ພັນລາວ.ຄອມ
ຊອກຫາ:
ຊອກຫາແບບລະອຽດ
ຂຽນເມື່ອ ຂຽນເມື່ອ: ທ.ວ.. 12, 2011 | ມີ 5 ຄຳເຫັນ ແລະ 0 trackback(s)

ເງິນເຈ້ຍ

ໃນປີ ຄສ 1933 ທົ່ວໂລກເກີດສະພາວະເສດຖະກິດຕົກຕ່ຳ.ຝຣັ່ງປຽນລະບົບເງິນຕາໃນອິນໂດຈີນໃໝ່.ເຈົ້າຄຳໝັ້ນ ວົງກົຕຣັຕນະໄດ້ ບັນທຶກໄວ້ວ່າ ບ້ານເມືອງປະສົບເສດຖະກິດຕົກຕ່ຳຂອງໂລກ ເງິນແພງຂອງຖຶກ ຝຣັ່ງເສດໄດ້ບັງ ຄັບໃຫ້ລາວ ແລກປ່ຽນເງິນຫຼຽນເກົ່າ ຮູບຄົນຫົວໝາມ ຊຶ່ງໜັກ 27 ກຼາມ ຕໍ່ເງິນໃໝ່ ຮູບຄົນຫວົລົ່ນ ໜັກ 20 ກຼາມ ຄືຄ່າ 100 ເຊັນຕ໌ ລົດລົງເປັນ 50 ເຊັນຕ໌ແລ້ວຕັດ ເງິນເພີມໜ້າທີ່ຂອງ ອະທິບໍດີຫໍສະໜາມຫຼວງ ກັບຫັກເງິນ ເດືອນຂອງ ຂ້າຣາຊະການ 100 ຊັກ 5 ແລະໃຫ້ໃຊ້ທະນະບັດ ໃບລະ 1,5,10,20 ແລະ100 ຫຼຽນ

ທະນະບັດ ໃນໄລຍະນີ້ໃຊ້ຊຳຣະໜີ້ໄດ້ທັງ ສາມປະເທດ ໃນອິນດູຈີນ ໂດຍມີການພິມຫົວໜ່ວຍລາຄາ ເປັນສາມພາ ສາຄື: ກີບ ດົງ ແລະ ຣຽນ ໂດຍສະເພາະຄຳວ່າ ກີບ ນັບເປັນຄັ້ງທຳອິດ ທີ່ມີການເອີ້ນເປັນຫົວໜ່ວຍ ເງິນຕາຂອງ ລາວຢ່າງເປັນທາງການ ໃນດ້ານໜຶ່ງຂອງ ທະນະບັດ ນັ້ນມີຮູບຜູ້ຍິງ ສາມຄົນຊຶ່ງເປັນຕົວ ແທນຂອງແຕ່ລະປະເທດ ຄົນທັງຫຼາຍ ຈຶ່ງພາກັນເອີ້ນວ່າ ເງິນກີບ ສາມນາງ

ພາຍຫັລງການປະກາດເປັນເອກະຣາດ ໃນວັນທີ 12 ຕຸລາ ຄສ 1945 ລັດຖະບານລາວ ເອກະຣາດ ກໍ່ໄດ້ພິມທະ ນະບັດລາວ ອອກມາໃຊ້ ອັນນັບເປັນການເລີ່ມຕົ້ນ ຂອງທະນະບັດລາວ ໂດຍມີຄຳວ່າ ກີບ ເປັນຫົວໜ່ວຍເງິນຕາ

ເງິນກີບ ໃນສະໄໝຣາຊະອານາຈັກ ນັ້ນແມ່ນພິມ ຮູບປະມຸກລັດ ທີ່ເປັນເຈົ້າຊີວິດໃສ່ເປັນສັນຍາລັກ ໃນເວລາປະ ເທດລາວ ແບ່ງການປົກຄອງອອກເປັນສອງຝ່າຍ ຄື: ຝ່າຍຣາຊະອານາຈັກລາວ ປົກຄອງໂດຍລັດຖະບານວຽງຈັນ ແລະຝ່າຍປະເທດລາວ ໂດຍແນວລາວຮັກຊາດນັ້ນ ຝ່າຍປະເທດລາວ ກໍ່ໄດ້ພິມ ເງິນຕ່າງຫາກອອກມານຳໃຊ້ ໃນທະນະບັດນັ້ນ ມີຮູບກຳມະກອນຊາວນາເປັນສັນຍາລັກ ທະນະບັດຂອງຝ່າຍຣາຊະອານາຈັກລາວ ຖືກນຳໃຊ້ເຖີງ ປີ 1975 ສ່ວນທະນະບັດ ຂອງຝ່າຍປະເທດລາວ ຖືກນຳໃຊ້ເຖິງປີ 1979 ແລ້ວຈຶ່ງປ່ຽນມາເປັນທະນະບັດ ທີ່ມີກາ ເຄື່ອງໝາຍຊາດ ເປັນສັນຍາລັກໃນແບບ ທີ່ມີການນຳໃຊ້ໃນປັດຈຸບັນ

ທະມະບັດໃໝ່ນີ້ມີປະເພດໃບ 1ກີບ 10 ກີບ 20ກີບ 50ກີບ 100ກີບ 500ກີບ 1,000ກີບ 2000ກີບ 5000ກີບ 10,000 ກີບ 20,000 ກີບ 50,000ກີບ ນັບແຕ່ປີ 2002 ເປັນຕົ້ນມາ ທະນະບັດລາວ ປະເພດໃບລະ 2,000 ກີບ ຂື້ນໄປ ໃນດ້ານໜ້າ ນອກຈາກມີກາເຄື່ອງໝາຍ ຊາດແລ້ວ ກໍ່ແມ່ນມີຮູບພຣະທາດຫຼວງວຽງຈັນ ແລະຮູບ ທ່ານ ປະທານ ໄກສອນ ພົມວິຫານ ວີຣະບຸຣຸດ ແຫ່ງຊາດ ຜູ້ນຳພາການຕໍ່ສູ້ກູ້ເອກະຣາດ ແລະປະມຸກລັດ ເປັນສັນຍາລັກສຳຄັນ

Delicious Digg Fark Twitter
ຄຳເຫັນ (5)