຈຸລາລົງກອນຣັຊການທີ 5 ເງິນແຖບຣູປີຂອງ(ອັງກຼິສ) ເງິນແຮ້ງຄາບງູຂອງແມັກຊິໂກ ເງິນຫຼຽນຮູບຄົນຫົວໜາມ ຂອງຝຣັ່ງ
ຄຳວ່າ ຫຼຽນ ຫຼື ລຽນ ຫຼື ຣຽນ ມາຈາກຄຳວ່າ ລີນ(REAL) ໃນພາສາ ສເປນ ເນື່ອງຈາກໃນລະຫວ່າງຄຣິດຕະສະ ຕະວັດ ທີ18 ສເປນໄດ້ນຳແຮ່ເງິນທີ່ ຜະລິດໄດ້ຈາກ ບໍ່ແຮ່ຂະໜາດໃຫຍ່ໃນແມກຊິກໂກ ໂບລີເວຍແລະເປຣູ ມາຜະລິດເປັນເງິນຕາ ທີ່ມີຂະໜາດນ້ຳໜັກ ເຄື່ອງໝາຍແລະຄວາມບໍລິສຸດ ຂອງເນື້ອໂລຫະເງິນທໍ່ກັນໝົດ ທຸກອັນຄືທຸກອັນ ມີນ້ຳໜັກ 8 ຣີນແລະອັກສອນຫຍໍ້ໃນເງິນວ່າ 8R ມີນ້ຳໜັກເທົ່າກັບ 27 ກຼາມ.
ເງິນຫຼຽນຊະນິນີ້ ໄດ້ຖຶກຜະລິດຂື້ນຢ່າງຫຼວງຫຼາຍ ແລະໄດ້ແພ່ກະຈາຍອອກໄປທົ່ວໂລກໂດຍສະເພາະປະເທດໃນອາ ນານິຄົມ ແລະປະເທດຄູ່ຄ້າ ຂອງສເປນ ຕໍ່ມາແທກຊິໂກ ໄດ້ປະກາດເອກະຣາດ ກໍ່ໄດ້ຜະລິດເງິນຫຼຽນຮູບຮຸ້ງຄາບງູ ຂື້ນຫຼາຍຮ້ອຍລ້ານຫຼຽນເພື່ອຊື້ສິນຄ້າ ໃນລະຫວ່າງ ຄສ 1823-1897 ຈຶ່ງເຮັດໃຫ້ບາງປະເທດທີ່ຍັງບໍ່ມີການຜະລິດ ຫຼຽນເງິນເປັນຂອງຕົນເອງສຳລັບໃຊ້ຈ່າຍໜູນວຽນ ພາຍໃນປະເທດຫຼືເປັນເງິນຕາ ສຳລັບຊື້ຂາຍກັບຕ່າງປະເທດກໍນຳ ໃຊ້ເງິນສະກຸນນີ້ເປັນເງິນທີ່ໃຊ້ຊຳຣະໜີ້ໄດ້ຕາມກົດໝາຍ ໃນບາງປະເທດທີ່ປະຊາຊົນບໍ່ຍອມຮັບທາງການຈິ່ງຕີກາ ແຜ່ນດິນ ແລະກາປະຈຳລັດສະການລົງໄປໃນຫຼຽນເງິນຕື່ມອີກ ເພືອ່ສ້າງຄວາມໝັ້ນໃຈໃຫ້ແກ່ປະຊາຊົນ.