ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 9, 2011 | ມີ 3 ຄຳເຫັນ ແລະ 0 trackback(s)

ເລື່ອງ: ສັນຕິສຸກ ສຸວິໄຊ

ວາລະສານ ທ່ຽວເມືອງລາວ No .30 July – December 2006

ເງິນບາດ

ເປັນເງິນທີ່ຖຶກນຳໃຊ້ໃນລາວມາເຫິງນານແລ້ວ ໃນກົດໝາຍລາວ ທີ່ໄດ້ຖຶກຕາຂຶ້ນໃນສະໄໝພຣະເຈົ້າ ສຸຣິຍະວົງສາ ທຳມິກະຣາດ ຄສ 1638-1695 ໄດ້ລະບຸຄ່າປັບໃໝເປັນບາດ ນອກຈາກນັ້ນຍັງໃຊ້ເປັນຫົວໜ່ວຍສຳລັບຊັ່ງນ້ຳໜັກ ໂລຫະມີຄ່າປະເພດເງິນແລະຄຳເຊັ່ນ:

25 ເບ້ຍ ເປັນ 1 ສະຫຼຶງ

4  ສະຫຼຶງ ເປັນ 1 ບາດ

4 ບາດ ເປັນ 1 ຕຳລຶງ

20 ຕຳລຶງ ເປັນ 1 ຊັ່ງ

ດັ່ງໃນຈາລຶກວັດສີສະເກດ ນະຄອນຫຼວງວຽງຈັນໄດ້ກ່າວເຖິງຄ່າ ໃຊ້ຈ່າຍສີ້ນເປືອງໃນການສ້າງວັດ ໃນປີ ພສ 2361/ ຄສ 1818 ລັດສະການ ສະໄໝ ພະເຈົ້າອະນຸວົງ ຄວາມຕອນໜຶ່ງວ່າ ໝົດຄຳປິວ 1,310,140 ແຜ່ນ ເປັນເງິນ 130 ຊັ່ງ 6 ຕຳລຶງ 2 ບາດ 2 ສະຫຼຶງ ເປັນຕົ້ນ

ກ່ອນທີ່ຈະມີຫຼຽນເງິນບາດ ຈະຢູ່ໃນຮູບເງິນໝາກຄໍ້ເພາະເງິນ ໝາກຄໍ້ໃນທ້ອງຕະຫຼາດສ່ວນຫຼາຍ ຈະມີນ້ຳໜັກ ໜຶ່ງບາດ ຕໍ່ມາສະຫຍາມໄດ້ຜະລິດເງິນຫຼຽນຂຶ້ນໃນປີ ຄສ 1862 ເຮັດໃຫ້ມີຫົວໜ່ວຍເປັນຊີກ ສ້ຽວອັດ ແລະໂສລົດ ອັນເປັນຫົວໜ່ວຍເງິນຍ່ອຍແລະຢຸດການຜະລິດເງິນໜາກຄໍ້ຫັນມາຜະລິດເງິນຫຼຽນ 1 ບາດ ແລະມີຫົວໜ່ວຍເປັນທົດ ສະນິຍົມຈຶ່ງມີເງິນບາດ ເງິນສະຫຼືງເຂົ້າມານຳໃຊ້ໃນທ້ອງຕະຫຼາດຂອງລາວແລະເງິນບາດກໍ່ໄດ້ເປັນສະກຸນເງິນຂອງ ປະເທດໄທມາຮອດປະຈຸບັນ ໃນໄລຍະດຽວກັນນັ້ນກໍ່ມີເງິນຫຼຽນ ຮູບມັງກອນຄະນອງເມກ ຂອງຈັກກະພັດກວາງສູ ແຫ່ງລາດຊະວົງ ຊີງ(ຈີນ) ເງິນຫຼຽນຮູບມັງກອນຂອງເຈົ້າຊີວິດ ມິນໝ່າງ ແລະເຈົ້າຊີວິດຕືດຶກຂອງຫວຽດນາມ,

Delicious Digg Fark Twitter
ຄຳເຫັນ (3)